Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:6 - ພຣະຄຳພີສັກສິ

6 ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 3:6
42 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ອັບຣາມ​ກົ້ມ​ຂາບລົງ​ທີ່​ພື້ນດິນ ແລະ​ພຣະເຈົ້າ​ກ່າວ​ວ່າ,


ລາວ​ພາວັນນາ​ອະທິຖານ​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ໃນ​ຄືນ​ນັ້ນ ພຣະເຈົ້າຢາເວ​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ; ຢ່າສູ່ຢ້ານ​ເລີຍ ເພາະ​ເຮົາ​ຢູ່​ກັບ​ເຈົ້າ. ແລະ​ອວຍພອນ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ; ເຮົາ​ໄດ້​ສັນຍາ​ໄວ້​ກັບ​ອັບຣາຮາມ​ຜູ້ຮັບໃຊ້​ຂອງເຮົາ.”


ແລະ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ກຳລັງ​ຢືນ​ຢູ່​ຂ້າງ​ລາວ. ພຣະອົງ​ກ່າວ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ປູ່​ຂອງ​ເຈົ້າ​ແລະ​ພຣະເຈົ້າ​ຂອງ​ອີຊາກ; ເຮົາ​ຈະ​ມອບ​ດິນແດນ​ທີ່​ເຈົ້າ​ກຳລັງ​ນອນ​ຢູ່​ນີ້​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ.


ລາວ​ຢ້ານ​ແລະ​ເວົ້າ​ວ່າ, “ບ່ອນ​ນີ້ ໜ້າ​ຂົນ​ຫົວ​ລຸກ​ແທ້ໆ! ຄົງ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ຄົງ​ເປັນ​ປະຕູ​ທີ່​ໄຂ​ໄປ​ສູ່​ສະຫວັນ.”


ຖ້າ​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງຂ້ອຍ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ​ແລະ​ອີຊາກ ບໍ່ໄດ້​ສະຖິດ​ຢູ່​ນຳ​ຂ້ອຍ; ປານ​ນີ້​ເຈົ້າ​ຄົງ​ໄລ່​ຂ້ອຍ​ໜີໄປ​ມື​ເປົ່າ​ແລ້ວ. ແຕ່​ພຣະເຈົ້າ​ເຫັນ​ຄວາມ​ທຸກ​ລຳບາກ​ຂອງຂ້ອຍ ທັງ​ຮູ້ຈັກ​ວຽກງານ​ທີ່​ຂ້ອຍ​ໄດ້​ເຮັດ ແລະ​ໃນ​ຄືນ​ວານ​ນີ້ ພຣະອົງ​ຈຶ່ງ​ຕັດສິນ​ຄວາມ​ໃຫ້.”


ແລ້ວ​ຢາໂຄບ​ກໍ​ພາວັນນາ​ອະທິຖານ​ວ່າ, “ໂອ ພຣະເຈົ້າ​ຂອງ​ອັບຣາຮາມ​ຜູ້​ເປັນ​ປູ່ ແລະ​ພຣະເຈົ້າ​ຂອງ​ອີຊາກ​ຜູ້​ເປັນ​ພໍ່​ຂອງ​ຂ້ານ້ອຍ, ໂອ ພຣະເຈົ້າຢາເວ ພຣະອົງ​ບອກ​ໃຫ້​ຂ້ານ້ອຍ​ກັບຄືນ​ເມືອ​ສູ່​ດິນແດນ​ຫາ​ຍາດຕິພີ່ນ້ອງ ແລະ​ພຣະອົງ​ຈະ​ໃຫ້​ທຸກສິ່ງ​ຜ່ານ​ພົ້ນ​ໄປ​ໂດຍ​ດີ​ສຳລັບ​ຂ້ານ້ອຍ.


ພໍ​ເຖິງ​ຍາມ​ຖວາຍບູຊາ​ຕອນແລງ ຜູ້ທຳນວາຍ​ເອລີຢາ​ກໍ​ຍ່າງ​ເຂົ້າ​ໄປ​ໃກ້​ແທ່ນບູຊາ ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ; ບັດນີ້ ຂໍ​ພຣະອົງ​ພິສູດ​ໃຫ້​ເຫັນ​ວ່າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ແລະ​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ຂ້ານ້ອຍ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້​ທັງໝົດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ເອລີຢາ​ໄດ້ຍິນ​ສຽງ​ນີ້ ເພິ່ນ​ກໍ​ເອົາ​ເສື້ອຄຸມ​ຂອງ​ເພິ່ນ​ປົກ​ໜ້າ​ໄວ້ ແລະ​ອອກ​ໄປ​ຢືນ​ຢູ່​ປາກ​ຖໍ້າ. ສຽງ​ນັ້ນ​ກ່າວ​ຕໍ່​ເພິ່ນ​ວ່າ, “ເອລີຢາ ເຈົ້າ​ເຮັດ​ຫຍັງ​ຢູ່​ທີ່ນີ້?”


ໃນ​ປະເທດ​ເອຢິບ​ພຣະອົງ​ເຫັນ​ພວກເພິ່ນ​ທົນທຸກ​ສໍ່າໃດ ຄື​ບັນພະບຸລຸດ​ຮ້ອງ​ໃຫ້​ຊ່ວຍເຫຼືອ​ທີ່​ທະເລແດງ​ນັ້ນ,


ທຸກໆ​ມື້​ໃດ ພວກເຂົາ​ກໍ​ຊັກຊວນ​ລາວ​ໃຫ້​ຍອມ​ເຮັດ​ຕາມ ແຕ່​ລາວ​ບໍ່​ຍອມ​ຟັງຄວາມ​ຂອງ​ພວກເຂົາ. ລາວ​ອະທິບາຍ​ວ່າ, “ຂ້ອຍ​ເປັນ​ຄົນ​ຢິວ ຂ້ອຍ​ບໍ່​ອາດ​ກົ້ມຂາບ​ຮາມານ​ໄດ້​ດອກ.” ສະນັ້ນ ພວກເຂົາ​ຈຶ່ງ​ໄປ​ບອກ​ໃຫ້​ຮາມານ​ຮູ້​ໃນ​ເລື່ອງ​ນີ້ ເພື່ອ​ຢາກ​ຈະ​ຮູ້​ວ່າ​ລາວ​ຈະ​ທົນ​ຕໍ່​ການ​ທີ່​ມໍເດໄກ​ປະພຶດ​ໄດ້​ຢ່າງໃດ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ຈື່ຈຳ​ສິ່ງ​ທີ່​ເພິ່ນ​ໄດ້​ສາບານ ສາບານ​ກັບ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ຂອງ​ຢາໂຄບ​ວ່າ,


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ເຮົາ​ຈະ​ຢູ່​ທ່າມກາງ​ປະຊາຊົນ​ອິດສະຣາເອນ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ເຈົ້າ​ຈະ​ບໍ່​ເຫັນ​ໜ້າ​ເຮົາ ເພາະວ່າ​ບໍ່ມີ​ຜູ້ໃດ​ທີ່​ໄດ້​ເຫັນ​ໜ້າ​ເຮົາ​ແລ້ວ​ມີ​ຊີວິດ​ຢູ່.”


ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”


ເຮົາ​ຈະ​ໃຫ້​ພວກເຂົາ​ມີ​ຄວາມ​ປາຖະໜາ​ຢາກ​ຮູ້ຈັກ​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ. ແລ້ວ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ; ເພາະ​ພວກເຂົາ​ຈະ​ກັບຄືນ​ມາ​ຫາ​ເຮົາ​ຢ່າງ​ໝົດຈິດ​ໝົດໃຈ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແລ້ວ​ພວກເຂົາ​ກໍ​ຈະ​ໄດ້​ຮັກສາ​ກົດບັນຍັດ​ທັງຫລາຍ​ຂອງເຮົາ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ທັງໝົດ​ຂອງເຮົາ​ຢ່າງ​ສັດຊື່. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ແລະ​ເຮົາ​ຈະ​ນຳ​ພວກເຂົາ​ມາ​ຈາກ​ທິດ​ຕາເວັນອອກ​ແລະ​ທິດ​ຕາເວັນຕົກ ເພື່ອ​ໃຫ້​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ພວກເຂົາ​ຈະ​ເປັນ​ປະຊາຊົນ​ຂອງເຮົາ​ແລະ​ເຮົາ​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ໂດຍ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄວາມສັດຊື່​ແລະ​ຊອບທຳ.


ເມື່ອ​ພວກ​ສາວົກ​ໄດ້ຍິນ​ສຽງ​ນັ້ນ ກໍ​ສະທ້ານ​ຢ້ານກົວ​ຫລາຍ ຈຶ່ງ​ໝູບ​ໜ້າ​ຢູ່​ກັບ​ພື້ນດິນ.


‘ຝ່າຍ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.’ ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ.”


ສຳລັບ​ເລື່ອງ​ຄົນ​ຕາຍ​ເປັນ​ຄືນ​ມາ​ນັ້ນ ພວກເຈົ້າ​ບໍ່ເຄີຍ​ອ່ານ​ໃນ​ພຣະຄຳພີ​ຂອງ​ໂມເຊ​ຈັກເທື່ອ​ບໍ? ໃນ​ຕອນ​ທີ່​ກ່າວ​ເຖິງ​ເລື່ອງ​ພຸ່ມໄມ້​ທີ່​ມີ​ໄຟ​ລຸກ​ໄໝ້​ນັ້ນ, ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ດັ່ງນີ້: ‘ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’


ແຕ່​ວ່າ ຄົນ​ຕາຍ​ຖືກ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ​ນັ້ນ ໂມເຊ​ໄດ້​ສະແດງ​ໃນ​ເລື່ອງ​ພຸ່ມໄມ້ ເພິ່ນ​ໄດ້​ເອີ້ນ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ‘ຊົງ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’


ເມື່ອ​ຊີໂມນ​ເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍ​ຂາບລົງ​ທີ່​ຕີນ​ຂອງ​ພຣະເຢຊູເຈົ້າ ແລະ​ກ່າວ​ວ່າ, “ພຣະອົງເຈົ້າ​ເອີຍ, ຂໍ​ໄປ​ໃຫ້​ຫ່າງ​ຈາກ​ຂ້ານ້ອຍ​ທ້ອນ ເພາະ​ຂ້ານ້ອຍ​ເປັນ​ຄົນ​ບາບ.”


‘ເຮົາ​ແມ່ນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊ​ຈຶ່ງ​ຢ້ານ​ຫລາຍ​ຈົນ​ສັ່ນເຊັນ ແລະ​ບໍ່​ກ້າ​ຫລຽວ​ເບິ່ງ.


ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ລຳບາກ​ອັນ​ຮ້າຍແຮງ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຮັບ​ໃນ​ປະເທດ​ເອຢິບ ເຮົາ​ໄດ້ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ. ບັດນີ້​ມາແມ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ທີ່​ປະເທດ​ເອຢິບ.’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊື່ອຟັງ​ແລະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຢູ່ເຢັນ​ເປັນສຸກ ແລະ​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ມີ​ອຳນາດ ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ຕາມ​ທີ່​ພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ສັນຍາ​ໄວ້.


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.


ສິ່ງ​ທີ່​ປາກົດ​ນັ້ນ ກໍ​ເປັນ​ໜ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ຢ້ານ​ເຕັມທີ​ຈົນ​ຕົວ​ສັ່ນ.”


ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ພຣະອົງ ຂ້າພະເຈົ້າ​ກໍ​ລົ້ມ​ລົງ​ໃກ້​ຕີນ​ຂອງ​ພຣະອົງ ເໝືອນ​ກັບ​ຄົນ​ທີ່​ຕາຍ​ແລ້ວ, ແຕ່​ພຣະອົງ​ເດ່​ມື​ຂວາ​ມາ​ຈັບ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ຢ່າ​ສູ່​ຢ້ານ ເຮົາ​ເປັນ​ຜູ້ຕົ້ນ​ແລະ​ເປັນ​ຜູ້ປາຍ.


ແລ້ວ​ມາໂນອາ​ກໍໄດ້​ເວົ້າ​ກັບ​ເມຍ​ຂອງຕົນ​ວ່າ, “ພວກເຮົາ​ຕ້ອງ​ຕາຍ​ເປັນ​ແນ່ ເພາະ​ພວກເຮົາ​ໄດ້​ເຫັນ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka