11 ແຕ່ໂມເຊໄດ້ກ່າວຕໍ່ພຣະເຈົ້າວ່າ, “ຂ້ານ້ອຍເປັນມະນຸດສາມັນທຳມະດາ ຈະໄປຫາກະສັດຟາໂຣໄດ້ບໍ? ຂ້ານ້ອຍຈະນຳພາຊາວອິດສະຣາເອນ ອອກໄປຈາກປະເທດເອຢິບໄດ້ຢ່າງໃດ?”
ຕໍ່ມາ ກະສັດດາວິດໄດ້ເຂົ້າໄປໃນຫໍເຕັນ ແລະນັ່ງລົງຕໍ່ໜ້າພຣະເຈົ້າຢາເວ ແລະໄດ້ກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າເອີຍ ຂ້ານ້ອຍແລະຄອບຄົວບໍ່ສົມຄວນກັບສິ່ງທີ່ພຣະອົງໄດ້ກະທຳຕໍ່ຂ້ານ້ອຍເລີຍ.
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດສືບແທນພໍ່ຂອງຂ້ານ້ອຍຄືດາວິດ ເຖິງແມ່ນວ່າຂ້ານ້ອຍຍັງໜຸ່ມ ແລະບໍ່ຮູ້ຈັກວ່າຈະປົກຄອງຢ່າງໃດ.
ສະນັ້ນ ຂໍພຣະອົງໂຜດໃຫ້ສະຕິປັນຍາແກ່ຂ້ານ້ອຍ ເພື່ອຈະປົກຄອງປະຊາຊົນຂອງພຣະອົງຢ່າງຍຸດຕິທຳ ແລະເພື່ອຈະຮູ້ຈັກຄວາມແຕກຕ່າງລະຫວ່າງຄວາມດີແລະຄວາມຊົ່ວ. ຖ້າບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນທີ່ສຳຄັນຫລາຍຂອງພຣະອົງນີ້ໄດ້ຢ່າງໃດ?”
ຕາມທີ່ຈິງແລ້ວ ປະຊາຊົນຂອງພຣະອົງແລະຂ້ານ້ອຍເອງຈະຖວາຍສິ່ງໃດໆໃຫ້ແກ່ພຣະອົງບໍ່ໄດ້ດອກ ເພາະທຸກສິ່ງເປັນຂອງຂວັນມາຈາກພຣະອົງທັງສິ້ນ ແລະພວກຂ້ານ້ອຍກໍພຽງແຕ່ຖວາຍສິ່ງທີ່ເປັນຂອງພຣະອົງຄືນໃຫ້ພຣະອົງເທົ່ານັ້ນ.
ແຕ່ໂມເຊໄດ້ຕອບພຣະເຈົ້າຢາເວວ່າ, “ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດຟາໂຣເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ? ຂ້ານ້ອຍເປັນຄົນບໍ່ຊ່າງເວົ້າ.”
ຂ້າພະເຈົ້າຈຶ່ງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍບໍ່ຮູ້ຈັກວ່າຈະກ່າວຢ່າງໃດ; ຂ້ານ້ອຍຍັງໜຸ່ມເກີນໄປທີ່ຈະກ່າວຕໍ່ໜ້າມະຫາຊົນ.”
ສຳລັບພວກທີ່ກຳລັງຈິບຫາຍໄປນັ້ນ ແມ່ນກິ່ນເໝັນແຫ່ງຄວາມຕາຍທີ່ນຳໄປສູ່ຄວາມຕາຍ ສຳລັບພວກທີ່ຖືກໂຜດຊ່ວຍໃຫ້ພົ້ນນັ້ນ ແມ່ນກິ່ນຫອມຫວານແຫ່ງຊີວິດທີ່ນຳໄປສູ່ຊີວິດ. ຜູ້ໃດໜໍ ຈະເປັນຜູ້ທີ່ຄູ່ຄວນກັບພາລະກິດເຊັ່ນນີ້?
ທີ່ຈິງແລ້ວ ພວກເຮົາບໍ່ໄດ້ຖືສິ່ງໃດວ່າເກີດມາຈາກຄວາມສາມາດຂອງພວກເຮົາເອງ, ແຕ່ຄວາມສາມາດທີ່ພວກເຮົາມີນັ້ນ ແມ່ນມາຈາກພຣະເຈົ້າ.
ກີເດໂອນຕອບຄືນວ່າ, “ແຕ່ອົງພຣະຜູ້ເປັນເຈົ້າເອີຍ ຂ້ານ້ອຍຈະຊ່ວຍເອົາຊາດອິດສະຣາເອນໃຫ້ພົ້ນໄດ້ຢ່າງໃດ ເພາະຕະກຸນຂອງຂ້ານ້ອຍເປັນຕະກຸນອ່ອນແອທີ່ສຸດໃນເຜົ່າມານາເຊ ແລະຂ້ານ້ອຍເອງກໍເປັນຄົນທີ່ມີຄວາມສຳຄັນໜ້ອຍກວ່າໝູ່ໃນຄອບຄົວຂອງຂ້ານ້ອຍ.”
ດາວິດຕອບວ່າ, “ຂ້ານ້ອຍແມ່ນຜູ້ໃດແລະຄອບຄົວຂອງພໍ່ຂ້ານ້ອຍກໍບໍ່ມີຄວາມສຳຄັນຫຍັງ ດ້ວຍເຫດໃດຂ້ານ້ອຍຈຶ່ງຈະໄດ້ກາຍເປັນລູກເຂີຍຂອງກະສັດ?”