12 “ເມື່ອເຈົ້າຈົດທະບຽນສຳມະໂນຄົວປະຊາຊົນອິດສະຣາເອນ ຈົ່ງໃຫ້ຊາຍແຕ່ລະຄົນຈ່າຍຄ່າຊີວິດຂອງຕົນແກ່ພຣະເຈົ້າຢາເວ ເພື່ອວ່າໄພອັນຕະລາຍຈະບໍ່ມາຖືກພວກເຂົາ ໃນຂະນະທີ່ມີການຈົດທະບຽນນັ້ນ.
ມານຊາຕານຢາກນຳຄວາມເດືອດຮ້ອນມາສູ່ປະຊາຊົນອິດສະຣາເອນ. ດັ່ງນັ້ນ ມັນຈຶ່ງໄດ້ເຮັດໃຫ້ກະສັດດາວິດຕັດສິນໃຈນັບຈຳນວນປະຊາຊົນ.
ຄືເກີດການອຶດຢາກສາມປີ; ແລ່ນປົບໜີຈາກກອງທັບສັດຕູສາມເດືອນ; ໃຫ້ພຣະເຈົ້າຢາເວໃຊ້ດາບໂຈມຕີ ແລະນຳໂຣກລະບາດມາສູ່ດິນແດນຂອງທ່ານສາມວັນ ໂດຍໃຫ້ເທວະດາຂອງພຣະເຈົ້າຢາເວນຳເອົາຄວາມຕາຍມາສູ່ທົ່ວທັງຊາດອິດສະຣາເອນ. ທ່ານຈະໃຫ້ຄຳຕອບຢ່າງໃດແກ່ພຣະອົງ?”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງສົ່ງພະຍາດລະບາດມາສູ່ປະເທດອິດສະຣາເອນ ແລະເຈັດສິບພັນຄົນໄດ້ຕາຍໄປ.
ໂຢອາບຈຶ່ງຕອບວ່າ, “ຂໍພຣະເຈົ້າຢາເວ ຈົ່ງບັນດານໃຫ້ມີປະຊາຊົນອິດສະຣາເອນ ເພີ່ມຂຶ້ນຫລາຍກວ່າປັດຈຸບັນນີ້ຮ້ອຍເທົ່າເຖີດ ຂ້າແດ່ພະຣາຊາ ພວກເຂົາລ້ວນແຕ່ເປັນຄົນຮັບໃຊ້ຂອງທ່ານ. ດ້ວຍເຫດໃດ ທ່ານຈຶ່ງຢາກເຮັດສິ່ງນີ້ ແລະໃຫ້ປະຊາຊົນທັງຊາດມີຄວາມຜິດດ້ວຍ.”
ໂຢອາບ ລູກຊາຍຂອງນາງເຊຣູອີຢາໄດ້ລົງມືຈົດຊື່ປະຊາຊົນ ແຕ່ເພິ່ນເຮັດບໍ່ສຳເລັດ. ພຣະເຈົ້າໄດ້ລົງໂທດຊາດອິດສະຣາເອນ ຍ້ອນການຈົດຊື່ຈຳນວນປະຊາຊົນນີ້; ດັ່ງນັ້ນ ຕົວເລກອັນແທ້ຈິງຈຶ່ງບໍ່ໄດ້ຖືກບັນທຶກໄວ້ໃນເອກະສານທາງການຂອງກະສັດດາວິດ.
ສະນັ້ນ ເພິ່ນຈຶ່ງໄດ້ເອີ້ນບັນດາຜູ້ນຳຂອງພວກເຂົາ ມາທີ່ນະຄອນເຢຣູຊາເລັມ ແລະຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເບິ່ງແຍງ ຊາວເລວີໃຫ້ເກັບເງິນເສຍສ່ວຍໃນຢູດາຍແລະນະຄອນເຢຣູຊາເລັມຕາມທີ່ໂມເຊ ຄົນຮັບໃຊ້ຂອງພຣະເຈົ້າຢາເວຮຽກຮ້ອງປະຊາຊົນອິດສະຣາເອນ ໃຫ້ໃຊ້ຈ່າຍສຳລັບຫໍເຕັນແຫ່ງພັນທະສັນຍາ?”
ພວກເຂົາໄດ້ປະກາດໄປທົ່ວນະຄອນເຢຣູຊາເລັມ ແລະຢູດາຍ ເພື່ອໃຫ້ທຸກຄົນນຳເຄື່ອງມາເປັນການເສຍສ່ວຍແກ່ພຣະເຈົ້າຢາເວ ຕາມທີ່ໂມເຊຄົນຮັບໃຊ້ຂອງພຣະເຈົ້າໄດ້ເຄີຍແຜ່ກັນມາແລ້ວຄັ້ງໜຶ່ງໃນຖິ່ນແຫ້ງແລ້ງກັນດານ.
ໃນຄວາມເມດຕາ ເທວະດາຈຶ່ງກ່າວວ່າ, ‘ຢ່າສູ່ກັກພວກເຂົາໄວ້ ແຕ່ຈົ່ງປ່ອຍໄປສາ ຢ່າໃຫ້ພວກເຂົາຕ້ອງລົງໄປໃນແດນມໍຣະນາ ນີ້ຄືຄ່າໄຖ່ເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ.’
ຈົ່ງລະວັງ ຢ່າໃຫ້ສິນຈ້າງລາງວັນຫລອກລວງ ຫລືຄວາມຮັ່ງມີ ພາເຈົ້າໄປທາງຜິດຍ້ອນ.
ຄົນຜູ້ໜຶ່ງໄຖ່ເອົາຊີວິດຂອງຕົນເອງບໍ່ໄດ້ເລີຍ ຈ່າຍຄ່າຊີວິດໃຫ້ພຣະເຈົ້າບໍ່ໄດ້ຈັກເທື່ອ
ພຣະເຈົ້າຢາເວໄດ້ບອກໂມເຊວ່າ,
ແລະລາຍງານວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ນັບທະຫານທີ່ຢູ່ໃຕ້ບັນຊາການເບິ່ງ ແລະເຫັນວ່າບໍ່ມີແມ່ນແຕ່ຄົນດຽວຂາດຫາຍໄປ.
ສະນັ້ນ ພວກຂ້ານ້ອຍຈຶ່ງໄດ້ນຳເຄື່ອງເອ້ເປັນຄຳທີ່ຢຶດເອົາມາໄດ້ມີດັ່ງນີ້: ປອກແຂນ, ປອກຂໍ້ມື, ແຫວນ, ຕ້າງຫູ ແລະສາຍຄໍ. ພວກຂ້ານ້ອຍຂໍຖວາຍສິ່ງເຫຼົ່ານີ້ຕໍ່ໜ້າພຣະເຈົ້າຢາເວເປັນການໄຖ່ຊີວິດ ເພື່ອວ່າພຣະອົງຈະປົກປັກຮັກສາພວກຂ້ານ້ອຍ.”
ເໝືອນຢ່າງບຸດມະນຸດບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ ແລະຍອມສະຫລະຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
ເພາະບຸດມະນຸດບໍ່ໄດ້ມາ ເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້ເຂົາ ແລະປະທານຊີວິດຂອງຕົນ ເປັນຄ່າໄຖ່ຄົນຈຳນວນຫລວງຫລາຍ.”
ຜູ້ທີ່ໄດ້ສະຫລະພຣະອົງເອງ ເພື່ອເປັນຄ່າໄຖ່ມະນຸດສະໂລກທຸກຄົນ ຊຶ່ງການນີ້ໄດ້ກ່າວເປັນຄຳພະຍານໃນເວລາອັນເໝາະສົມ.