Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 28:6 - ພຣະຄຳພີສັກສິ

6 ຈົ່ງ​ໃຫ້​ພວກເຂົາ​ເຮັດ​ເສື້ອຄຸມ​ສັ້ນ​ເອໂຟດ​ນີ້​ດ້ວຍ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ, ສີແດງ, ດ້າຍ​ສີຄຳ ແລະ​ຜ້າປ່ານ​ເນື້ອລະອຽດ​ດີ ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ.

Uka jalj uñjjattʼäta Copia luraña




ອົບພະຍົບ 28:6
11 Jak'a apnaqawi uñst'ayäwi  

ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


ແກ້ວໂກເມນ​ແລະ​ເພັດພອຍ​ຊະນິດ​ຕ່າງໆ ສຳລັບ​ຕົບແຕ່ງ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.


“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ຜ້າ​ສອງ​ຕ່ອນ​ທີ່​ບ່າໄຫລ່​ຂອງ​ເສື້ອ​ນັ້ນ ຈົ່ງ​ໃຫ້​ຫຍິບ​ຕິດ​ກັນ​ກັບ​ຂ້າງ​ເສື້ອ​ທັງສອງ.


ເມື່ອ​ອາບ​ແລ້ວໆ ເຈົ້າ​ຈົ່ງ​ໃສ່​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ໃຫ້​ອາໂຣນ​ເຊັ່ນ​ວ່າ: ເສື້ອຄຸມ​ຍາວ​ມີ​ແຂນ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ສັ້ນ​ເອໂຟດ, ແຜ່ນ​ປົກເອິກ ແລະ​ສາຍ​ຮັດ​ແອວ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ເມື່ອ​ອາບ​ແລ້ວໆ ເພິ່ນ​ໄດ້​ເອົາ​ເສື້ອຊ້ອນ​ໃນ​ແລະ​ເສື້ອຄຸມ ໃສ່​ໃຫ້​ອາໂຣນ​ແລະ​ເອົາ​ຜ້າ​ຮັດ​ແອວ​ລາວ. ເພິ່ນ​ໄດ້​ສຸບ​ເສື້ອຄຸມ​ສັ້ນ​ເອໂຟດ ໃສ່​ໃຫ້ ແລ້ວ​ກໍ​ເອົາ​ສາຍແອວ​ທີ່​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຮັດ​ໃຫ້​ຕື່ມ.


ກີເດໂອນ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ມາ​ສ້າງ​ຮູບເຄົາຣົບ ແລະ​ຕັ້ງ​ໄວ້​ໃນ​ໂອຟະຣາ ເມືອງ​ຂອງ​ເພິ່ນ​ເອງ. ຊາວ​ອິດສະຣາເອນ​ທຸກຄົນ​ໄດ້​ປະຖິ້ມ​ພຣະເຈົ້າ ແລະ​ໄປ​ທີ່​ເມືອງ​ໂອຟຣາ​ເພື່ອ​ຂາບໄຫວ້​ຮູບເຄົາຣົບ​ນັ້ນ. ການ​ກະທຳ​ເຊັ່ນນີ້​ເປັນ​ບ້ວງແຮ້ວ​ສຳລັບ​ກີເດໂອນ​ເອງ ແລະ​ຄອບຄົວ​ຂອງ​ລາວ.


ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.


ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka