ອົບພະຍົບ 3:13 - ພຣະຄຳພີສັກສິ13 ແຕ່ໂມເຊຖາມພຣະເຈົ້າຄືນວ່າ, “ເມື່ອຂ້ານ້ອຍໄປຫາຊາວອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ໄດ້ສົ່ງຂ້ອຍມາຫາພວກເຈົ້າ,’ ພວກເຂົາກໍຈະຖາມຂ້ານ້ອຍວ່າ, ‘ພຣະເຈົ້າອົງທີ່ໃຊ້ເຈົ້າມານັ້ນຊື່ຫຍັງ?’ ແລ້ວຂ້ານ້ອຍຈະຕອບພວກເຂົາວ່າຢ່າງໃດ?” Uka jalj uñjjattʼäta |
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ, “ໃຫ້ບອກຊາວອິດສະຣາເອນວ່າ, ‘ເຮົາແມ່ນພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ພຣະເຈົ້າຂອງອີຊາກ ແລະພຣະເຈົ້າຂອງຢາໂຄບ ໃຊ້ຂ້ອຍມາຫາພວກເຈົ້າ.’ ອັນນີ້ ແມ່ນຊື່ຂອງເຮົາ ແລະຊື່ນີ້ຈະບໍ່ມີການປ່ຽນແປງຈັກເທື່ອ ທຸກຊົ່ວອາຍຸຄົນຈະເອີ້ນຊື່ນີ້ຕະຫລອດໄປ.