5 ພຣະເຈົ້າບອກວ່າ, “ຢ່າຫຍັບເຂົ້າມາໃກ້ອີກເປັນເດັດຂາດ. ຈົ່ງຖອດເກີບອອກສາ ເພາະວ່າເຈົ້າກຳລັງຢືນຢູ່ທີ່ບ່ອນສັກສິດ.
ເຈົ້າຈົ່ງກຳນົດເຂດອ້ອມຮອບພູໄວ້ໃຫ້ປະຊາຊົນ ແລະບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫລືເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງຍ່າງຂຶ້ນໄປທີ່ນັ້ນຈະມີໂທດເຖິງຕາຍ;
ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງລົງໄປເຕືອນປະຊາຊົນ ບໍ່ໃຫ້ຂ້າມເຂດເຂົ້າມາເບິ່ງພຣະເຈົ້າຢາເວ, ຖ້າພວກເຂົາຂືນຂຶ້ນມາທີ່ນີ້ຈະມີຫລາຍຄົນຕາຍ.
ແລ້ວໂມເຊກໍໄດ້ເລົ່າເລື່ອງທັງໝົດທີ່ພຣະເຈົ້າຢາເວໄດ້ບອກຕົນນັ້ນສູ່ອາໂຣນຟັງ ພ້ອມທັງບັນລະຍາຍການອັດສະຈັນຕ່າງໆ ທີ່ພຣະອົງໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ.
ຈົ່ງລະມັດລະວັງ ເມື່ອເຂົ້າໄປໃນພຣະວິຫານ ເຂົ້າໄປໃນທີ່ນັ້ນເພື່ອສຶກສາຮຽນຮູ້ ກໍດີກວ່າເຂົ້າໄປຖວາຍເຄື່ອງບູຊາ ດັ່ງຄົນໂງ່ຈ້າທີ່ບໍ່ຮູ້ຈັກຜິດຈັກຖືກ.
ພວກເຈົ້ານາຍຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງ ກະສັດຂອງພວກເຂົາ ຈະມາຈາກຊົນຊາດຂອງພວກເຂົາເອງດ້ວຍ. ລາວຈະຫຍັບເຂົ້າໃກ້ ເມື່ອເຮົາໄດ້ເຊີນລາວ ຜູ້ທີ່ບໍ່ຖືກເຊີນ ມີຜູ້ໃດແດ່ກ້າຫຍັບມາເຂົ້າໃກ້? ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ແລ້ວໂມເຊໄດ້ກ່າວແກ່ອາໂຣນວ່າ, “ພຣະເຈົ້າຢາເວໄດ້ປະກາດໄວ້ດັ່ງນີ້: ‘ທຸກຄົນທີ່ຮັບໃຊ້ເຮົາຕ້ອງຢຳເກງຄວາມບໍຣິສຸດຂອງເຮົາ; ເຮົາຈະໃຫ້ປະຊາຊົນຂອງເຮົາເຫັນສະຫງ່າຣາສີຂອງເຮົາ.”’ ສ່ວນອາໂຣນກໍໄດ້ແຕ່ຕົກສະເງີ້ຈົນປາກບໍ່ອອກ.
ອົງພຣະຜູ້ເປັນເຈົ້າກ່າວແກ່ໂມເຊວ່າ, ‘ຈົ່ງຖອດເກີບເຈົ້າອອກ ເພາະບ່ອນທີ່ເຈົ້າກຳລັງຢືນຢູ່ນີ້ເປັນບ່ອນສັກສິດ.
ຈົ່ງຮັກສາຄ້າຍພັກຂອງພວກເຈົ້າໃຫ້ປາສະຈາກມົນທິນຕາມກົດບັນຍັດ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສະຖິດຢູ່ໃນຄ້າຍນັ້ນເພື່ອຄຸ້ມຄອງພວກເຈົ້າ ແລະໃຫ້ພວກເຈົ້າມີໄຊຊະນະຕໍ່ຂ້າເສິກສັດຕູ. ຢ່າເຮັດສິ່ງໃດສິ່ງໜຶ່ງທີ່ໜ້າເປິເປື້ອນ ຊຶ່ງເປັນເຫດໃຫ້ພຣະອົງປິ່ນໜ້າໜີຈາກພວກເຈົ້າ.”
ເພາະວ່າ ຂໍ້ຄວາມທີ່ຊົງບັນຍັດໄວ້ນັ້ນ ພວກເຂົາທົນບໍ່ໄດ້ ຄືວ່າ, “ແມ່ນແຕ່ສັດເດຍລະສານໂຕໃດໂຕໜຶ່ງ ຖ້າຫາກໄປຕ້ອງພູນັ້ນ ກໍຈະຕ້ອງຖືກຄວ່າງກ້ອນຫີນໃສ່ໃຫ້ຕາຍ.”
ຜູ້ບັນຊາການກອງທັບຂອງພຣະເຈົ້າຢາເວໄດ້ບອກໂຢຊວຍວ່າ, “ຈົ່ງຖອດເກີບຂອງເຈົ້າອອກ ເຈົ້າກຳລັງຢືນຢູ່ບ່ອນສັກສິດ.” ແລ້ວໂຢຊວຍກໍປະຕິບັດຕາມທີ່ເພິ່ນໄດ້ບອກນັ້ນ.
ຝ່າຍພວກເຮົາກໍໄດ້ຍິນພຣະສຸຣະສຽງນີ້ຈາກສະຫວັນ ເມື່ອພວກເຮົາໄດ້ຢູ່ກັບພຣະອົງ ທີ່ພູອັນສັກສິດນັ້ນ.