Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 29:2 - ພຣະຄຳພີສັກສິ

2 ຈົ່ງ​ໃຊ້​ແປ້ງ​ຊະນິດ​ດີທີ່ສຸດ​ແຕ່​ບໍ່ມີ​ເຊື້ອແປ້ງ ແລະ​ນໍ້າມັນ​ໝາກກອກເທດ​ມາ​ເຮັດ​ເຂົ້າຈີ່ ຊຶ່ງ​ບາງ​ຊະນິດ​ນັ້ນ​ບໍ່​ຕ້ອງ​ໃຊ້​ນໍ້າມັນ​ໝາກກອກ​ເທດ ແລະ​ເຂົ້າຈີ່​ບາງ​ຊະນິດ​ຊຶ່ງ​ເປັນ​ແຜ່ນ​ບາງໆ ຕ້ອງ​ໃຊ້​ນໍ້າມັນ​ໝາກກອກເທດ.

Uka jalj uñjjattʼäta Copia luraña




ອົບພະຍົບ 29:2
14 Jak'a apnaqawi uñst'ayäwi  

ໃນ​ຄືນ​ນັ້ນ ຈົ່ງ​ປີ້ງ​ຊີ້ນ​ກິນ​ກັບ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກັບ​ຜັກຂົມ.


ແລ້ວ​ຈົ່ງ​ເອົາ​ເຂົ້າຈີ່​ກ້ອນ​ໜຶ່ງ​ຂອງ​ແຕ່ລະ​ຢ່າງ​ໃນ​ກະຕ່າ​ເຂົ້າຈີ່​ທີ່​ບໍ່ມີ​ເຊື້ອແປ້ງ ທີ່ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ນັ້ນ​ຄື: ກ້ອນ​ໜຶ່ງ​ທີ່​ເຮັດ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ ອີກ​ກ້ອນ​ໜຶ່ງ​ທີ່​ບໍ່​ປະສົມ​ກັບ​ນໍ້າມັນ ແລະ​ກ້ອນ​ນ້ອຍ​ກ້ອນ​ໜຶ່ງ​ທີ່​ເປັນ​ແຜ່ນ​ບາງໆ.


ເມື່ອ​ເຮັດ​ແລ້ວໆ ຈົ່ງ​ໃຫ້​ເອົາ​ເຂົ້າຈີ່​ທັງໝົດ​ໃສ່​ກະຕ່າ​ໜ່ວຍ​ໜຶ່ງ​ແລະ​ຖວາຍ​ແກ່​ເຮົາ ເມື່ອ​ພວກເຈົ້າ​ນຳ​ງົວໜຸ່ມ ແລະ​ແກະເຖິກ​ມາ​ເຜົາ​ຖວາຍ.


ຈົ່ງ​ຖອກ​ນໍ້າມັນ​ໝາກກອກເທດ​ໃສ່ ແລະ​ເອົາ​ເຄື່ອງຫອມ​ໃສ່​ເທິງ​ເຄື່ອງ​ຖວາຍ​ນັ້ນ.


ສ່ວນ​ໄຟ​ນັ້ນ​ຕ້ອງ​ໃຫ້​ລຸກ​ໄໝ້​ທີ່​ເທິງ​ແທ່ນບູຊາ​ຢູ່​ສະເໝີ ແລະ​ຢ່າ​ປະ​ໃຫ້​ມອດ​ເປັນ​ເດັດຂາດ.


ແຕ່​ຖ້າ​ພືດຜົນ​ເປັນເມັດ​ຍັງ​ດິບ​ຢູ່​ແລະ​ບໍ່​ທັນ​ໄດ້​ຂົ້ວ ເຖິງ​ແມ່ນ​ວ່າ​ຈະ​ປົນ​ກັບ​ນໍ້າມັນ​ຫລື​ແຫ້ງ​ແລ້ວ​ກໍຕາມ ໃຫ້​ເປັນ​ຂອງ​ປະໂຣຫິດ​ຜູ້​ສືບ​ເຊື້ອສາຍ​ມາ​ຈາກ​ຄອບຄົວ​ອາໂຣນ ໂດຍ​ໃຫ້​ແບ່ງປັນ​ເປັນ​ສ່ວນ​ເທົ່າກັນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ຖວາຍ​ເພື່ອ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ລາວ​ຈະ​ຕ້ອງ​ນຳ​ເຄື່ອງ​ຖວາຍ​ນັ້ນ​ມາ​ພ້ອມ​ກັບ​ສັດ​ທີ່​ຈະ​ຂ້າ​ບູຊາ​ເຊັ່ນ: ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ອາດ​ເປັນ​ກ້ອນ​ເຮັດ​ຈາກ​ແປ້ງ​ເຂົ້າ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ແຜ່ນ​ບາງໆ​ທີ່​ທາ​ດ້ວຍ​ນໍ້າມັນ​ໝາກກອກເທດ ຫລື​ເຂົ້າໜົມ​ເປັນ​ແຜ່ນ​ເຮັດ​ດ້ວຍ​ແປ້ງເຂົ້າ​ປົນ​ກັບ​ນໍ້າມັນ​ໝາກກອກເທດ.


“ຈົ່ງ​ນຳ​ອາໂຣນ​ແລະ​ພວກ​ລູກຊາຍ​ຂອງ​ລາວ ມາ​ທີ່​ປະຕູ​ເຂົ້າ​ຫໍເຕັນ​ບ່ອນ​ເຮົາ​ມາ​ປາກົດ ແລ້ວ​ເອົາ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ມາ​ພ້ອມ​ກັບ​ນໍ້າມັນ​ເຈີມ​ສັກສິດ, ງົວເຖິກໜຸ່ມ​ໂຕໜຶ່ງ​ເພື່ອ​ຖວາຍ​ລຶບລ້າງ​ບາບ, ແກະເຖິກ ສອງ​ໂຕ ແລະ​ກະຕ່າ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.


ແລ້ວ​ເພິ່ນ​ກໍ​ເອົາ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ກ້ອນ​ໜຶ່ງ​ຈາກ​ກະຕ່າ ຊຶ່ງ​ອຸທິດ​ຖວາຍ​ຕໍ່ໜ້າ​ພຣະເຈົ້າຢາເວ, ກ້ອນ​ໜຶ່ງ​ທີ່​ຈືນ​ດ້ວຍ​ນໍ້າມັນ ແລະ​ເຂົ້າໜົມ​ແຜ່ນ​ກ້ອນ​ໜຶ່ງ ວາງ​ໃສ່​ເທິງ​ໄຂມັນ​ແລະ​ຂາ​ຫລັງ​ເບື້ອງຂວາ​ສັດ.


ລາວ​ຈະ​ຕ້ອງ​ຖວາຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ​ອີກ​ກະຕ່າ​ໜຶ່ງ​ຄື: ເຂົ້າໜົມ​ເປັນ​ແຜ່ນ​ໜາໆ​ທີ່​ເຮັດ​ດ້ວຍ​ແປ້ງ​ປະສົມ​ກັບ​ນໍ້າມັນ​ໝາກກອກເທດ, ເຂົ້າໜົມ​ເປັນ​ແຜ່ນ​ບາງໆ​ທີ່​ປົນ​ກັບ​ນໍ້າມັນ​ໝາກກອກເທດ ແລະ​ນອກຈາກນີ້​ຍັງ​ຈະ​ຖວາຍ​ພືດຜົນ​ເປັນເມັດ ແລະ​ເຫຼົ້າ​ອະງຸ່ນ​ຕາມ​ກຳນົດ​ອີກ​ດ້ວຍ.


ແລ້ວ​ປະໂຣຫິດ​ກໍ​ຈະ​ເອົາ​ຊີ້ນ​ຂາໜ້າ​ຂອງ​ແກະເຖິກ ທີ່​ຕົ້ມ​ສຸກ​ແລ້ວ ພ້ອມ​ທັງ​ເຂົ້າໜົມ​ໜາ​ແຜ່ນ​ໜຶ່ງ​ແລະ​ເຂົ້າໜົມ​ບາງ​ແຜ່ນ​ໜຶ່ງ ໄປ​ໃສ່​ມື​ຂອງ​ຄົນ​ນາຊີຣີ.


ດ້ວຍເຫດນັ້ນ ຈົ່ງ​ຊຳລະ​ບາບກຳ​ອັນ​ເປັນ​ເຊື້ອ​ເກົ່າ​ອອກ​ໄປ​ເສຍ ແລ້ວ​ພວກເຈົ້າ​ກໍ​ຈະ​ເປັນ​ເໝືອນ​ແປ້ງ​ນວດ​ກ້ອນ​ໃໝ່ ໂດຍ​ບໍ່ມີ​ເຊື້ອແປ້ງ​ແລ້ວ. ດ້ວຍວ່າ, ພຣະຄຣິດ​ຜູ້​ຊົງ​ເປັນ​ລູກແກະ​ປັດສະຄາ​ຂອງ​ພວກເຮົາ​ນັ້ນ​ໄດ້​ຖືກ​ຂ້າ​ບູຊາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka