ອົບພະຍົບ 3:19 - ພຣະຄຳພີສັກສິ19 ເຮົາຮູ້ແລ້ວວ່າ ກະສັດຟາໂຣແຫ່ງເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ລາວຈະຖືກບີບບັງຄັບເທົ່ານັ້ນ. Uka jalj uñjjattʼäta |
ເມື່ອກະສັດຟາໂຣແຫ່ງເອຢິບໃຈແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ພວກເຮົາໄປນັ້ນ ພຣະເຈົ້າຢາເວໄດ້ຂ້າລູກຊາຍກົກຫົວປີທັງໝົດຂອງຊາວເອຢິບຄື: ລູກຊາຍກົກຂອງຄົນແລະທັງລູກຫົວປີຂອງສັດໂຕເຖິກຄືກັນ. ດ້ວຍເຫດນີ້ ພວກເຮົາຈຶ່ງຕ້ອງຖວາຍບູຊາລູກຫົວປີຂອງສັດໂຕເຖິກແກ່ພຣະເຈົ້າຢາເວ, ແຕ່ສ່ວນລູກຊາຍກົກນັ້ນ ພວກເຮົາໄຖ່ຄືນໄວ້ໄດ້.
ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.