8 ສ່ວນສາຍຮັດນັ້ນ ຈົ່ງໃຊ້ຜ້າປ່ານເນື້ອລະອຽດດີຊະນິດດຽວກັນກັບເສື້ອຄຸມສັ້ນເອໂຟດ ແລະຫຍິບຕິດກັບເສື້ອເລີຍ.
ຜ້າສອງຕ່ອນທີ່ບ່າໄຫລ່ຂອງເສື້ອນັ້ນ ຈົ່ງໃຫ້ຫຍິບຕິດກັນກັບຂ້າງເສື້ອທັງສອງ.
ຈົ່ງໃຊ້ແກ້ວໂກເມນສອງແຜ່ນ ຈາລຶກຊື່ຂອງລູກຊາຍສິບສອງຄົນຂອງຢາໂຄບ
ເມື່ອອາບແລ້ວໆ ເຈົ້າຈົ່ງໃສ່ເຄື່ອງປະຈຳຕຳແໜ່ງປະໂຣຫິດໃຫ້ອາໂຣນເຊັ່ນວ່າ: ເສື້ອຄຸມຍາວມີແຂນ, ເສື້ອຄຸມຍາວບໍ່ມີແຂນ, ເສື້ອຄຸມສັ້ນເອໂຟດ, ແຜ່ນປົກເອິກ ແລະສາຍຮັດແອວ.
ສ່ວນສາຍຮັດນັ້ນ ໄດ້ໃຊ້ຜ້າປ່ານເນື້ອລະອຽດດີເຮັດ ໂດຍຫຍິບຕິດໃສ່ກັບເສື້ອຄຸມສັ້ນເອໂຟດ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ເພິ່ນຈະປົກຄອງຊົນຊາດຂອງເພິ່ນໂດຍຕົນເອງ ດ້ວຍຄວາມຍຸດຕິທຳແລະດ້ວຍຄວາມສັດຊື່.
ເມື່ອອາບແລ້ວໆ ເພິ່ນໄດ້ເອົາເສື້ອຊ້ອນໃນແລະເສື້ອຄຸມ ໃສ່ໃຫ້ອາໂຣນແລະເອົາຜ້າຮັດແອວລາວ. ເພິ່ນໄດ້ສຸບເສື້ອຄຸມສັ້ນເອໂຟດ ໃສ່ໃຫ້ ແລ້ວກໍເອົາສາຍແອວທີ່ເຮັດດ້ວຍຜ້າປ່ານເນື້ອລະອຽດດີຮັດໃຫ້ຕື່ມ.
ດ້ວຍເຫດນັ້ນ ຈົ່ງຕຽມຕົວຕຽມໃຈໃຫ້ພ້ອມ ຈົ່ງມີສະຕິລະວັງຕົວ ແລະຈົ່ງຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ ທີ່ຈະໂຜດປະທານໃຫ້ພວກເຈົ້າ ເມື່ອພຣະເຢຊູເຈົ້າສະເດັດມາປາກົດ.
ແລະໃນທ່າມກາງຄັນຕະກຽງຄຳເຫຼົ່ານັ້ນ, ມີຜູ້ໜຶ່ງເໝືອນບຸດມະນຸດ ນຸ່ງເສື້ອລ່າມກວມຕີນ ມີຜ້າບ່ຽງຄຳຄຽນເອິກຂອງພຣະອົງ.