Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:12 - ພຣະຄຳພີສັກສິ

12 ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 3:12
43 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ອັບຣາມ​ກໍ​ໄດ້​ຍິນ​ພຣະເຈົ້າຢາເວ​ກ່າວ​ແກ່​ຕົນ​ທາງ​ນິມິດ​ວ່າ, “ອັບຣາມ​ເອີຍ ເຈົ້າ​ຢ່າ​ຢ້ານ​ແຕ່​ຢ່າງໃດ​ເລີຍ ເຮົາ​ແມ່ນ​ໂລ້​ຕ້ານທານ​ທີ່​ຄອຍ​ຮັກສາ​ເຈົ້າ ຈາກ​ເຫຼົ່າ​ໂພຍໄພ​ຮ້າຍ​ອັນຕະລາຍ​ຕ່າງໆ ເຮົາ​ຈະ​ໃຫ້​ບຳເໜັດ​ເຈົ້າ​ຢ່າງ​ຫລວງຫລາຍ.”


ແຕ່​ອັບຣາມ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ຈະ​ຮູ້​ວ່າ​ດິນແດນ​ນີ້​ເປັນ​ຂອງ​ຂ້ານ້ອຍ​ໄດ້​ຢ່າງໃດ?”


ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ລາວ​ວ່າ, “ຈົ່ງ​ກັບຄືນ​ເມືອ​ສູ່​ດິນແດນ​ຂອງ​ບັນພະບຸລຸດ ແລະ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ​ສາ ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ແລ້ວ​ເອຊາຢາ​ກໍ​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້ແມ່ນ​ໝາຍສຳຄັນ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ໃນ​ປີ​ນີ້​ແລະ​ປີ​ໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເຂົ້າ​ທີ່​ເກີດຂຶ້ນ​ຕາມ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ​ທ່ານ​ຈະ​ໄດ້​ປູກ​ພືດ​ແລະ​ເກັບກ່ຽວ ແລະ​ຈະ​ໄດ້​ປູກ​ຕົ້ນ​ອະງຸ່ນ​ກັບ​ກິນ​ໝາກ​ຂອງ​ມັນ.


ຟີເນຮາ ລູກຊາຍ​ຂອງ​ເອເລອາຊາ​ໄດ້​ເຄີຍ​ປົກຄອງ​ພວກເຂົາ​ມາ​ຄັ້ງ​ໜຶ່ງ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ລາວ​ດ້ວຍ.


ຂໍ​ຊົງ​ໂຜດ​ໃຫ້​ໝາຍສຳຄັນ​ແກ່​ຂ້ານ້ອຍ​ໄດ້​ເຫັນ​ພຣະຄຸນ​ຄວາມດີ​ຂອງ​ພຣະອົງ​ແດ່ ເພື່ອ​ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ຈະ​ໄດ້​ອັບອາຍ​ຂາຍໜ້າ ເມື່ອ​ພວກເຂົາ​ເຫັນ​ວ່າ​ພຣະເຈົ້າຢາເວ​ໄດ້​ຊົງ​ໃຫ້​ຄວາມ​ເລົ້າໂລມ​ໃຈ​ແກ່​ຂ້ານ້ອຍ ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ແກ່​ຂ້ານ້ອຍ.


ເຢທະໂຣ​ໄດ້​ພາ​ເມຍ​ຂອງ​ໂມເຊ​ພ້ອມ​ດ້ວຍ​ລູກຊາຍ​ທັງສອງ​ຂອງ​ນາງ ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ໂມເຊ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ພູ​ຂອງ​ພຣະເຈົ້າ.


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ແຕ່​ໂມເຊ​ຖາມ​ພຣະເຈົ້າ​ຄືນ​ວ່າ, “ເມື່ອ​ຂ້ານ້ອຍ​ໄປ​ຫາ​ຊາວ​ອິດສະຣາເອນ ແລະ​ບອກ​ພວກເຂົາ​ວ່າ, ‘ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກເຈົ້າ,’ ພວກເຂົາ​ກໍ​ຈະ​ຖາມ​ຂ້ານ້ອຍ​ວ່າ, ‘ພຣະເຈົ້າ​ອົງ​ທີ່​ໃຊ້​ເຈົ້າ​ມາ​ນັ້ນ​ຊື່​ຫຍັງ?’ ແລ້ວ​ຂ້ານ້ອຍ​ຈະ​ຕອບ​ພວກເຂົາ​ວ່າ​ຢ່າງ​ໃດ?”


ພຣະອົງ​ຈຶ່ງ​ຕອບ​ວ່າ, “ເຮົາ​ຈະ​ນຳພາ​ເຈົ້າ​ໄປ ແລະ​ເຈົ້າ​ຈະ​ໄດ້​ຮັບ​ການ​ພັກຜ່ອນ.”


ບັດນີ້​ໂມເຊ​ເອີຍ ເຈົ້າ​ຈົ່ງ​ໄປ ເຮົາ​ຈະ​ຊ່ວຍ​ເຈົ້າ​ກ່າວ ແລະ​ຈະ​ບອກ​ສິ່ງ​ທີ່​ເຈົ້າ​ຈະ​ກ່າວ.”


ເຈົ້າ​ຈົ່ງ​ກ່າວ​ແກ່​ລາວ ແລະ​ບອກ​ເລື່ອງ​ຕ່າງໆ​ນັ້ນ​ໃຫ້​ລາວ​ເວົ້າ. ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ກ່າວ ແລະ​ທັງ​ຈະ​ບອກ​ເຈົ້າ​ທັງສອງ​ວ່າ​ຄວນ​ຈະ​ເຮັດ​ຢ່າງ​ໃດ.


ພວກ​ຂ້ານ້ອຍ​ຕ້ອງ​ເດີນທາງ​ສາມ​ວັນ ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ແລ້ວ​ເອຊາຢາ​ກໍໄດ້​ກ່າວ​ແກ່​ກະສັດ​ເຮເຊກີຢາ​ວ່າ, “ນີ້​ແມ່ນ​ໝາຍສຳຄັນ​ຂອງ​ເຫດການ​ທີ່​ຈະ​ເກີດຂຶ້ນ. ໃນ​ປີນີ້​ກັບ​ປີໜ້າ ທ່ານ​ຈະ​ໄດ້​ກິນ​ແຕ່​ເມັດ​ພືດ​ໃນ​ປ່າ​ເທົ່ານັ້ນ, ແຕ່​ໃນ​ປີ​ຕໍ່ໄປ ທ່ານ​ສາມາດ​ປູກຝັງ​ທັງ​ເກັບກ່ຽວ ແລະ​ປູກ​ໝາກອະງຸ່ນ​ກິນ​ໄດ້.


ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ ສະນັ້ນ ຢ່າ​ສູ່ຢ້ານກົວ ຢ່າ​ສູ່ຢ້ານ​ສິ່ງໃດໆ ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຈົ້າ ເຮົາ​ຈະ​ຊ່ວຍເຫຼືອ​ໃຫ້​ພວກເຈົ້າ​ໄດ້​ເຂັ້ມແຂງ ເຮົາ​ຈະ​ປົກປັກ​ຮັກສາ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ຢູ່​ນຳ​ເມື່ອ​ຍ່າງ​ຂ້າມ​ບ່ອນ​ນໍ້າເລິກ​ໄປ ຄວາມ​ລຳບາກ​ຂອງ​ພວກເຈົ້າ​ຈະ​ບໍ່​ຖ້ວມ​ພວກເຈົ້າ. ໄຟ​ຈະ​ບໍ່​ໄໝ້​ພວກເຈົ້າ​ເມື່ອ​ຜ່ານຜ່າ​ໄຟ​ໄປ ການ​ທົດລອງ​ທີ່​ລຳບາກ​ຈະ​ທຳຮ້າຍ​ພວກເຈົ້າ​ບໍ່ໄດ້.


ເພາະສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຫ້​ເຈົ້າ​ເຫັນ​ໝາຍສຳຄັນ​ຢ່າງ​ໜຶ່ງ ຄື​ຍິງ​ສາວ​ຜູ້ໜຶ່ງ ຈະ​ຖືພາ​ແລະ​ຈະ​ອອກລູກ​ເປັນ​ຜູ້ຊາຍ​ແລະ​ຈະ​ມີ​ຊື່​ວ່າ, ‘ເອມານູເອນ’


ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ໂມເຊ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ດ້ວຍ​ວິທີ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຂ້າພະເຈົ້າ​ບໍ່ໄດ້​ເລືອກ​ເຮັດ​ເອງ.


ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ແລ້ວ​ພວກ​ສາວົກ​ເຫຼົ່ານັ້ນ ກໍ​ອອກ​ໄປ​ປະກາດ​ຂ່າວປະເສີດ​ທົ່ວ​ທຸກ​ທີ່​ທຸກ​ບ່ອນ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຮ່ວມ​ງານ​ກັບ​ພວກເພິ່ນ ແລະ​ພຣະອົງ​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ ການ​ປະກາດ​ຂ່າວປະເສີດ​ຂອງ​ພວກເພິ່ນ ເປັນ​ຄວາມຈິງ​ແທ້ ດ້ວຍ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ​ທີ່​ເກີດຂຶ້ນ​ນັ້ນ.]


ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ​ຄົນ​ເປັນ​ຈຳນວນ​ຫລາຍ​ໄດ້​ເຊື່ອ ແລະ​ຫັນ​ກັບ​ມາ​ຫາ​ອົງພຣະ​ຜູ້​ເປັນເຈົ້າ.


ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ທັງຫລາຍ​ຈະ​ວ່າ​ຢ່າງ​ໃດ? ຖ້າ​ພຣະເຈົ້າ​ຢູ່​ຝ່າຍ​ພວກເຮົາ ຜູ້ໃດ​ຈະ​ຕໍ່ສູ້​ພວກເຮົາ​ໄດ້?


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ກ່າວ​ແກ່​ໂຢຊວຍ​ລູກຊາຍ​ຂອງ​ນູນ ໂດຍ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ເດັດດ່ຽວ​ແລະ​ກ້າຫານ ເຈົ້າ​ຈະ​ນຳພາ​ປະຊາຊົນ​ອິດສະຣາເອນ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ເຮົາ​ໄດ້​ສັນຍາ​ໄວ້​ກັບ​ພວກເຂົາ​ແລະ​ເຮົາ​ຈະ​ຢູ່​ກັບ​ເຈົ້າ.”


ຈົ່ງ​ໃຫ້​ການ​ດຳເນີນ​ຊີວິດ​ຂອງ​ພວກເຈົ້າ ເວັ້ນ​ຈາກ​ການ​ຮັກເງິນ​ຮັກຄຳ. ຈົ່ງ​ພໍໃຈ​ໃນ​ສິ່ງ​ທີ່​ຕົນ​ມີ​ຢູ່ ເພາະ​ພຣະເຈົ້າ​ເອງ​ຊົງ​ກ່າວ​ວ່າ, “ເຮົາ​ຈະ​ບໍ່​ປະ​ເຈົ້າ ຫລື​ຖິ້ມ​ເຈົ້າ​ເສຍ​ຈັກເທື່ອ.”


ໂຢຊວຍ​ເອີຍ ຕາບໃດ​ທີ່​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຈະ​ບໍ່ມີ​ໃຜ​ຊະນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ​ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມເຊ ເຮົາ​ຈະ​ຢູ່​ກັບ​ເຈົ້າ​ເລື້ອຍ​ໄປ ເຮົາ​ຈະ​ບໍ່​ປະຖິ້ມ​ເຈົ້າ.


ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ລາວ ແລະ​ເວົ້າ​ວ່າ, “ຊາຍ​ຜູ້​ອົງອາດ​ກ້າຫານ​ເອີຍ ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ.”


ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ລາວ​ວ່າ, “ເຈົ້າ​ເຮັດ​ສິ່ງ​ນີ້​ໄດ້​ເພາະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຈົ້າ​ຈະ​ທຳລາຍ​ພວກ​ມີດີອານ​ໄດ້​ຢ່າງ​ງ່າຍດາຍ ຄ້າຍ​ກັບ​ວ່າ​ພວກເຂົາ​ມີ​ພຽງແຕ່​ຄົນ​ດຽວ​ເທົ່ານັ້ນ.”


ກີເດໂອນ​ຕອບ​ວ່າ, “ຖ້າ​ພຣະອົງ​ພໍໃຈ​ໃນ​ຕົວ​ຂ້ານ້ອຍ ຈົ່ງ​ສຳແດງ​ໝາຍສຳຄັນ​ໃຫ້​ຂ້ານ້ອຍ​ເຫັນ​ວ່າ ພຣະອົງ​ແມ່ນ​ອົງ​ທີ່​ເວົ້າ​ກັບ​ຂ້ານ້ອຍ​ດ້ວຍ​ເຖີດ.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ເອົາ​ປາຍ​ໄມ້ເທົ້າ​ຂອງຕົນ ແຕະຕ້ອງ​ຊີ້ນ​ແລະ​ເຂົ້າຈີ່​ນັ້ນ. ໃນທັນໃດ ໄຟ​ກໍ​ລຸກ​ຂຶ້ນ​ຈາກ​ໂງ່ນຫີນ ແລະ​ໄໝ້​ຊີ້ນ​ກັບ​ເຂົ້າຈີ່​ນັ້ນ​ໝົດກ້ຽງ. ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ຫາຍໄປ​ຈາກ​ສາຍຕາ​ຂອງ​ລາວ.


ເຈົ້າ​ຈະ​ໄດ້ຍິນ​ວ່າ​ພວກເຂົາ​ກຳລັງ​ເວົ້າ​ຫຍັງ​ແດ່ ແລ້ວ​ເຈົ້າ​ກໍ​ຈະ​ກ້າ​ບຸກໂຈມຕີ​ທີ່ໝັ້ນ​ນັ້ນ.” ດັ່ງນັ້ນ ກີເດໂອນ​ແລະ​ປູຣາ​ຄົນ​ຮັບໃຊ້​ຂອງຕົນ ຈຶ່ງ​ລົງ​ໄປ​ທີ່​ແຄມ​ຄ້າຍ​ຂອງ​ສັດຕູ.


ແຕ່​ຖ້າ​ພວກເຂົາ​ບອກ​ໃຫ້​ພວກເຮົາ​ໄປ​ຫາ ພວກເຮົາ​ຈຶ່ງ​ໄປ ເພາະ​ອັນ​ນັ້ນ​ຈະ​ເປັນ​ໝາຍສຳຄັນ​ແກ່​ພວກເຮົາ​ວ່າ ພຣະເຈົ້າຢາເວ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ກຳມື​ຂອງ​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka