Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 30:1 - ພຣະຄຳພີສັກສິ

1 “ຈົ່ງ​ເຮັດ​ແທ່ນບູຊາ​ເຜົາ​ເຄື່ອງຫອມ​ດ້ວຍ​ໄມ້​ກະຖິນເທດ.

Uka jalj uñjjattʼäta Copia luraña




ອົບພະຍົບ 30:1
21 Jak'a apnaqawi uñst'ayäwi  

ຫ້ອງ​ຊັ້ນໃນ​ນີ້​ຍາວ​ເກົ້າ​ແມັດ ກວ້າງ​ເກົ້າ​ແມັດ ສູງ​ເກົ້າ​ແມັດ ແລະ​ໂອບ​ດ້ວຍ​ຄຳ​ນໍ້າໜຶ່ງ. ສ່ວນ​ແທ່ນບູຊາ​ກໍ​ແອ້ມ​ດ້ວຍ​ໄມ້ແປກ.


ທົ່ວ​ທັງ​ພາຍໃນ​ຂອງ​ພຣະວິຫານ​ໄດ້​ໃຊ້​ຄຳ​ໂອບ ລວມທັງ​ແທ່ນບູຊາ​ໃນ​ຫ້ອງ​ສັກສິດ​ທີ່ສຸດ​ນັ້ນ​ດ້ວຍ.


ກະສັດ​ໂຊໂລໂມນ​ຍັງ​ໄດ້​ເຮັດ​ເຄື່ອງໃຊ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ດ້ວຍ​ຄຳ ມີ​ດັ່ງນີ້: ແທ່ນບູຊາ, ໂຕະ​ສຳລັບ​ໃສ່​ເຂົ້າຈີ່​ຖວາຍ​ແກ່​ພຣະເຈົ້າ,


ແລະ​ຈະ​ໃຊ້​ຄຳສົດ​ເທົ່າໃດ​ສຳລັບ​ເຮັດ​ແທ່ນບູຊາ ເພື່ອ​ເຜົາ​ເຄື່ອງຫອມ​ພ້ອມ​ທັງ​ເຮັດ​ລົດມ້າ​ສຳລັບ​ເຄຣຸບ ຊຶ່ງ​ມີ​ປີກ​ພື​ອອກ​ທີ່​ເທິງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.


ອາໂຣນ​ແລະ​ເຊື້ອສາຍ​ຂອງຕົນ​ເປັນ​ຜູ້​ເຜົາ​ເຄື່ອງຫອມ ແລະ​ເຜົາ​ເຄື່ອງ​ບູຊາ​ຕ່າງໆ​ເທິງ​ແທ່ນບູຊາ. ພວກເຂົາ​ຮັບຜິດຊອບ​ຕໍ່​ການ​ນະມັດສະການ​ທຸກຢ່າງ​ໃນ​ບ່ອນ​ສັກສິດ​ທີ່ສຸດ ແລະ​ສຳລັບ​ການ​ຖວາຍບູຊາ​ຕ່າງໆ​ເພື່ອ​ພຣະເຈົ້າ​ຈະ​ຍົກ​ບາບ​ໃຫ້​ແກ່​ຊາດ​ອິດສະຣາເອນ ພວກເຂົາ​ໄດ້​ເຮັດ​ສິ່ງ​ທັງໝົດ​ນີ້​ຕາມ​ຄຳແນະນຳ​ຂອງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ.


ແຕ່​ເມື່ອ​ກະສັດ​ອຸດຊີຢາ​ໄດ້​ມີ​ອຳນາດ​ເຂັ້ມແຂງ​ແລ້ວ ເພິ່ນ​ກໍ​ຈອງຫອງ​ຂຶ້ນ​ອັນ​ເປັນເຫດ​ໃຫ້​ເພິ່ນ​ຫຼົ້ມຈົມ. ເພິ່ນ​ໄດ້​ໝິ່ນປະໝາດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເພິ່ນ ໂດຍ​ເຂົ້າ​ໄປ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງຫອມ​ຖວາຍບູຊາ​ທີ່​ແທ່ນ​ໂດຍ​ຕົນເອງ.


ທຸກໆ​ປີ​ໃດ ໃຫ້​ປະໂຣຫິດ​ອາໂຣນ​ປະກອບ​ພິທີ​ຊຳລະ​ແທ່ນບູຊາ​ເທື່ອໜຶ່ງ ໂດຍ​ໃຫ້​ເອົາ​ເລືອດ​ຂອງ​ສັດ​ທີ່​ຖວາຍ​ສຳລັບ​ການ​ໄຖ່​ບາບ ຫົດສົງ​ໃສ່​ຈອມ​ແທ່ນ​ທັງ​ສີ່​ດ້ານ. ໃຫ້​ປະກອບ​ພິທີ​ນີ້​ທຸກໆ​ປີ​ຕະຫລອດໄປ. ແລ້ວ​ແທ່ນ​ນີ້​ກໍ​ຈະ​ເປັນ​ແທ່ນບູຊາ​ທີ່​ບໍຣິສຸດ​ທັງ​ສິ້ນ ຊຶ່ງ​ໄດ້​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ຊຶ່ງ​ແຕ່ລະ​ຂ້າງ​ມີ 45 ເຊັນ ແລະ​ສູງ 90 ເຊັນ. ສ່ວນ​ຍອດ​ຂອງ​ແທ່ນ​ທັງ​ສີ່​ຫລ່ຽມ​ນັ້ນ ໃຫ້​ເປັນ​ໄມ້​ເນື້ອ​ດຽວກັນ​ກັບ​ແທ່ນ.


ໂຕະ​ແລະ​ເຄື່ອງໃຊ້​ທັງໝົດ​ປະຈຳ​ໂຕະ, ຫລັກ​ຕະກຽງ​ເປັນ​ຄຳສົດ ແລະ​ເຄື່ອງໃຊ້​ປະຈຳ​ຕະກຽງ, ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ,


ແທ່ນ​ສຳລັບ​ເຜົາ​ເຄື່ອງຫອມ​ແລະ​ຄານຫາມ; ນໍ້າມັນ​ເຈີມ​ສັກສິດ; ເຄື່ອງຫອມ​ເພື່ອ​ເຜົາບູຊາ ຜ້າກັ້ງ​ປະຕູ​ເຂົ້າ​ຫໍເຕັນ​ສັກສິດ;


ແທ່ນຄຳ ນໍ້າມັນ​ເຈີມ​ສັກສິດ ເຄື່ອງຫອມ​ສຳລັບ​ການເຜົາ​ຖວາຍບູຊາ; ຜ້າກັ້ງ​ທາງ​ປະຕູເຂົ້າ​ຫໍເຕັນ;


ຈົ່ງ​ຕັ້ງ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ​ໄວ້​ຕໍ່ໜ້າ​ຫີບ​ພັນທະສັນຍາ ແລະ​ກາງ​ຜ້າກັ້ງ​ໃສ່​ທາງ​ປະຕູເຂົ້າ​ຫໍເຕັນ​ສັກສິດ.


ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ໄມ້ ສູງ​ໜຶ່ງ​ແມັດ​ເຄິ່ງ​ແລະ​ກວ້າງ​ໜຶ່ງ​ແມັດ. ເສົາ​ທີ່​ແຈ, ພື້ນຖານ, ກັບ​ຂອບ​ຂອງ​ແທ່ນ ລ້ວນແຕ່​ເຮັດ​ດ້ວຍ​ໄມ້​ທັງນັ້ນ. ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ນີ້​ແຫຼະ​ແມ່ນ​ໂຕະ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.”


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.


ຕໍ່ໄປ ພວກເຂົາ​ຈະ​ຕ້ອງ​ເອົາ​ຜ້າ​ສີຟ້າ​ປົກ​ແທ່ນບູຊາ​ຄຳ ແລະ​ເອົາ​ໜັງ​ຢ່າງດີ​ປົກ​ອີກເທື່ອໜຶ່ງ ແລ້ວ​ຈຶ່ງ​ສອດ​ໄມ້ຄານຫາມ​ໃສ່.


ໃນ​ຫ້ອງ​ນັ້ນ ມີ​ແທ່ນ​ຄຳ​ສຳລັບ​ເຜົາ​ເຄື່ອງຫອມ ມີ​ຫີບ​ຫຸ້ມຫໍ່​ດ້ວຍ​ຄຳ​ທຸກ​ດ້ານ​ສຳລັບ​ໃສ່​ພັນທະສັນຍາ ຢູ່​ໃນ​ຫີບ​ນັ້ນ​ມີ​ຂັນ​ຄຳ​ໃສ່​ມານາ​ໄວ້ ມີ​ໄມ້​ຄ້ອນເທົ້າ​ຂອງ​ອາໂຣນ​ທີ່​ປົ່ງ​ຍອດ ແລະ​ມີ​ແຜ່ນ​ຫີນ​ຈາລຶກ​ພັນທະສັນຍາ​ແລ້ວ.


ມີ​ເທວະດາ​ອີກ​ຕົນ​ໜຶ່ງ ຖື​ໝໍ້​ຄຳ​ໃສ່​ເຄື່ອງຫອມ​ອອກ​ມາ​ຢືນ​ຢູ່​ຕໍ່ໜ້າ​ແທ່ນບູຊາ. ເພິ່ນ​ໄດ້​ຮັບ​ເຄື່ອງຫອມ​ຢ່າງ​ຫລວງຫລາຍ ເພື່ອ​ຈະ​ຖວາຍ​ຮ່ວມ​ກັບ​ຄຳ​ພາວັນນາ​ອະທິຖານ​ແຫ່ງ​ໄພ່ພົນ​ທັງໝົດ​ຂອງ​ພຣະເຈົ້າ ເທິງ​ແທ່ນບູຊາ​ຄຳ​ທີ່​ຢູ່​ຕໍ່ໜ້າ​ພຣະ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka