Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 28:9 - ພຣະຄຳພີສັກສິ

9 ຈົ່ງ​ໃຊ້​ແກ້ວໂກເມນ​ສອງ​ແຜ່ນ ຈາລຶກ​ຊື່​ຂອງ​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ

Uka jalj uñjjattʼäta Copia luraña




ອົບພະຍົບ 28:9
16 Jak'a apnaqawi uñst'ayäwi  

ໃນ​ດິນແດນ​ນີ້​ມີ​ບໍ່ຄຳ​ຊັ້ນດີ ແກ້ວ​ປະເສີດ​ໂກຣາ ແລະ​ຕົ້ນ​ຢາງ​ຫອມ​ທີ່​ມີ​ຄ່າ​ສູງ)


ຂ້າພະເຈົ້າ​ໄດ້​ພະຍາຍາມ​ຈັດຕຽມ​ວັດສະດຸ​ຕ່າງໆ​ໄວ້ ສຳລັບ​ສ້າງ​ພຣະວິຫານ ເປັນ​ຕົ້ນ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ໄມ້, ຫີນ​ມີຄ່າ​ແລະ​ພອຍ, ຫີນລາຍ​ແລະ​ຫີນອ່ອນ ເປັນ​ຈຳນວນ​ຫລວງຫລາຍ.


ສະນັ້ນ ຂໍ​ສົ່ງ​ຊ່າງ​ແກະສະຫລັກ​ສີມື​ດີ​ດ້ານ​ເຮັດ​ເຄື່ອງ​ຄຳ, ເງິນ, ທອງສຳຣິດ, ເຫຼັກ ຕະຫລອດ​ທັງ​ເຮັດ​ຜ້າ​ສີຟ້າ, ສີມ່ວງ ແລະ​ສີແດງ​ຜູ້ໜຶ່ງ​ມາ​ໃຫ້​ດ້ວຍ. ລາວ​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ພວກ​ຊ່າງສີມື​ຂອງ​ຢູດາຍ​ແລະ​ເຢຣູຊາເລັມ ທີ່​ກະສັດ​ດາວິດ​ພໍ່​ຂອງ​ຂ້າພະເຈົ້າ​ໄດ້​ຄັດເລືອກ​ໄວ້.


ແກ້ວໂກເມນ​ແລະ​ເພັດພອຍ​ຊະນິດ​ຕ່າງໆ ສຳລັບ​ຕົບແຕ່ງ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.


ຕາມ​ລຳດັບ​ການ​ເກີດ ໂດຍ​ຫົກ​ຊື່​ທຳອິດ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ໜຶ່ງ ແລະ​ອີກ​ຫົກ​ຊື່​ຫລັງ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ສອງ.


ສ່ວນ​ຢູ່​ໃນ​ແຖວ​ທີ​ສີ່​ນັ້ນ​ໃຫ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ. ແກ້ວ​ທັງໝົດ​ນີ້​ໃຫ້​ຝັງ​ລົງ​ໃສ່​ໃນ​ກະໂບກ​ຄຳ.


ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’


ສ່ວນ​ສາຍ​ຮັດ​ນັ້ນ ຈົ່ງ​ໃຊ້​ຜ້າປ່ານ​ເນື້ອລະອຽດ​ດີ​ຊະນິດ​ດຽວກັນ​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ຫຍິບ​ຕິດ​ກັບ​ເສື້ອ​ເລີຍ.


ສຳລັບ​ເຈຍລະໄນ​ພອຍ​ຕ່າງໆ​ເພື່ອ​ຝັງ​ລົງ​ໃນ​ກະໂບກ; ສຳລັບ​ແກະສະຫລັກ​ໄມ້ ແລະ​ສຳລັບ​ວິຊາການ​ໃນ​ວຽກງານ​ສີລະປະກຳ​ຊະນິດ​ອື່ນໆ​ອີກ.


ແລະ​ໃນ​ແຖວ​ທີ​ສີ່​ໄດ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ.


ພວກເຂົາ​ໄດ້​ຝັງ​ແກ້ວໂກເມນ​ໃສ່​ກະໂບກ​ຄຳ​ຢ່າງ​ຊຳນິ​ຊຳນານ ພ້ອມ​ທັງ​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ສິບສອງ​ຄົນ​ໃສ່​ດ້ວຍ.


ນອກຈາກ​ນ້ອງ​ແລ້ວ ຂໍ​ອ້າຍ​ຢ່າ​ສູ່​ຮັກ​ຍິງ​ອື່ນໃດ ນອກຈາກ​ນ້ອງ ຂໍ​ຢ່າ​ໃຫ້​ມີ​ຍິງ​ໃດ​ຢູ່​ໃນ​ອ້ອມກອດ. ຄວາມຮັກ​ມີ​ອຳນາດ​ເທົ່າກັບ​ຄວາມຕາຍ ຄວາມ​ຫລົງໄຫລ​ກໍ​ອັນຕະລາຍ​ເທົ່າກັບ​ປ່າຊ້າ. ມັນ​ເຜົາໄໝ້​ໄດ້​ເໝືອນດັ່ງ​ແປວໄຟ ແລະ​ໄໝ້​ລຸກລາມ​ໄປ​ຢ່າງ​ເຕັມທີ່.


ນະຄອນ​ເຢຣູຊາເລັມ ເຮົາ​ລືມໄລ​ເຈົ້າ​ບໍ່ໄດ້​ເລີຍ ເຮົາ​ຂຽນ​ຊື່​ເຈົ້າ​ໃສ່​ຝາມື​ຂອງເຮົາ​ແລ້ວ.


ເຈົ້າ​ເຄີຍ​ໄດ້​ຢູ່​ໃນ​ເອເດນ​ສວນ​ຂອງ​ພຣະເຈົ້າ ທັງ​ປະດັບ​ກາຍ​ດ້ວຍ​ເພັດພອຍ​ນາໆ​ຊະນິດ​ເຊັ່ນ: ທັບທີມ​ແລະ​ເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະ​ໂມລາ; ນິນສີຄາມ, ມໍຣະກົດ ແລະ​ໂກເມນ. ເຈົ້າ​ມີ​ເຄື່ອງເອ້​ເປັນ​ຄຳ​ຢ່າງ​ຫລວງຫລາຍ. ສິ່ງ​ເຫຼົ່ານີ້​ໄດ້​ເຮັດ​ໄວ້​ສຳລັບ​ເຈົ້າ ຕັ້ງແຕ່​ມື້​ທີ່ ເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ຈະ​ຊ່ວຍ​ພວກເຂົາ ໃຫ້​ພົ້ນ​ອັນຕະລາຍ​ດັ່ງ​ຝູງແກະ​ທີ່​ມີ​ຜູ້ລ້ຽງ. ພວກເຂົາ​ຈະ​ສ່ອງໄສ​ແຈ້ງ​ຢູ່​ໃນ​ດິນແດນ​ຂອງ​ພຣະອົງ ດັ່ງ​ເພັດພອຍ​ຢູ່​ໃນ​ມົງກຸດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka