ອົບພະຍົບ 3:14 - ພຣະຄຳພີສັກສິ14 ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ, “ເຮົາເປັນຜູ້ເຮົາເປັນ ເຈົ້າຈົ່ງບອກຊາວອິດສະຣາເອນດັ່ງນີ້: ‘ຜູ້ທີ່ເອີ້ນຊື່ວ່າ ເຮົາເປັນ’ ສົ່ງຂ້ອຍມາຫາພວກເຈົ້າ.” Uka jalj uñjjattʼäta |
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງໄດ້ກ່າວຕໍ່ພວກເຂົາວ່າ, “ເມື່ອໃດເຈົ້າທັງຫລາຍຍົກບຸດມະນຸດຂຶ້ນແລ້ວ ເມື່ອນັ້ນແຫຼະ ພວກເຈົ້າຈຶ່ງຈະຮູ້ວ່າ, ‘ເຮົາເປັນຜູ້ທີ່ເຮົາເປັນ’ ແລ້ວພວກເຈົ້າກໍຈະຮູ້ວ່າ ເຮົາບໍ່ໄດ້ເຮັດສິ່ງໃດຕາມໃຈຂອງເຮົາເອງ, ແຕ່ເຮົາກ່າວຕາມທີ່ພຣະບິດາເຈົ້າໄດ້ສອນໃຫ້ເຮົາກ່າວເທົ່ານັ້ນ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”