Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:18 - ພຣະຄຳພີສັກສິ

18 ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’

Uka jalj uñjjattʼäta Copia luraña




ອົບພະຍົບ 3:18
40 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.


ແຕ່​ມີ​ຊາຍ​ຄົນ​ໜຶ່ງ​ປົບໜີ​ມາ​ໄດ້ ຈຶ່ງ​ບອກ​ເລື່ອງ​ໃຫ້​ອັບຣາມ​ຄົນ​ເຮັບເຣີ​ຮູ້ ຊຶ່ງ​ໃນ​ເວລາ​ນັ້ນ​ເພິ່ນ​ອາໄສ​ຢູ່​ໃກ້​ຕົ້ນໄມ້​ສັກສິດ​ຂອງ​ມຳເຣ ຊາວ​ອາໂມ. ມຳເຣ​ເປັນ​ອ້າຍ​ຂອງ​ເອັດຊະໂຄນ ແລະ​ອາເນ. ສ່ວນ​ຄົນ​ພວກ​ນີ້​ເປັນ​ພັນທະມິດ​ຂອງ​ອັບຣາມ.


ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ປາກົດ​ແກ່​ພໍ່​ທີ່​ເມືອງ​ລູເຊ ໃນ​ການາອານ​ແລະ​ອວຍພອນ​ພໍ່.


ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກ​ຢູດາ​ເຊັ່ນກັນ ແລະ​ໃຫ້​ພວກເຂົາ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕັ້ງໃຈ​ເຮັດ​ຕາມ​ພຣະປະສົງ​ໂດຍ​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ພວກ​ຂ້າຣາຊການ​ຂອງ​ເພິ່ນ ຕາມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ສະນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ກ່າວ​ວ່າ, ‘ເຈົ້າ​ຍັງ​ຈະ​ແຂງຂໍ້​ຕໍ່​ເຮົາ​ອີກ​ດົນນານ​ປານໃດ? ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ໂມເຊ​ວ່າ, “ຈົ່ງ​ເອົາ​ຫົວໜ້າ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄປ​ກັບ​ເຈົ້າ ແລະ​ລ່ວງໜ້າ​ປະຊາຊົນ​ໄປ​ກ່ອນ. ຈົ່ງ​ຖື​ໄມ້ຄ້ອນເທົ້າ​ທີ່​ເຈົ້າ​ໄດ້​ໃຊ້​ຕີ​ນໍ້າ​ນິນ​ນັ້ນ​ໄປ​ນຳ.


ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ


ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ທີ່​ເທິງ​ຝາອັດ​ຫີບ​ນັ້ນ ຄື​ຢູ່​ລະຫວ່າງ​ເທິງ​ປີກ​ທັງສອງ​ຂອງ​ເຄຣຸບ; ໃນ​ທີ່ນັ້ນ ເຮົາ​ຈະ​ໃຫ້​ກົດບັນຍັດ​ຕ່າງໆ​ຂອງເຮົາ​ແກ່​ປະຊາຊົນ​ອິດສະຣາເອນ.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ບັດນີ້ ເຈົ້າ​ຈົ່ງ​ໄປ​ປະຊຸມ​ກັບ​ບັນດາ​ຜູ້ນຳ​ຂອງ​ຊົນຊາດ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໄດ້​ປາກົດ​ແກ່​ຂ້ອຍ. ແລະ​ກ່າວ​ວ່າ: ເຮົາ​ໄດ້​ມາ​ຫາ​ພວກເຈົ້າ ແລະ​ໄດ້​ເຫັນ​ສິ່ງ​ທີ່​ຊາວ​ເອຢິບ​ໄດ້​ເຮັດ​ຕໍ່​ພວກເຈົ້າ.


ຈົ່ງ​ເອົາ​ສ່ວນ​ໜຶ່ງ​ມາ​ຕຳ​ໃຫ້​ໝຸ່ນ​ລະອຽດ ແລ້ວ​ນຳ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໂຮຍ​ໃສ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຈົ່ງ​ຮັກສາ​ເຄື່ອງຫອມ​ນີ້​ໄວ້​ໃຫ້​ສັກສິດ​ທີ່ສຸດ.


ໃຫ້​ຕັ້ງ​ແທ່ນບູຊາ​ນັ້ນ​ໄວ້​ຂ້າງ​ນອກ​ຜ້າກັ້ງ ຊຶ່ງ​ກາງ​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ. ຢູ່​ໃນ​ທີ່ນັ້ນ​ແຫຼະ ແມ່ນ​ບ່ອນ​ທີ່​ເຮົາ​ຈະ​ພົບ​ກັບ​ເຈົ້າ.


ໂມເຊ​ໄດ້​ຕອບ​ວ່າ, “ແຕ່​ຖ້າ​ວ່າ​ຊາວ​ອິດສະຣາເອນ​ບໍ່​ເຊື່ອ ແລະ​ທັງ​ບໍ່​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກ່າວ​ໄປ​ນັ້ນ, ແຕ່​ພວກເຂົາ​ກັບ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ບໍ່ໄດ້​ປາກົດ​ຕໍ່​ເຈົ້າ​ດອກ.’ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຢ່າງ​ໃດ?”


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ໃນ​ບ່ອນ​ພັກ​ແຮມ​ຄືນ​ແຫ່ງ​ໜຶ່ງ​ຕາມ​ທາງ​ໄປ​ສູ່​ປະເທດ​ເອຢິບ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ໂມເຊ​ເພື່ອ​ໝາຍ​ຈະ​ຂ້າ​ເພິ່ນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’


ໂມເຊ​ແລະ​ອາໂຣນ​ຕອບ​ຄືນ​ວ່າ, “ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ​ໄດ້​ປາກົດ​ແກ່​ພວກເຮົາ. ຂໍ​ອະນຸຍາດ​ໃຫ້​ພວກເຮົາ​ເດີນທາງ​ເປັນ​ໄລຍະ​ສາມ​ວັນ ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ. ຖ້າບໍ່​ດັ່ງນັ້ນ ພຣະອົງ​ຈະ​ຂ້າ​ພວກເຮົາ​ດ້ວຍ​ໂຣກໄພ​ໄຂ້ເຈັບ​ຫລື​ດ້ວຍ​ເສິກ​ສົງຄາມ.”


ແລ້ວ​ຈົ່ງ​ກ່າວ​ຕໍ່​ກະສັດ​ຟາໂຣ​ວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ໃຊ້​ຂ້ານ້ອຍ​ມາ​ເພື່ອ​ບອກ​ໃຫ້​ທ່ານ​ປ່ອຍ​ປະຊາຊົນ​ຂອງ​ພຣະອົງ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ພຣະອົງ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ. ແຕ່​ຈົນ​ບັດນີ້ ທ່ານ​ກໍ​ຍັງ​ບໍ່​ເຊື່ອຟັງ​ພຣະອົງ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ກະສັດ​ຟາໂຣ​ວ່າ ພຣະເຈົ້າຢາເວ​ສັ່ງ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ນະມັດສະການ​ເຮົາ.


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ມື້ອື່ນ​ແຕ່​ເຊົ້າ​ມືດ ເຈົ້າ​ຈົ່ງ​ໄປ​ພົບ​ກະສັດ​ຟາໂຣ ໃນ​ຂະນະທີ່​ລາວ​ໄປ​ຍັງ​ແມ່ນໍ້າ​ນິນ. ຈົ່ງ​ບອກ​ລາວ​ວ່າ ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ ລະຫວ່າງ​ປະຊາຊົນ​ຂອງເຮົາ ແລະ​ປະຊາຊົນ​ຂອງ​ເຈົ້າ. ໝາຍສຳຄັນ​ການ​ອັດສະຈັນ​ນີ້​ຈະ​ເກີດຂຶ້ນ​ໃນ​ມື້ອື່ນ.”’


ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ ແລະ​ບອກ​ລາວ​ອີກ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ຕັ້ງແຕ່​ເຊົ້າ​ມືດ ແລະ​ບອກ​ລາວ​ວ່າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ກ່າວ​ດັ່ງນີ້: ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ນະມັດສະການ​ເຮົາ.


ພຣະອົງ​ຕ້ອນຮັບ​ຄົນ​ທີ່​ພົບ​ຄວາມ​ຊົມຊື່ນ​ຍິນດີ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄື​ຜູ້​ທີ່​ຈົດຈຳ​ວ່າ​ພຣະອົງ​ຢາກ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢ່າງໃດ. ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ກໍ​ຍັງ​ເຮັດ​ບາບ​ຕໍ່ໄປ; ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ຫຼາຍ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຕັ້ງແຕ່​ສະໄໝ​ບູຮານ​ມາ.


ໃຫ້​ໄປ​ປະກາດ​ຂ່າວ​ນີ້​ແກ່​ທຸກໆຄົນ​ໃນ​ນະຄອນ​ເຢຣູຊາເລັມ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ເຮົາ​ຈື່ຈຳ​ຄວາມສັດຊື່​ຂອງເຈົ້າ​ຄາວ​ເປັນ​ສາວ ເຈົ້າ​ຮັກ​ເຮົາ​ຫລາຍ​ສໍ່າໃດ​ເມື່ອ​ແຕ່ງງານ​ກັນ​ໃໝ່ໆ; ເຈົ້າ​ໄດ້​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຜ່ານ​ດິນແດນ​ໜຶ່ງ​ທີ່​ບໍ່ມີ​ການ​ເພາະປູກ.


ພວກເຂົາ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ພຣະເຈົ້າຢາເວ​ແຕ່​ຢ່າງໃດ​ເລີຍ ເຖິງ​ວ່າ​ເຮົາ​ໄດ້​ນຳພາ​ພວກເຂົາ​ອອກ​ຈາກ​ເອຢິບ​ກໍ​ຕາມ ທັງ​ພາ​ພວກເຂົາ​ຍ່າງ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ ຄື​ດິນແດນ​ເປົ່າປ່ຽວ​ມີ​ປ່າ​ດິນ​ຊາຍ​ດ້ວຍ ເປັນ​ດິນແດນ​ທີ່​ແຫ້ງແລ້ງ ແລະ ມີ​ອັນຕະລາຍ ບໍ່ມີ​ຄົນ​ຢູ່​ອາໄສ​ທັງ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ດ້ວຍ.


ແລະ​ໂດຍ​ເອົາໃຈໃສ່​ຕໍ່​ຖ້ອຍຄຳ​ທັງຫລາຍ​ຂອງ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ທີ່​ເຮົາ​ໄດ້​ສືບຕໍ່​ສົ່ງ​ມາ​ຫາ​ພວກເຈົ້າ. ພວກເຈົ້າ​ບໍ່ເຄີຍ​ເຊື່ອຟັງ​ສິ່ງ​ທີ່​ພວກເຂົາ​ໄດ້​ກ່າວ.


ຈົ່ງ​ນຳ​ໄມ້ຄ້ອນເທົ້າ​ເຫຼົ່ານີ້​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ວາງ​ລົງ​ຕໍ່ໜ້າ​ຫີບ​ພັນທະສັນຍາ​ບ່ອນ​ທີ່​ເຮົາ​ພົບ​ກັບ​ເຈົ້າ.


ພວກ​ຂ້ານ້ອຍ​ຈະ​ເຊື່ອຟັງ​ທ່ານ​ເໝືອນ​ດັ່ງ​ໄດ້​ເຊື່ອ​ຟັງ​ໂມເຊ​ເລື້ອຍ​ມາ. ຂໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ຈົ່ງ​ສະຖິດ​ຢູ່​ກັບ​ທ່ານ​ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ສະຖິດ​ຢູ່​ກັບ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka