6 ໃຫ້ຕັ້ງແທ່ນບູຊານັ້ນໄວ້ຂ້າງນອກຜ້າກັ້ງ ຊຶ່ງກາງຢູ່ຕໍ່ໜ້າຫີບພັນທະສັນຍາ. ຢູ່ໃນທີ່ນັ້ນແຫຼະ ແມ່ນບ່ອນທີ່ເຮົາຈະພົບກັບເຈົ້າ.
ອຳຣາມລູກຊາຍກົກຂອງເພິ່ນເປັນພໍ່ຂອງອາໂຣນແລະໂມເຊ. (ອາໂຣນແລະເຊື້ອສາຍຂອງລາວໄດ້ຖືກແຍກອອກຢູ່ຕ່າງຫາກ ເພື່ອເບິ່ງແຍງເຄື່ອງສັກສິດຕ່າງໆຕະຫລອດໄປເຊັ່ນ: ເຜົາເຄື່ອງຫອມຕ່າງໆຕໍ່ໜ້າພຣະເຈົ້າຢາເວ, ຮັບໃຊ້ພຣະອົງ ແລະອວຍພອນປະຊາຊົນໃນນາມຂອງພຣະອົງ.
ກະສັດດາວິດໄດ້ມອບແຜນຜັງການກໍ່ສ້າງພຣະວິຫານທັງໝົດໃຫ້ແກ່ໂຊໂລໂມນຄື: ແຜນຜັງຫ້ອງຕ່າງໆ, ຫ້ອງໄວ້ເຄື່ອງ ແລະຫ້ອງຊັ້ນເທິງ ແລະຫ້ອງຊັ້ນໃນ ແລະຫ້ອງສັກສິດທີ່ສຸດຄືຫ້ອງພຣະທີ່ນັ່ງແຫ່ງພຣະຄຸນ.
ຈົ່ງເອົາສ່ວນໜຶ່ງມາຕຳໃຫ້ໝຸ່ນລະອຽດ ແລ້ວນຳໄປທີ່ຫໍເຕັນບ່ອນຊຸມນຸມ ແລະໂຮຍໃສ່ຕໍ່ໜ້າຫີບພັນທະສັນຍາ. ຈົ່ງຮັກສາເຄື່ອງຫອມນີ້ໄວ້ໃຫ້ສັກສິດທີ່ສຸດ.
ຈົ່ງເຮັດຄານຫາມດ້ວຍໄມ້ກະຖິນເທດແລະໂອບດ້ວຍຄຳ.
ທຸກໆເຊົ້າເມື່ອອາໂຣນເຂົ້າມາບົວລະບັດຕະກຽງ ໃຫ້ລາວເຜົາເຄື່ອງຫອມເທິງແທ່ນບູຊານັ້ນ.
ເພິ່ນນຳແທ່ນຄຳຊຶ່ງມີເຄື່ອງຫອມເຜົາຢູ່ມາວາງໄວ້ໃນຫໍເຕັນບ່ອນຊຸມນຸມ ຄືຕໍ່ໜ້າຜ້າກັ້ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ນັ້ນທຸກປະການ.
ຈົ່ງເອົາຫີບພັນທະສັນຍາ ວາງໄວ້ໃນນັ້ນແລະກາງຜ້າກັ້ງບັງໄວ້.
ຈົ່ງຕັ້ງແທ່ນຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ໜ້າຫີບພັນທະສັນຍາ ແລະກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ.
ໃນທີ່ນັ້ນ ໂດຍຊ້ອງໜ້າພຣະເຈົ້າຢາເວ ເພິ່ນຈະເອົາກຳຍານໂຮຍໃສ່ໄຟ ແລະຄວັນກຳຍານກໍຈະພຸ່ງຂຶ້ນບັງຝາຫີບພັນທະສັນຍາໄວ້ ເພື່ອວ່າເພິ່ນຈະບໍ່ໄດ້ເຫັນສິ່ງນັ້ນ ແລະຖືກຂ້າ.
ຈົ່ງນຳໄມ້ຄ້ອນເທົ້າເຫຼົ່ານີ້ໄປທີ່ຫໍເຕັນບ່ອນຊຸມນຸມ ແລະວາງລົງຕໍ່ໜ້າຫີບພັນທະສັນຍາບ່ອນທີ່ເຮົາພົບກັບເຈົ້າ.
ແລ້ວຜ້າກັ້ງໃນພຣະວິຫານ ກໍໄດ້ຈີກອອກເປັນສອງຕ່ອນແຕ່ເທິງຮອດລຸ່ມ ແຜ່ນດິນກໍສະທ້ານຫວັ່ນໄຫວ ແລະໂງ່ນຫີນກໍແຕກອອກເປັນປ່ຽງໆ
ດ້ວຍເຫດນັ້ນ ຈົ່ງໃຫ້ເຮົາທັງຫລາຍມີໃຈກ້າເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.