ອົບພະຍົບ 3:1 - ພຣະຄຳພີສັກສິ1 ມື້ໜຶ່ງ ໃນຂະນະທີ່ໂມເຊກຳລັງລ້ຽງຝູງແກະ ແລະຝູງແບ້ຂອງເຢທະໂຣ ພໍ່ເຖົ້າຂອງຕົນຜູ້ທີ່ເປັນປະໂຣຫິດຂອງຊາວມີດີອານ ລາວໄດ້ຕ້ອນຝູງສັດເລີຍຂ້າມຖິ່ນແຫ້ງແລ້ງກັນດານໄປທີ່ຊີນາຍພູເຂົາຂອງພຣະເຈົ້າ. Uka jalj uñjjattʼäta |
ແລ້ວໂມເຊກໍໄດ້ເຊີນໂຮບັບ ລູກຊາຍຂອງເຢທະໂຣຊາວມີດີອານ ຜູ້ເປັນລູງຂອງຕົນວ່າ, “ພວກເຮົາກຳລັງຈະອອກເດີນທາງໄປສູ່ດິນແດນທີ່ພຣະເຈົ້າຢາເວໄດ້ບອກໄວ້ວ່າຈະມອບໃຫ້. ພຣະເຈົ້າຢາເວໄດ້ສັນຍາວ່າ ຈະບັນດານໃຫ້ຊາວອິດສະຣາເອນຈະເລີນຮຸ່ງເຮືອງຂຶ້ນ; ສະນັ້ນ ຈົ່ງໄປກັບພວກເຮົາເທາະ ແລະພວກເຮົາຈະແບ່ງປັນຄວາມຈະເລີນຮຸ່ງເຮືອງນັ້ນໃຫ້ແກ່ເຈົ້າດ້ວຍ.”
ມື້ທີ່ພວກເຈົ້າໄດ້ຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າວ່າ ‘ຈົ່ງເຕົ້າໂຮມປະຊາຊົນ ເຮົາຕ້ອງການໃຫ້ພວກເຂົາໄດ້ຍິນສິ່ງທີ່ເຮົາຕ້ອງກ່າວ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ເຊື່ອຟັງເຮົາຊົ່ວຊີວິດຂອງພວກເຂົາ ແລະເພື່ອວ່າພວກເຂົາຈະໄດ້ສັ່ງສອນລູກຫລານຂອງພວກເຂົາໃຫ້ເຮັດຢ່າງດຽວກັນ.’