Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:4 - ພຣະຄຳພີສັກສິ

4 ເມື່ອ​ພຣະເຈົ້າຢາເວ​ເຫັນ​ໂມເຊ​ຍ່າງ​ເຂົ້າ​ມາ​ໃກ້, ພຣະອົງ​ຈຶ່ງ​ກ່າວ​ອອກ​ມາ​ຈາກ​ພຸ່ມໄມ້​ນັ້ນ​ວ່າ, “ໂມເຊ ໂມເຊ​ເອີຍ.” ໂມເຊ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”

Uka jalj uñjjattʼäta Copia luraña




ອົບພະຍົບ 3:4
18 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະເຈົ້າ​ໄດ້​ລອງໃຈ​ອັບຣາຮາມ; ພຣະອົງ​ເອີ້ນ​ເພິ່ນ​ວ່າ, “ອັບຣາຮາມ​ເອີຍ” ແລະ​ອັບຣາຮາມ​ກໍ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ແຕ່​ໃນ​ທັນໃດນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ເອີ້ນ​ມາ​ແຕ່​ສະຫວັນ​ວ່າ, “ອັບຣາຮາມ ອັບຣາຮາມ​ເອີຍ!” ເພິ່ນ​ຈຶ່ງ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ເມື່ອ​ຢາໂຄບ​ຕື່ນ​ຂຶ້ນ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ບ່ອນ​ນີ້​ແທ້ໆ ແຕ່​ເຮົາ​ບໍ່​ຮູ້ຈັກ.”


ໃນ​ຄືນ​ນັ້ນ ພຣະເຈົ້າ​ໄດ້​ກ່າວ​ກັບ​ຢາໂຄບ​ທາງ​ຄວາມຝັນ​ວ່າ, “ຢາໂຄບ ຢາໂຄບ​ເອີຍ.” ເພິ່ນ​ຂານ​ຕອບ​ວ່າ, “ໂດຍ ຂ້ານ້ອຍ​ກຳລັງ​ຟັງ​ຢູ່.”


ຂ້ອຍ​ໄດ້ຍິນ​ພຣະເຈົ້າ​ກ່າວ​ຫລາຍກວ່າ​ໜຶ່ງ​ເທື່ອ​ວ່າ, “ຣິດອຳນາດ​ເປັນ​ຂອງ​ພຣະເຈົ້າ”.


ແລະ​ໂມເຊ​ກໍໄດ້​ຂຶ້ນ​ໄປ​ທີ່​ເທິງ​ພູ​ເພື່ອ​ເຂົ້າ​ເຝົ້າ​ພຣະເຈົ້າ. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເທິງ​ພູ​ໃຫ້​ບອກ​ຊາວ​ອິດສະຣາເອນ ເຊື້ອສາຍ​ຂອງ​ຢາໂຄບ​ດັ່ງນີ້:


ໃນ​ທີ່ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ເປັນ​ແປວ​ໄຟ ໃຫ້​ໂມເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມໄມ້​ຂຽວ​ແຫ່ງ​ໜຶ່ງ. ໂມເຊ​ຈ້ອງຕາ​ເບິ່ງ​ໄຟ​ແຕ່​ບໍ່​ເຫັນ​ພຸ່ມໄມ້​ໄໝ້.


ແລ້ວ​ໂມເຊ​ກໍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ນຳພາ​ປະຊາຊົນ​ເຫຼົ່ານີ້ ແຕ່​ພຣະອົງ​ບໍ່ໄດ້​ສັນຍາ​ວ່າ ຈະ​ສົ່ງ​ຜູ້ໃດ​ມາ​ຊ່ວຍ​ຂ້ານ້ອຍ​ເລີຍ. ພຣະອົງ​ບອກ​ພຽງແຕ່​ວ່າ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ພໍໃຈ​ນຳ​ຂ້ານ້ອຍ.


ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”


ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ ຈາກ​ຫໍເຕັນ​ບ່ອນ​ຊຸມນຸມ


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ ຈົ່ງ​ລຸກ​ຂຶ້ນ ແລ້ວ​ຂ້າ​ກິນ​ເສຍ.”


ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”


ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ຂໍ​ໃຫ້​ດິນແດນ​ຂອງ​ພວກເຂົາ​ນັ້ນ​ເຕັມ​ແຕ່​ສິ່ງ​ທີ່​ດີ ໂດຍ​ເດດ​ແຫ່ງ​ພຣະຄຸນ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ. ຄື​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ກ່າວ​ຕັກເຕືອນ ອອກ​ມາ​ຈາກ​ແປວໄຟ​ໄໝ້​ລຸກ​ລາມ​ໃນ​ພຸ່ມໄມ້. ຂໍ​ພອນ​ເຫຼົ່ານີ້​ຫລັ່ງ​ໄຫລ​ເຂົ້າ​ສູ່​ເຜົ່າ​ໂຢເຊັບ ເພາະ​ລາວ​ເປັນ​ຫົວໜ້າ​ອ້າຍ​ນ້ອງ​ຂອງຕົນ.


ພຣະເຈົ້າຢາເວ​ໄດ້​ມາ​ຢືນ​ຢູ່​ໃນ​ບ່ອນ​ນັ້ນ ແລະ​ເອີ້ນ​ເໝືອນ​ດັ່ງ​ແຕ່​ກ່ອນ​ວ່າ, “ຊາມູເອນ ຊາມູເອນ​ເອີຍ!” ຊາມູເອນ​ຕອບ​ວ່າ, “ຜູ້ຮັບໃຊ້​ຂອງ​ພຣະອົງ​ກຳລັງ​ຟັງ​ຢູ່ ຂໍ​ພຣະອົງ​ສັ່ງ​ມາ​ເຖີດ.”


ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ. ລາວ​ຂານ​ຕອບ​ວ່າ, “ຂ້ານ້ອຍ​ຢູ່​ທີ່ນີ້.”


ພຣະເຈົ້າຢາເວ​ໄດ້​ເອີ້ນ​ຊາມູເອນ​ອີກ ແລະ​ເດັກຊາຍ​ຄົນ​ນີ້​ກໍ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແຕ່​ເອລີ​ຕອບ​ວ່າ, “ລູກເອີຍ ພໍ່​ບໍ່ໄດ້​ເອີ້ນ​ເຈົ້າ ຈົ່ງ​ກັບຄືນ​ໄປ​ນອນ​ສາ.” ຊາມູເອນ​ບໍ່​ຮູ້ຈັກ​ວ່າ​ແມ່ນ​ພຣະເຈົ້າຢາເວ​ເອີ້ນ​ຕົນ ເພາະ​ພຣະເຈົ້າຢາເວ​ຍັງ​ບໍ່ເຄີຍ​ກ່າວ​ກັບ​ລາວ​ມາ​ກ່ອນ.


ພຣະເຈົ້າຢາເວ​ເອີ້ນ​ຊາມູເອນ​ອີກ​ເປັນ​ຄັ້ງ​ທີ​ສາມ; ລາວ​ຈຶ່ງ​ລຸກ​ຂຶ້ນ​ໄປ​ຫາ​ເອລີ ແລະ​ຖາມ​ວ່າ, “ທ່ານ​ເອີ້ນ​ຂ້ານ້ອຍ​ບໍ? ຂ້ານ້ອຍ​ຢູ່​ທີ່ນີ້​ເດ.” ແລ້ວ​ເອລີ​ກໍ​ເຂົ້າໃຈ​ວ່າ​ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ເອີ້ນ​ເດັກຊາຍ​ຄົນ​ນີ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka