Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:15 - ພຣະຄຳພີສັກສິ

15 ພຣະເຈົ້າ​ໄດ້ກ່າວ​ຕໍ່​ໂມເຊ​ອີກ​ວ່າ, “ໃຫ້​ບອກ​ຊາວ​ອິດສະຣາເອນ​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໃຊ້​ຂ້ອຍ​ມາ​ຫາ​ພວກເຈົ້າ.’ ອັນນີ້ ແມ່ນ​ຊື່​ຂອງເຮົາ ແລະ​ຊື່​ນີ້​ຈະ​ບໍ່ມີ​ການ​ປ່ຽນແປງ​ຈັກເທື່ອ ທຸກ​ຊົ່ວ​ອາຍຸ​ຄົນ​ຈະ​ເອີ້ນ​ຊື່​ນີ້​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ອົບພະຍົບ 3:15
41 Jak'a apnaqawi uñst'ayäwi  

ລາວ​ພາວັນນາ​ອະທິຖານ​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ; ຂໍໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ໃນ​ມື້ນີ້​ດ້ວຍ ແລະ​ຂໍໂຜດ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ ທີ່​ມີ​ຕໍ່​ນາຍ​ຂອງ​ຂ້ານ້ອຍ​ດ້ວຍ​ເທີ້ນ.


ຄື​ພັນທະສັນຍາ​ທີ່​ເຮັດ​ໄວ້​ກັບ​ອັບຣາຮາມ ແລະ​ບັນດາ​ຄຳສັນຍາ​ທີ່​ເຮັດ​ໄວ້​ກັບ​ອີຊາກ.


ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍໂຜດ​ຮັກສາ​ການ​ອຸທິດຕົວ​ຢ່າງ​ນີ້ ໄວ້​ໃຫ້​ເຂັ້ມແຂງ​ຢູ່​ໃນ​ຈິດໃຈ​ປະຊາຊົນ​ຂອງ​ພຣະອົງ​ຕະຫລອດໄປ ແລະ​ຮັກສາ​ພວກເຂົາ​ໃຫ້​ສັດຊື່​ຕໍ່​ພຣະອົງ​ສືບໆໄປ​ດ້ວຍ​ເທີ້ນ.


ມີ​ຊາຍ​ຜູ້ໜຶ່ງ​ຊື່​ວ່າ ໂອເດັດ. ລາວ​ເປັນ​ຜູ້ທຳນວາຍ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ຊາມາເຣຍ. ລາວ​ມາ​ພົບ​ກອງທັບ​ອິດສະຣາເອນ ທີ່​ກຳລັງ​ກັບ​ເຂົ້າ​ມາ​ໃນ​ເມືອງ ພ້ອມ​ທັງ​ຊະເລີຍເສິກ​ຊາວ​ຢູດາ. ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ​ໄດ້​ໂກດຮ້າຍ​ຊາວ​ຢູດາ ແລະ​ໃຫ້​ພວກທ່ານ​ເອົາ​ຊະນະ​ພວກເຂົາ. ແຕ່​ບັດນີ້ ພຣະອົງ​ໄດ້ຍິນ​ວ່າ ພວກທ່ານ​ໄດ້​ສັງຫານ​ພວກເຂົາ​ຢ່າງ​ໂຫດຮ້າຍ.


ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ກະສັດ​ສືບໄປ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກເຖິງ​ພຣະນາມ​ຂອງ​ພຣະອົງ​ຢູ່​ບໍ່​ຂາດ.


ພຣະອົງ​ຈະ​ລຸກ​ຂຶ້ນ​ມາ​ດຳເນີນການ ແລະ​ຈະ​ສົງສານ​ພູເຂົາ​ຊີໂອນ​ດ້ວຍ. ເວລາ​ແຫ່ງ​ພຣະເມດຕາ​ໄດ້​ມາ​ສູ່​ເມືອງ​ນີ້​ແລ້ວ ເວລາ​ທີ່​ກຳນົດ​ໄວ້​ກໍ​ມາຮອດ​ມາເຖິງ​ແລ້ວ.


ຂ້າແດ່​ພຣະເຈົ້າຢາເວ ຊື່ສຽງ​ຂອງ​ພຣະອົງ​ຈະ​ເປັນ​ທີ່​ຈົດຈຳ​ຕະຫລອດໄປ ຂ້າແດ່​ພຣະເຈົ້າຢາເວ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກ​ຄິດເຖິງ​ພຣະອົງ​ຕະຫລອດໄປ.


ປະຊາຊົນ​ຂອງ​ພຣະອົງ​ທຸກຄົນ​ຜູ້​ທີ່​ສັດຊື່​ຕໍ່​ພຣະອົງ​ເອີຍ ຈົ່ງ​ຮ້ອງ​ບົດ​ເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ຈົ່ງ​ຖວາຍ​ຄຳ​ໂມທະນາ​ຂອບພຣະຄຸນ ແດ່​ພຣະນາມ​ບໍຣິສຸດ​ຂອງ​ພຣະອົງ


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.


ພຣະເຈົ້າ​ຜູ້​ທີ່​ສະຖິດ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ເປັນຫ່ວງ​ເປັນໃຍ​ລູກກຳພ້າ​ແລະ​ປ້ອງກັນ​ຮັກສາ​ແມ່ໝ້າຍ.


ຂໍ​ໃຫ້​ນາມ​ກະສັດ​ນັ້ນ​ຢ່າ​ເປັນ​ທີ່​ລືມໄລ​ໄປ ຂໍ​ໃຫ້​ຊື່ສຽງ​ເພິ່ນ​ຍືນຍົງ​ດັ່ງ​ດວງອາທິດ ຂໍ​ໃຫ້​ທຸກ​ຊົນຊາດ​ຂໍ​ພຣະເຈົ້າ​ອວຍພອນ​ພວກຕົນ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ອວຍພອນ​ແກ່​ກະສັດ​ນັ້ນ.


ຂໍ​ໃຫ້​ພຣະນາມ​ອັນ​ຊົງຣິດ​ຂອງ​ພຣະອົງ​ນັ້ນ ຈົ່ງ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເຕັມ​ໄປ​ທົ່ວ​ແຜ່ນດິນ​ໂລກ. ອາແມນ ອາແມນ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ພຣະເຈົ້າຢາເວ​ເປັນ​ນັກຮົບ​ຜູ້​ຍິ່ງໃຫຍ່ ພຣະເຈົ້າຢາເວ​ນັ້ນ ແມ່ນ​ນາມ​ອັນ​ກຽງໄກ​ຂອງ​ພຣະອົງ.


ແຕ່​ໂມເຊ​ຖາມ​ພຣະເຈົ້າ​ຄືນ​ວ່າ, “ເມື່ອ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ,’ ພວກເຂົາ​ກໍ​ຈະ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະເຈົ້າ​ອົງ​ທີ່​ໃຊ້​ເຈົ້າ​ມາ​ນັ້ນ​ຊື່​ຫຍັງ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງ​ໃດ?”


ເຮົາ​ເປັນ​ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ, ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.” ສະນັ້ນ ໂມເຊ​ຈຶ່ງ​ເອົາ​ມື​ອັດ​ໜ້າ​ຂອງຕົນ​ໄວ້ ເພາະ​ບໍ່​ກ້າ​ເບິ່ງ​ພຣະເຈົ້າ.


ໂມເຊ​ໄດ້​ຕອບ​ວ່າ, “ແຕ່​ຖ້າ​ວ່າ​ຊາວ​ອິດສະຣາເອນ​ບໍ່​ເຊື່ອ ແລະ​ທັງ​ບໍ່​ຟັງ​ສິ່ງ​ທີ່​ຂ້ານ້ອຍ​ກ່າວ​ໄປ​ນັ້ນ, ແຕ່​ພວກເຂົາ​ກັບ​ເວົ້າ​ວ່າ, ‘ພຣະເຈົ້າຢາເວ​ບໍ່ໄດ້​ປາກົດ​ຕໍ່​ເຈົ້າ​ດອກ.’ ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຮັດ​ຢ່າງ​ໃດ?”


ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”


ພຣະເຈົ້າ​ໄດ້​ກ່າວ​ແກ່​ໂມເຊ​ແລະ​ເວົ້າ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ນາມນີ້​ແມ່ນ​ນາມຊື່​ຂອງເຮົາ ເຮົາ​ຈະ​ບໍ່​ຍົກ​ສະຫງ່າຣາສີ​ຂອງເຮົາ​ໃຫ້​ແກ່​ຜູ້ອື່ນ; ເຮົາ​ຈະ​ບໍ່​ຍອມ​ໃຫ້​ຄຳ​ຍົກຍໍ​ສັນລະເສີນ ທີ່​ເປັນ​ຂອງເຮົາ​ແຕ່​ເທົ່ານັ້ນ​ໃຫ້​ແກ່​ຮູບເຄົາຣົບ​ທັງຫລາຍ.


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ໃສ? ຄື​ອົງ​ທີ່​ໄດ້​ໃຊ້​ຣິດອຳນາດ​ອັນ​ຍິ່ງໃຫຍ່​ເຮັດ​ການ​ອັດສະຈັນ​ຜ່ານ​ທາງ​ໂມເຊ​ນັ້ນ ໂດຍ​ໄດ້​ແຍກ​ນໍ້າ​ທະເລ​ອອກ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ຜ່ານ​ບ່ອນ​ທີ່​ມີ​ນໍ້າເລິກ​ໄປ ຊຶ່ງ​ເປັນ​ການ​ນຳຊື່ສຽງ​ອັນ​ຕະຫລອດໄປ​ມາ​ສູ່​ພຣະອົງ.” ໂດຍ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ນຳພາ ພວກເຂົາ​ບໍ່ໄດ້​ສະດຸດ​ລົ້ມ, ແຕ່​ເດີນ​ຕໍ່ໄປ​ຢ່າງ​ໝັ້ນຄົງ​ດັ່ງ​ມ້າ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


“ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ສ້າງ​ແຜ່ນດິນ​ໂລກ ແລະ​ພຣະເຈົ້າຢາເວ​ປະກອບ​ໃຫ້​ເປັນ​ຮູບຮ່າງ ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້:


ຂ້າແດ່​ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ​ເອີຍ ຂໍ​ສັນລະເສີນ​ແລະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ. ພຣະອົງ​ໄດ້​ປະທານ​ໃຫ້​ຂ້ານ້ອຍ​ມີ​ປັນຍາ ພ້ອມທັງ​ໃຫ້​ກຳລັງ​ແກ່​ຂ້ານ້ອຍ​ດ້ວຍ; ພຣະອົງ​ຕອບ​ສິ່ງ​ທີ່​ຂ້ານ້ອຍ​ພາວັນນາ​ອະທິຖານ​ຂໍ ບອກ​ຄຳຕອບ​ແກ່​ພວກ​ຂ້ານ້ອຍ​ໃຫ້​ກະສັດ​ໄດ້​ຮູ້.”


ນີ້​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າຢາເວ​ແມ່ນ​ນາມ​ຂອງ​ພຣະອົງ.


ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.


ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ແລະ​ເຮົາ​ບໍ່​ປ່ຽນແປງ. ສ່ວນ​ພວກເຈົ້າ​ເຊື້ອສາຍ​ຂອງ​ຢາໂຄບ ຍັງ​ບໍ່​ສູນສິ້ນ​ໄປ​ໝົດ​ເທື່ອ​ນໍ.


‘ຝ່າຍ​ເຮົາ​ເປັນ​ພຣະເຈົ້າ​ຂອງ​ອັບຣາຮາມ ເປັນ​ພຣະເຈົ້າ​ຂອງ​ອີຊາກ ແລະ​ເປັນ​ພຣະເຈົ້າ​ຂອງ​ຢາໂຄບ.’ ພຣະອົງ​ແມ່ນ​ພຣະເຈົ້າ​ຂອງ​ຄົນ​ເປັນ ບໍ່ແມ່ນ​ພຣະເຈົ້າ​ຂອງ​ຄົນ​ຕາຍ.”


ພຣະເຈົ້າ​ອົງ​ທີ່​ອັບຣາຮາມ, ອີຊາກ ແລະ ຢາໂຄບ ຄື​ອົງ​ທີ່​ບັນພະບຸລຸດ​ຂອງ​ພວກເຮົາ​ນະມັດສະການ ໄດ້​ໃຫ້​ພຣະເຢຊູເຈົ້າ ພຣະ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ ຜູ້​ທີ່​ພວກທ່ານ​ໄດ້​ມອບ​ໃຫ້​ແກ່​ບັນດາ​ເຈົ້າໜ້າທີ່ ແລະ​ປະຕິເສດ​ພຣະອົງ​ຕໍ່ໜ້າ​ປີລາດ ເຖິງ​ແມ່ນ​ວ່າ​ປີລາດ​ຕັ້ງໃຈ​ໄວ້​ແລ້ວ ທີ່​ຈະ​ປ່ອຍ​ພຣະອົງ​ກໍຕາມ.


‘ເຮົາ​ແມ່ນ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ເຈົ້າ ຄື​ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ ຢາໂຄບ.’ ໂມເຊ​ຈຶ່ງ​ຢ້ານ​ຫລາຍ​ຈົນ​ສັ່ນເຊັນ ແລະ​ບໍ່​ກ້າ​ຫລຽວ​ເບິ່ງ.


ຂໍ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ເຮັດ​ໃຫ້​ພວກເຈົ້າ​ມີ​ລູກຫລານ​ຫລາຍ​ຕື່ມ​ເຖິງ​ພັນ​ເທົ່າ ແລະ​ໃຫ້​ພວກເຈົ້າ​ຈະເລີນ​ຮຸ່ງເຮືອງ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້,


‘ຄົນຊົ່ວຊ້າ​ເຊັ່ນ​ພວກເຈົ້າ​ນີ້ ແມ່ນ​ບໍ່ມີ​ໃຜ​ຈະ​ໄດ້​ເຂົ້າ​ໄປ​ຢູ່​ດິນແດນ​ອັນ​ອຸດົມສົມບູນ ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ແກ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ແລ້ວ​ໂມເຊ​ກໍໄດ້​ກ່າວ​ແກ່​ປະຊາຊົນ​ວ່າ, “ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ກຳລັງ​ສອນ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ມີ​ຊີວິດ ແລະ​ຢຶດຄອງ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.


ແຕ່​ພວກເພິ່ນ​ປາຖະໜາ​ຫາ​ເມືອງ​ທີ່​ດີກວ່າ​ນັ້ນ ຄື​ເມືອງ​ສະຫວັນ. ດັ່ງນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ບໍ່​ລະອາຍ ເມື່ອ​ພວກເພິ່ນ​ເອີ້ນ​ພຣະອົງ​ວ່າ ເປັນ​ພຣະເຈົ້າ​ຂອງ​ພວກເພິ່ນ ເພາະ​ພຣະອົງ​ໄດ້​ຊົງ​ຈັດຕຽມ​ນະຄອນ​ໜຶ່ງ​ໄວ້​ສຳລັບ​ພວກເພິ່ນ​ແລ້ວ.


ພຣະເຢຊູ​ຄຣິດເຈົ້າ​ຊົງ​ເປັນ​ຢູ່​ສະເໝີ​ກັນ ທັງ​ໃນ​ເວລາ​ວານ​ນີ້ ວັນ​ນີ້ ແລະ​ສືບໆໄປ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka