Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 3:10 - ພຣະຄຳພີສັກສິ

10 ບັດນີ້ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ເພື່ອ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ນັ້ນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 3:10
20 Jak'a apnaqawi uñst'ayäwi  

ພຣະອົງ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຄົນ​ຕ່າງດ້າວ​ຢູ່​ໃນ​ຕ່າງ​ດິນແດນ​ໜຶ່ງ ພວກເຂົາ​ຈະ​ຕົກ​ເປັນ​ທາດຮັບໃຊ້​ຢູ່​ໃນ​ທີ່ນັ້ນ ແລະ​ຈະ​ຖືກ​ກົດຂີ່​ຢ່າງ​ທາລຸນ​ເປັນ​ເວລາ​ສີ່ຮ້ອຍ​ປີ.


ແຕ່​ເຮົາ​ຈະ​ລົງໂທດ​ປະເທດ​ທີ່​ປະພຶດ​ເຊັ່ນນັ້ນ​ຕໍ່​ພວກເຂົາ. ເມື່ອ​ອອກ​ໜີ​ຈາກ​ປະເທດ​ນັ້ນ​ແລ້ວ ພວກເຂົາ​ຈະ​ໄດ້​ຊັບສົມບັດ​ຢ່າງ​ຫລວງຫລາຍ​ໄປ​ນຳ.


ແລ້ວ​ພຣະອົງ​ກໍໄດ້​ສົ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄປ ແລະ​ສົ່ງ​ອາໂຣນ​ຜູ້​ທີ່​ພຣະອົງ​ໄດ້​ເລືອກໄວ້.


ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ຊາວ​ອິດສະຣາເອນ​ໄດ້​ອາໄສ​ຢູ່​ໃນ​ປະເທດ​ເອຢິບ​ເປັນ​ເວລາ ສີ່ຮ້ອຍ​ສາມສິບ​ປີ.


ພໍດີ​ສິ້ນ​ປີ​ທີ​ສີ່ຮ້ອຍ​ສາມສິບ ປະຊາຊົນ​ໝົດ​ທຸກ​ເຜົ່າ​ຂອງ​ພຣະເຈົ້າຢາເວ ກໍໄດ້​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ແລ້ວ​ໂມເຊ​ກໍ​ກ່າວ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພຣະອົງ​ໄດ້​ສັ່ງ​ໃຫ້​ຂ້ານ້ອຍ​ນຳພາ​ປະຊາຊົນ​ເຫຼົ່ານີ້ ແຕ່​ພຣະອົງ​ບໍ່ໄດ້​ສັນຍາ​ວ່າ ຈະ​ສົ່ງ​ຜູ້ໃດ​ມາ​ຊ່ວຍ​ຂ້ານ້ອຍ​ເລີຍ. ພຣະອົງ​ບອກ​ພຽງແຕ່​ວ່າ ພຣະອົງ​ຮູ້ຈັກ​ຂ້ານ້ອຍ​ດີ ແລະ​ພໍໃຈ​ນຳ​ຂ້ານ້ອຍ.


ບັດນີ້ ຖ້າ​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ແທ້​ແລ້ວ ຈົ່ງ​ບອກ​ແຜນການ​ຂອງ​ພຣະອົງ​ໃຫ້​ຂ້ານ້ອຍ​ຮູ້​ນຳ​ແດ່ທ້ອນ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ຮັບໃຊ້​ພຣະອົງ​ຕໍ່ໄປ ແລະ​ສືບຕໍ່​ເຮັດ​ໃຫ້​ພຣະອົງ​ພໍໃຈ​ນຳ​ຂ້ານ້ອຍ​ຫລາຍ​ຍິ່ງ​ຂຶ້ນ. ໂຜດ​ລະນຶກເຖິງ​ຄື​ກັນ​ວ່າ ພຣະອົງ​ໄດ້​ເລືອກ​ເອົາ​ຊົນຊາດ​ນີ້​ເປັນ​ປະຊາຊົນ​ຂອງ​ພຣະອົງ.”


ແມ່ນ​ອາໂຣນ ແລະ​ໂມເຊ​ນີ້​ເອງ ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ວ່າ, “ຈົ່ງ​ນຳພາ​ຄົນ​ໃນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ອອກ​ໄປ​ຈາກ​ປະເທດ​ເອຢິບ.”


ພຣະເຈົ້າຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ ມາ​ຊ່ວຍກູ້​ເອົາ​ຊາວ​ອິດສະຣາເອນ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ ແລະ​ເພື່ອ​ດູແລ​ພວກເຂົາ.


ເຮົາ​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ; ເຮົາ​ໄດ້​ກອບກູ້​ເອົາ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້ ເຮົາ​ໄດ້​ໃຊ້​ໂມເຊ, ອາໂຣນ ແລະ​ມີຣີອາມ ໃຫ້​ນຳພາ​ພວກເຈົ້າ.


ເຮົາ​ໄດ້​ເຫັນ​ຄວາມ​ທົນທຸກ​ລຳບາກ​ອັນ​ຮ້າຍແຮງ ທີ່​ປະຊາຊົນ​ຂອງເຮົາ​ໄດ້​ຮັບ​ໃນ​ປະເທດ​ເອຢິບ ເຮົາ​ໄດ້ຍິນ​ສຽງ​ໂອ່ຍຄາງ​ຂອງ​ພວກເຂົາ​ແລ້ວ ເຮົາ​ຈຶ່ງ​ລົງ​ມາ​ເພື່ອ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ. ບັດນີ້​ມາແມ ເຮົາ​ຈະ​ໃຊ້​ເຈົ້າ​ໄປ​ທີ່​ປະເທດ​ເອຢິບ.’


ເພິ່ນ​ໄດ້​ນຳພາ​ປະຊາຊົນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ໂດຍ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ທີ່​ໜ້າ​ງຶດ​ປະຫລາດ​ໃຈ​ຫລາຍ​ປະການ​ໃນ​ປະເທດ​ເອຢິບ ແລະ​ທີ່​ທະເລແດງ ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເປັນ​ເວລາ​ສີ່ສິບ​ປີ.


ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ດັ່ງນີ້​ວ່າ, ‘ເຊື້ອສາຍ​ຂອງ​ເຈົ້າ​ຈະ​ໄປ​ອາໄສ​ເປັນ​ແຂກ​ຢູ່​ໃນ​ຕ່າງ​ປະເທດ ແລະ​ຊາວ​ປະເທດ​ນັ້ນ​ຈະ​ເອົາ​ພວກເຂົາ​ເປັນ​ທາດ ແລະ​ພວກເຂົາ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ​ຢ່າງ​ຮ້າຍແຮງ​ເປັນ​ເວລາ​ສີ່ຮ້ອຍ​ປີ.’


ແລ້ວ​ພຣະອົງ​ຊົງ​ກ່າວ​ອີກ​ວ່າ, ‘ຝ່າຍ​ເຮົາ​ຈະ​ພິພາກສາ​ລົງໂທດ ປະເທດ​ທີ່​ພວກເຂົາ​ຮັບໃຊ້​ເປັນ​ຂ້ອຍຂ້າ​ຢູ່​ນັ້ນ ຫລັງຈາກ​ນັ້ນ​ແລ້ວ ພວກເຂົາ​ຈະ​ອອກ​ມາ​ບົວລະບັດ​ຂາບໄຫວ້​ເຮົາ​ໃນ​ທີ່​ນີ້.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຫັນກັບ​ມາຫາ​ລາວ​ແລະ​ໄດ້ກ່າວ​ວ່າ, “ຈົ່ງ​ໄປ​ຊ່ວຍ​ເອົາ​ຊາດ​ອິດສະຣາເອນ​ໃຫ້​ພົ້ນ​ຈາກ​ຊາວ​ມີດີອານ​ດ້ວຍ​ກຳລັງ​ອັນ​ເຂັ້ມແຂງ​ຂອງ​ເຈົ້າ. ເຮົາ​ເອງ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ.”


ຊາມູເອນ​ກ່າວ​ຕໍ່ໄປ​ອີກ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ເລືອກ​ເອົາ​ໂມເຊ​ກັບ​ອາໂຣນ ແລະ​ເປັນ​ຜູ້​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ເມື່ອ​ຢາໂຄບ​ແລະ​ຄອບຄົວ​ຂອງ​ເພິ່ນ​ໄດ້​ໄປ​ທີ່​ປະເທດ​ເອຢິບ ຊາວ​ເອຢິບ​ໄດ້​ຂົ່ມເຫັງ​ພວກເພິ່ນ. ຝ່າຍ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ກໍໄດ້​ຮ້ອງ​ຂໍ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫລືອ ແລະ​ພຣະເຈົ້າຢາເວ​ໄດ້​ສົ່ງ​ໂມເຊ​ແລະ​ອາໂຣນ​ໃຫ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນ​ພວກເຂົາ​ໄດ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka