Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 28:4 - ພຣະຄຳພີສັກສິ

4 ຈົ່ງ​ບອກ​ພວກເຂົາ​ໃຫ້​ເຮັດ​ແຜ່ນ​ປົກເອິກ, ເສື້ອຄຸມ​ສັ້ນ​ເອໂຟດ, ເສື້ອຄຸມ​ຍາວ​ບໍ່ມີ​ແຂນ, ເສື້ອຄຸມ​ຍາວ​ມີ​ແຂນ, ໝວກ​ສຸບ ແລະ​ຜ້າ​ຮັດ​ແອວ. ພວກເຂົາ​ຕ້ອງ​ເຮັດ​ເຄື່ອງ​ປະຈຳ​ຕຳແໜ່ງ​ປະໂຣຫິດ​ເຫຼົ່ານີ້​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ ແລະ​ພວກ​ລູກຊາຍ​ຂອງ​ລາວ ເພື່ອ​ພວກເຂົາ​ຈະ​ໄດ້​ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ອົບພະຍົບ 28:4
20 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ນຸ່ງ​ແຕ່​ເສື້ອປ່ານ​ໂດຍ​ມີ​ຜ້າ​ມັດ​ແອວ ຟ້ອນ​ຖວາຍ​ກຽດ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢ່າງ​ສຸດຈິດ​ສຸດໃຈ.


ແກ້ວໂກເມນ​ແລະ​ເພັດພອຍ​ຊະນິດ​ຕ່າງໆ ສຳລັບ​ຕົບແຕ່ງ​ເສື້ອຄຸມ​ສັ້ນ​ເອໂຟດ ແລະ​ແຜ່ນ​ປົກເອິກ​ຂອງ​ປະໂຣຫິດ.


ຈົ່ງ​ສຸບ​ໝວກ​ໃຫ້​ລາວ ແລະ​ມັດ​ເຄື່ອງ​ປະດັບ​ທີ່​ຈາລຶກ​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ’ ໃສ່​ທາງ​ໜ້າ​ໝວກ


ພ້ອມ​ທັງ​ເຮັດ​ຜ້າ​ປົກຫົວ, ໝວກສຸບ, ສົ້ງ​ຂາສັ້ນ,


ເພິ່ນ​ຈະ​ປົກຄອງ​ຊົນຊາດ​ຂອງເພິ່ນ​ໂດຍ​ຕົນເອງ ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ດ້ວຍ​ຄວາມສັດຊື່.


ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.


ໃນ​ລັກສະນະ​ດຽວ​ນີ້​ແຫຼະ ປະຊາຊົນ​ອິດສະຣາເອນ​ຈະ​ຢູ່​ຢ່າງ​ບໍ່ມີ​ກະສັດ ຫລື​ຜູ້ນຳ​ເປັນ​ເວລາ​ນານ ແລະ​ຈະ​ບໍ່ມີ​ເຄື່ອງ​ເຜົາບູຊາ ຫລື​ຫີນ​ສັກສິດ ບໍ່ມີ​ຮູບເຄົາຣົບ​ຫລື​ເທວະຮູບ ເພື່ອ​ບອກ​ເຖິງ​ເລື່ອງ​ອະນາຄົດ.


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ຢຶດໝັ້ນ​ເອົາ​ຄວາມຈິງ​ຄາດແອວ​ໄວ້ ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ປ້ອງກັນ​ເອິກ​ໄວ້​


ແຕ່​ຝ່າຍ​ພວກເຮົາ​ແລ້ວ ເປັນ​ຝ່າຍ​ກາງເວັນ ແລະ​ຢ່າ​ໃຫ້​ພວກເຮົາ​ເມົາ​ມົວ ພວກເຮົາ​ຕ້ອງ​ສວມ​ຄວາມເຊື່ອ ກັບ​ຄວາມຮັກ​ເປັນ​ເຄື່ອງ​ປ້ອງກັນ​ໜ້າເອິກ ແລະ​ຢຶດ​ຄວາມຫວັງ ວ່າ​ໄດ້​ຮັບ​ຄວາມ​ພົ້ນ​ເປັນ​ໝວກ​ເຫຼັກ​ປ້ອງກັນ​ຫົວ.


ໃນ​ນິມິດ​ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້ ມີ​ຝູງ​ມ້າ​ແລະ​ພວກ​ຄົນ​ຂີ່​ມ້າ ເຄື່ອງ​ປ້ອງກັນ​ເອິກ​ຂອງ​ພວກເຂົາ​ເປັນ​ສີແດງ​ຄື​ໄຟ ເປັນ​ສີຟ້າ​ຄື​ນິນ​ສີຄາມ ແລະ​ເປັນ​ສີເຫລືອງ​ຄື​ມາດ ຫົວ​ຂອງ​ມ້າ​ເຫຼົ່ານັ້ນ​ເໝືອນ​ຫົວ​ສິງ ມີ​ໄຟ ມີ​ຄວັນ ແລະ ມີ​ມາດ​ພຸ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພວກມັນ.


ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.


ສະນັ້ນ ກະສັດ​ໂຊນ​ຈຶ່ງ​ສັ່ງ​ໂດເອັກ​ວ່າ, “ເຈົ້າ​ຂ້າ​ພວກເຂົາ​ເສຍ.” ໂດເອັກ​ໄດ້​ຂ້າ​ພວກເຂົາ​ຖິ້ມ​ທັງໝົດ. ໃນ​ມື້ນັ້ນ ລາວ​ໄດ້​ຂ້າ​ປະໂຣຫິດ​ທີ່​ມີ​ຄຸນສົມບັດ​ຖື​ເອໂຟດ​ແປດສິບຫ້າ​ຄົນ.


ເມື່ອ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ ໄດ້​ປົບໜີ​ໄປ​ອາໄສ​ຢູ່​ນຳ​ດາວິດ​ທີ່​ເມືອງ​ເກອີລາ​ນັ້ນ ລາວ​ໄດ້​ເອົາ​ເອໂຟດ​ໄປ​ນຳ.


ດາວິດ​ເວົ້າ​ກັບ​ປະໂຣຫິດ​ອາບີອາທາ​ລູກຊາຍ​ຂອງ​ອາຮີເມເຫຼັກ​ວ່າ, “ຈົ່ງ​ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ.” ອາບີອາທາ​ກໍ​ນຳ​ເອົາ​ມາ​ໃຫ້​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka