Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 30:21 - ພຣະຄຳພີສັກສິ

21 ພວກເຂົາ​ຕ້ອງ​ລ້າງ​ມື​ແລະ​ລ້າງ​ຕີນ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ. ອັນ​ນີ້​ແມ່ນ​ກົດເກນ ຊຶ່ງ​ພວກເຂົາ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ​ຈະ​ຕ້ອງ​ພາກັນ​ຢຶດຖື ແລະ​ຮັກສາ​ໄວ້​ສືບໆໄປ.”

Uka jalj uñjjattʼäta Copia luraña




ອົບພະຍົບ 30:21
4 Jak'a apnaqawi uñst'ayäwi  

ໃຫ້​ອາໂຣນ ແລະ​ພວກ​ລູກຊາຍ​ຂອງ​ລາວ ເປັນ​ຜູ້​ບົວລະບັດ​ຮັກສາ​ຕະກຽງ ຢູ່​ຊ້ອງໜ້າ​ເຮົາ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ເບື້ອງ​ນອກ ຄື​ຢູ່​ນອກ​ຜ້າກັ້ງ​ທາງ​ໜ້າ​ຂອງ​ຫີບ​ພັນທະສັນຍາ. ຈົ່ງ​ໄຕ້​ຕະກຽງ​ແຕ່​ຕອນ​ຄໍ່າ​ຈົນເຖິງ​ຕອນ​ຮຸ່ງ​ເຊົ້າ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ. ຈົ່ງ​ໃຫ້​ຊາວ​ອິດສະຣາເອນ​ກັບ​ເຊື້ອສາຍ​ຂອງ​ພວກເຂົາ ຕັ້ງໃຈ​ໃສ່​ປະຕິບັດ​ຕາມ​ຄຳສັ່ງ​ນີ້​ຕະຫລອດໄປ.”


ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ຕ້ອງ​ນຸ່ງ​ສົ້ງ​ຂາສັ້ນ​ຢູ່​ປະຈຳ ເມື່ອ​ພວກເຂົາ​ເຂົ້າ​ມາ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ມາ​ໃກ້​ແທ່ນບູຊາ​ເວລາ​ບົວລະບັດ​ຮັບໃຊ້​ເຮົາ ໃນ​ຖານະ​ປະໂຣຫິດ​ທີ່​ບ່ອນ​ສັກສິດ ເພື່ອ​ພວກເຂົາ​ຈະ​ບໍ່​ຕາຍ​ຍ້ອນ​ວ່າ​ບໍ່​ປົກປິດ​ຕົນຕົວ. ອັນ​ນີ້​ແມ່ນ​ກົດເກນ​ອັນ​ຖາວອນ ຊຶ່ງ​ອາໂຣນ​ແລະ​ເຊື້ອສາຍ​ຂອງ​ລາວ ຈະ​ຕ້ອງ​ປະຕິບັດ​ຕະຫລອດໄປ.”


ກ່ອນ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ຫລື​ເຂົ້າ​ໄປ​ໃກ້​ແທ່ນບູຊາ​ສຳລັບ​ຖວາຍ​ບູຊາ​ດ້ວຍໄຟ​ແດ່​ພຣະເຈົ້າຢາເວ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ຕາຍ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka