2 ໃນທີ່ນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ປາກົດເປັນແປວໄຟ ໃຫ້ໂມເຊເຫັນຢູ່ໃນກາງພຸ່ມໄມ້ຂຽວແຫ່ງໜຶ່ງ. ໂມເຊຈ້ອງຕາເບິ່ງໄຟແຕ່ບໍ່ເຫັນພຸ່ມໄມ້ໄໝ້.
ພຣະເຈົ້າໄດ້ຍິນສຽງຂອງເດັກນ້ອຍຮ້ອງໄຫ້ ແລະເທວະດາຂອງພຣະເຈົ້າກໍໄດ້ເອີ້ນນາງຮາກາມາຈາກສະຫວັນວ່າ, “ຮາກາ ເຈົ້າມີຄວາມເດືອດຮ້ອນຫຍັງ? ຢ່າຢ້ານກົວເລີຍ. ພຣະເຈົ້າໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ແລ້ວ.
ແຕ່ໃນທັນໃດນັ້ນ ເທວະດາຂອງພຣະເຈົ້າຢາເວໄດ້ເອີ້ນມາແຕ່ສະຫວັນວ່າ, “ອັບຣາຮາມ ອັບຣາຮາມເອີຍ!” ເພິ່ນຈຶ່ງຕອບວ່າ, “ໂດຍ ຂ້ານ້ອຍກຳລັງຟັງຢູ່.”
ຂໍໃຫ້ເທວະດາຕົນທີ່ໄດ້ຊ່ວຍກູ້ເອົາຂ້ານ້ອຍ; ຈົ່ງອວຍພອນເຂົາເຫຼົ່ານີ້ດ້ວຍ ຂໍໃຫ້ຊື່ຂອງຂ້ານ້ອຍທັງອີຊາກແລະອັບຣາຮາມ ດຳລົງຄົງຢູ່ນຳເດັກນ້ອຍເຫຼົ່ານີ້ ຂໍໃຫ້ພວກເຂົາຈົ່ງມີລູກຫລານຢ່າງຫຼວງຫລາຍ ທັງມີເຊື້ອສາຍມາກມາຍຫລາຍລົ້ນ ແດ່ທ້ອນ.”
ພຣະອົງປະໃຫ້ສັດຕູຢຽບຢໍ່າພວກຂ້ານ້ອຍ ລົງຢູ່ໃຕ້ພື້ນຕີນເຂົາເຈົ້າ ພວກຂ້ານ້ອຍໄດ້ຜ່ານນໍ້າຖ້ວມແລະໄຟ ແຕ່ບັດນີ້ພຣະອົງນຳມາເຖິງທີ່ປອດໄພແລ້ວ.
ພູເຂົາຊີນາຍທັງໜ່ວຍມີຄວັນປົກຄຸມຢູ່ ເພາະພຣະເຈົ້າຢາເວໄດ້ສະເດັດລົງມາໃນໄຟທີ່ເທິງພູນັ້ນ. ສະນັ້ນ ຄວັນທີ່ພຸ່ງຂຶ້ນມາ ຈຶ່ງຄືຄວັນທີ່ອອກມາຈາກເຕົາໄຟອັນໃຫຍ່ ແລະພູເຂົາທັງໜ່ວຍກໍສະທ້ານຫວັ່ນໄຫວຢ່າງໜັກ.
ເຮົາຈະໃຊ້ເທວະດານຳໜ້າໄປ ເພື່ອປົກປັກຮັກສາພວກເຈົ້າໃນການເດີນທາງ ທັງຈະນຳພວກເຈົ້າໄປບ່ອນທີ່ເຮົາໄດ້ຈັດແຈງໄວ້.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.
ສະນັ້ນ ພຣະອົງຈຶ່ງໄດ້ຊ່ວຍເຫລືອພວກເຂົາ ໃຫ້ພົ້ນຈາກຄວາມທົນທຸກທັງໝົດ. ບໍ່ແມ່ນເທວະດາຕົນໜຶ່ງຕົນໃດທີ່ໄດ້ຊ່ວຍເຫລືອພວກເຂົາ ແຕ່ແມ່ນອົງພຣະຜູ້ເປັນເຈົ້າເອງ. ເພາະຄວາມຮັກແລະຄວາມເມດຕາຂອງພຣະອົງ ພຣະອົງຈຶ່ງໄດ້ຊ່ວຍກູ້ເອົາພວກເຂົາ. ໃນອະດີດພຣະອົງໄດ້ເບິ່ງແຍງພວກເຂົາຕະຫລອດມາ
ຝ່າຍບັນດາພວກຜູ້ປົກຄອງ, ເຈົ້າແຂວງ, ຮອງເຈົ້າແຂວງ ແລະພວກຂ້າຣາຊການຂອງກະສັດຄົນອື່ນໆ ຕ່າງກໍເບິ່ງຊາຍສາມຄົນນີ້; ພວກເຂົາບໍ່ໄດ້ຮັບບາດເຈັບຍ້ອນໄຟນັ້ນເລີຍ. ຜົມກໍບໍ່ຖືກໄຟໄໝ້, ເຄື່ອງນຸ່ງກໍບໍ່ຖືກໄຟໄໝ້ ແລະໃນຕົວຂອງພວກເຂົາກໍບໍ່ມີກິ່ນຄວັນໄຟເລີຍ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ດາບເອີຍ ຈົ່ງຕື່ນຂຶ້ນແລະໂຈມຕີຄົນລ້ຽງແກະ ທີ່ເຮັດວຽກໃຫ້ເຮົາ ຈົ່ງຂ້າລາວເສຍ ແລະຝູງແກະຂອງເຮົາກໍຈະກະຈັດກະຈາຍໄປ. ເຮົາຈະໂຈມຕີປະຊາຊົນຂອງເຮົາ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຕອບວ່າ, “ເຮົາຈະໃຊ້ຜູ້ແຈ້ງຂ່າວຂອງເຮົາໄປຕຽມທາງໄວ້ສຳລັບເຮົາ. ແລ້ວອົງພຣະຜູ້ເປັນເຈົ້າ ຜູ້ທີ່ພວກເຈົ້າກຳລັງຊອກຫານັ້ນ ກໍຈະມາທີ່ພຣະວິຫານໃນທັນໃດ. ຜູ້ແຈ້ງຂ່າວທີ່ພວກເຈົ້າຢາກເຫັນນັ້ນຈະມາ ແລະປະກາດພັນທະສັນຍາຂອງເຮົາ.”
ສຳລັບເລື່ອງຄົນຕາຍເປັນຄືນມານັ້ນ ພວກເຈົ້າບໍ່ເຄີຍອ່ານໃນພຣະຄຳພີຂອງໂມເຊຈັກເທື່ອບໍ? ໃນຕອນທີ່ກ່າວເຖິງເລື່ອງພຸ່ມໄມ້ທີ່ມີໄຟລຸກໄໝ້ນັ້ນ, ມີຄຳຂຽນໄວ້ໃນພຣະຄຳພີວ່າ, ພຣະເຈົ້າໄດ້ກ່າວແກ່ໂມເຊດັ່ງນີ້: ‘ເຮົາເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’
ແຕ່ວ່າ ຄົນຕາຍຖືກບັນດານໃຫ້ເປັນຄືນມາສູ່ຊີວິດນັ້ນ ໂມເຊໄດ້ສະແດງໃນເລື່ອງພຸ່ມໄມ້ ເພິ່ນໄດ້ເອີ້ນອົງພຣະຜູ້ເປັນເຈົ້າວ່າ, ‘ຊົງເປັນພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະ ຢາໂຄບ.’
ພຣະທຳໄດ້ຊົງບັງເກີດເປັນມະນຸດ ແລະອາໄສຢູ່ທ່າມກາງເຮົາທັງຫລາຍ ບໍຣິບູນດ້ວຍພຣະຄຸນແລະຄວາມຈິງ ເຮົາທັງຫລາຍໄດ້ເຫັນສະຫງ່າຣາສີຂອງພຣະອົງ ຄືສະຫງ່າຣາສີທີ່ພຣະອົງໄດ້ຮັບ ໃນຖານະທີ່ເປັນພຣະບຸດອົງດຽວຂອງພຣະບິດາເຈົ້າ.
ດ້ວຍວ່າ, ສິ່ງທີ່ກົດບັນຍັດເຮັດບໍ່ໄດ້ ເພາະເນື້ອກາຍ ເຮັດໃຫ້ອ່ອນກຳລັງເສຍ ພຣະເຈົ້າກໍໄດ້ຊົງເຮັດແລ້ວ ໂດຍໄດ້ຊົງໃຊ້ພຣະບຸດຂອງພຣະອົງມາໃນສະພາບເໝືອນເນື້ອກາຍ ທີ່ຜິດບາບ ແລະເພື່ອຊົງໄຖ່ຄວາມຜິດບາບ ພຣະອົງຈຶ່ງໄດ້ຊົງລົງໂທດຄວາມບາບໃນເນື້ອກາຍ ນັ້ນ.
ຂໍໃຫ້ດິນແດນຂອງພວກເຂົານັ້ນເຕັມແຕ່ສິ່ງທີ່ດີ ໂດຍເດດແຫ່ງພຣະຄຸນໄດ້ຮັບພອນຈາກພຣະເຈົ້າ. ຄືອົງພຣະຜູ້ເປັນເຈົ້າອົງທີ່ໄດ້ກ່າວຕັກເຕືອນ ອອກມາຈາກແປວໄຟໄໝ້ລຸກລາມໃນພຸ່ມໄມ້. ຂໍພອນເຫຼົ່ານີ້ຫລັ່ງໄຫລເຂົ້າສູ່ເຜົ່າໂຢເຊັບ ເພາະລາວເປັນຫົວໜ້າອ້າຍນ້ອງຂອງຕົນ.
ແຕ່ສຳລັບພວກເຈົ້າແລ້ວ ພວກເຈົ້າເປັນປະຊາຊົນທີ່ພຣະເຈົ້າຢາເວໄດ້ຊ່ວຍກອບກູ້ ອອກມາຈາກຂຸມນະຣົກຂອງເອຢິບ. ພຣະອົງໄດ້ນຳພວກເຈົ້າອອກມາ ເພື່ອຫລໍ່ຫລອມໃຫ້ເປັນໄພ່ພົນຂອງພຣະອົງ ເໝືອນດັ່ງທີ່ພວກເຈົ້າເປັນຢູ່ໃນວັນນີ້.
ແລະພຣະອົງຈະໃຫ້ພວກເຈົ້າ ຜູ້ທີ່ຖືກຄວາມຍາກລຳບາກ ໄດ້ຮັບຄວາມບັນເທົາທຸກຮ່ວມກັບພວກເຮົາດ້ວຍ. ເມື່ອອົງພຣະເຢຊູເຈົ້າຈະຊົງສະເດັດມາປາກົດຈາກສະຫວັນ ໃນແປວໄຟອັນຮ້ອນກ້າພ້ອມດ້ວຍຝູງເທວະດາຕົນມີຣິດຂອງພຣະອົງ,
ເທວະດາຂອງພຣະເຈົ້າຢາເວຕອບມາໂນອາວ່າ, “ຕ້ອງໃຫ້ແນ່ໃຈວ່າ ເມຍຂອງເຈົ້າປະຕິບັດທຸກໆສິ່ງຕາມທີ່ເຮົາໄດ້ບອກນາງໄວ້ນັ້ນ.