Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 29:3 - ພຣະຄຳພີສັກສິ

3 ເມື່ອ​ເຮັດ​ແລ້ວໆ ຈົ່ງ​ໃຫ້​ເອົາ​ເຂົ້າຈີ່​ທັງໝົດ​ໃສ່​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ຖວາຍ​ແກ່​ເຮົາ ເມື່ອ​ພວກເຈົ້າ​ນຳ​ງົວໜຸ່ມ ແລະ​ແກະເຖິກ​ມາ​ເຜົາ​ຖວາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 29:3
6 Jak'a apnaqawi uñst'ayäwi  

ຈົ່ງ​ໃຊ້​ແປ້ງ​ຊະນິດ​ດີທີ່ສຸດ​ແຕ່​ບໍ່ມີ​ເຊື້ອແປ້ງ ແລະ​ນໍ້າມັນ​ໝາກກອກເທດ​ມາ​ເຮັດ​ເຂົ້າຈີ່ ຊຶ່ງ​ບາງ​ຊະນິດ​ນັ້ນ​ບໍ່​ຕ້ອງ​ໃຊ້​ນໍ້າມັນ​ໝາກກອກ​ເທດ ແລະ​ເຂົ້າຈີ່​ບາງ​ຊະນິດ​ຊຶ່ງ​ເປັນ​ແຜ່ນ​ບາງໆ ຕ້ອງ​ໃຊ້​ນໍ້າມັນ​ໝາກກອກເທດ.


ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ໃຫ້​ພວກເຂົາ​ຮັບ​ພິທີ​ອາບນໍ້າ​ຊຳລະ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນ​ໜຶ່ງ​ຈາກ​ກະຕ່າ ຊຶ່ງ​ອຸທິດ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ກ້ອນ​ໜຶ່ງ​ທີ່​ຈືນ​ດ້ວຍ​ນໍ້າມັນ ແລະ​ເຂົ້າໜົມ​ແຜ່ນ​ກ້ອນ​ໜຶ່ງ ວາງ​ໃສ່​ເທິງ​ໄຂມັນ​ແລະ​ຂາ​ຫລັງ​ເບື້ອງຂວາ​ສັດ.


ໂມເຊ​ໄດ້​ກ່າວ​ແກ່​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ​ວ່າ, “ຈົ່ງ​ເອົາ​ຊີ້ນ​ທີ່​ຕົ້ມ​ໄວ້​ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ, ແລ້ວ​ກິນ​ໃນ​ທີ່ນັ້ນ​ກັບ​ເຂົ້າຈີ່​ໃນ​ກະຕ່າ​ສຳລັບ​ການ​ສະຖາປະນາ​ຕາມ​ຄຳສັ່ງ​ນັ້ນ.


ເພິ່ນ​ຈະ​ຕ້ອງ​ຖວາຍ​ແກະເຖິກ ໃຫ້​ແກ່​ພຣະເຈົ້າຢາເວ​ເພື່ອ​ຄວາມ​ສາມັກຄີທຳ ພ້ອມ​ກັບ​ກະຕ່າ​ເຂົ້າຈີ່​ນັ້ນ; ເພິ່ນ​ຈະ​ຕ້ອງ​ຖວາຍ​ພືດຜົນ​ເປັນເມັດ​ແລະ​ເຫຼົ້າ​ອະງຸ່ນ​ອີກ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka