ອົບພະຍົບ 30:7 - ພຣະຄຳພີສັກສິ7 ທຸກໆເຊົ້າເມື່ອອາໂຣນເຂົ້າມາບົວລະບັດຕະກຽງ ໃຫ້ລາວເຜົາເຄື່ອງຫອມເທິງແທ່ນບູຊານັ້ນ. Uka jalj uñjjattʼäta |
ຂ້າພະເຈົ້າຈະສ້າງວິຫານ ເພື່ອຖວາຍກຽດແກ່ພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ. ພຣະວິຫານນັ້ນຈະເປັນບ່ອນສັກສິດ ຊຶ່ງປະຊາຊົນຂອງຂ້າພະເຈົ້າ ແລະຂ້າພະເຈົ້າເອງ ຈະເຜົາເຄື່ອງຫອມນະມັດສະການພຣະອົງ ຄືບ່ອນທີ່ພວກຂ້າພະເຈົ້າຈະຖວາຍເຂົ້າຈີ່ສັກສິດຕະຫລອດໄປ ແລະທັງຈະເປັນບ່ອນເຜົາເຄື່ອງຖວາຍທຸກໆເຊົ້າ ແລະທຸກໆແລງຕະຫລອດທັງວັນຊະບາໂຕ, ວັນສະຫລອງເດືອນຂຶ້ນໃໝ່ ແລະວັນສັກສິດອື່ນໆ ເປັນການຍ້ອງຍໍຖວາຍກຽດແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ສັ່ງໃຫ້ຊາດອິດສະຣາເອນປະຕິບັດເຊັ່ນນີ້ຕະຫລອດໄປ.
ເພື່ອສະກັດກັ້ນເພິ່ນໄວ້. ພວກເຂົາເວົ້າວ່າ, “ອຸດຊີຢາ ທ່ານບໍ່ມີສິດທີ່ຈະເຜົາເຄື່ອງຫອມຖວາຍແກ່ພຣະເຈົ້າຢາເວ. ມີແຕ່ປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ ຜູ້ທີ່ໄດ້ອຸທິດຕົວແລ້ວເທົ່ານັ້ນ ຖວາຍເຄື່ອງຫອມນີ້ໄດ້. ຈົ່ງອອກໄປຈາກບ່ອນສັກສິດດຽວນີ້. ທ່ານໄດ້ໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າ ແລະພຣະອົງຈະບໍ່ອວຍພອນທ່ານຕໍ່ໄປ.”
ແຜ່ນນີ້ເປັນສິ່ງເຕືອນຊາວອິດສະຣາເອນວ່າ ຢ່າໃຫ້ຜູ້ໃດຜູ້ໜຶ່ງທີ່ບໍ່ແມ່ນລູກຫລານຂອງອາໂຣນມາໃກ້ແທ່ນບູຊາ ເພື່ອເຜົາເຄື່ອງຫອມຖວາຍຕໍ່ໜ້າພຣະເຈົ້າຢາເວ. ບໍ່ດັ່ງນັ້ນ ເຂົາຈະຖືກທຳລາຍເໝືອນດັ່ງໂກຣາ ແລະພັກພວກຂອງຕົນ. ເອເລອາຊາກໍໄດ້ເຮັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ຜ່ານທາງໂມເຊທຸກປະການ.