Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 28:3 - ພຣະຄຳພີສັກສິ

3 ໃຫ້​ເອີ້ນ​ຊ່າງ​ທີ່​ມີ​ສີ​ມື​ທັງໝົດ ຄື​ຜູ້​ທີ່​ເຮົາ​ໄດ້​ໃຫ້​ຄວາມ​ສາມາດ​ພິເສດ​ແກ່​ພວກເຂົາ​ນັ້ນ​ມາ ແລະ​ບອກ​ພວກເຂົາ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ ເພື່ອ​ວ່າ​ລາວ​ຈະ​ໄດ້​ຖວາຍ​ຊີວິດ​ຂອງ​ລາວ ບົວລະບັດ​ຮັບໃຊ້​ເຮົາ​ໃນ​ຖານະ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ອົບພະຍົບ 28:3
16 Jak'a apnaqawi uñst'ayäwi  

ພໍ່​ຂອງ​ລາວ ເປັນ​ໄທ​ເມືອງ​ຕີເຣ ຜູ້​ທີ່​ໄດ້​ຕາຍໄປ​ແລ້ວ​ນັ້ນ ກໍ​ເປັນ​ຊ່າງສີມື​ກ່ຽວກັບ​ທອງສຳຣິດ​ເໝືອນກັນ. ແມ່​ຂອງ​ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເນັບທາລີ. ຮູຣາມ​ເປັນ​ຊ່າງສີມື​ທີ່​ມີ​ສະຕິປັນຍາ ແລະ​ເປັນ​ຜູ້​ມີ​ປະສົບການ. ລາວ​ໄດ້​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ກະສັດ​ໂຊໂລໂມນ ທີ່​ໃຫ້​ລາວ​ຮັບຜິດຊອບ​ວຽກງານ​ກ່ຽວກັບ​ທອງສຳຣິດ​ທັງໝົດ.


“ຜູ້ໃດ​ທີ່​ມີ​ສະຕິປັນຍາ​ໃນ​ທ່າມກາງ​ພວກເຈົ້າ ໃຫ້​ຜູ້ນັ້ນ​ເຮັດ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ຄື:


ສ່ວນ​ແມ່ຍິງ​ທີ່​ຊຳນິ​ຊຳນານ​ໃນ​ການ​ປັ່ນ​ຜ້າປ່ານ ກໍໄດ້​ເອົາ​ເສັ້ນ​ປ່ານ​ເນື້ອ​ລະອຽດ​ດີ ແລະ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ​ມາ​ຖວາຍ.


ໂມເຊ​ໄດ້​ກ່າວ​ຕໍ່​ຊາວ​ອິດສະຣາເອນ​ວ່າ, “ພຣະເຈົ້າຢາເວ​ໄດ້​ເລືອກ​ເອົາ​ເບຊາເລນ ລູກຊາຍ​ຂອງ​ອູຣິ​ແລະ​ຫລານຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ.


ພຣະເຈົ້າ​ໃຫ້​ລາວ​ໄດ້​ຮັບ​ຣິດອຳນາດ ມີ​ສະຕິປັນຍາ, ຄວາມ​ເຂົ້າໃຈ ແລະ​ຄວາມ​ສາມາດ​ໃນ​ວິຊາການ​ດ້ານ​ສີລະປະກຳ​ຊະນິດ​ອື່ນໆ​ອີກ


ພຣະອົງ​ຍັງ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ສາມາດ​ໃນ​ວຽກງານ​ຫລາຍ​ຢ່າງ​ຄື: ວຽກງານ​ຂອງ​ນັກ​ແກະສະຫລັກ, ນັກ​ອອກແບບ, ນັກ​ຫຍິບປັກ​ຖັກແສ່ວ​ຜ້າປ່ານ​ເນື້ອລະອຽດ​ດີ; ຕໍ່າ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ແລະ​ການ​ຕໍ່າ​ຜ້າ​ຊະນິດ​ອື່ນໆ​ອີກ​ດ້ວຍ. ພວກເຂົາ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ຊ່າງສີມື​ໄດ້​ທຸກຢ່າງ ແລະ​ເປັນ​ຊ່າງ​ທີ່​ຊຳນິ​ຊຳນານ​ໃນ​ການ​ອອກແບບ​ເຊັ່ນກັນ.”


“ເບຊາເລນ, ໂອໂຮລີອາບ ກັບ​ພວກ​ຊ່າງສີມື​ຄົນອື່ນໆ​ທັງໝົດ ຜູ້​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ​ນັ້ນ ຕ່າງ​ກໍ​ມີ​ຄວາມ​ສາມາດ​ເຮັດ​ສິ່ງ​ທີ່​ຈຳເປັນ ເພື່ອ​ສ້າງ​ຫໍເຕັນ​ສັກສິດ ແລະ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ນັ້ນ​ທຸກປະການ.”


ໂມເຊ​ໄດ້​ເອີ້ນ​ເບຊາເລນ, ໂອໂຮລີອາບ ກັບ​ຄົນອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ຄວາມ​ສາມາດ ພ້ອມທັງ​ຜູ້​ທີ່​ມີ​ຈິດໃຈ​ຢາກ​ຊ່ວຍ​ປະກອບສ່ວນ​ໃນ​ວຽກງານ​ກໍ່ສ້າງ​ນັ້ນ​ມາ ແລະ​ໂມເຊ​ໄດ້​ບອກ​ພວກເຂົາ​ໃຫ້​ເລີ່ມ​ລົງມື​ເຮັດ​ວຽກ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເພິ່ນ, ວິນຍານ​ແຫ່ງ​ສະຕິປັນຍາ ວິນຍານ​ແຫ່ງ​ຄວາມ​ເຂົ້າໃຈ. ວິນຍານ​ແຫ່ງ​ທີ່ປຶກສາ ວິນຍານ​ແຫ່ງ​ຣິດອຳນາດ ວິນຍານ​ແຫ່ງ​ຄວາມຮູ້ ວິນຍານ​ແຫ່ງ​ການ​ຢຳເກງ​ພຣະເຈົ້າຢາເວ


ເຮົາ​ພາວັນນາ​ອະທິຖານ ຂໍ​ພຣະເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຄື​ພຣະບິດາເຈົ້າ​ຜູ້​ຊົງ​ພຣະ​ສະຫງ່າຣາສີ ຊົງ​ໂຜດ​ປະທານ​ໃຫ້​ເຈົ້າ​ທັງຫລາຍ​ມີ​ວິນຍານ​ແຫ່ງ​ສະຕິປັນຍາ ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ​ເຖິງ​ເລື່ອງ​ພຣະອົງ.


ໂຢຊວຍ​ລູກຊາຍ​ຂອງ​ນູນ​ກໍ​ເຕັມ​ໄປ​ດ້ວຍ​ສະຕິປັນຍາ ເພາະວ່າ​ໂມເຊ​ໄດ້​ແຕ່ງຕັ້ງ​ເພິ່ນ​ໃຫ້​ຮັບ​ໜ້າທີ່​ແທນ. ປະຊາຊົນ​ອິດສະຣາເອນ​ໄດ້​ເຊື່ອຟັງ​ໂຢຊວຍ ແລະ​ໄດ້​ເຮັດ​ຕາມ​ຄຳສັ່ງ​ທຸກ​ຂໍ້​ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຂົາ​ຜ່ານ​ທາງ​ໂມເຊ.


ຂອງ​ປະທານ​ອັນ​ດີ​ທຸກຢ່າງ ແລະ​ຂອງຂວັນ​ອັນ​ດີເລີດ​ທຸກຢ່າງ ຍ່ອມ​ມາ​ຈາກ​ທາງ​ເທິງ ແລະ​ລົງ​ມາ​ຈາກ​ພຣະບິດາເຈົ້າ​ແຫ່ງ​ບັນດາ​ດວງ​ສະຫວ່າງ. ໃນ​ພຣະບິດາເຈົ້າ​ນັ້ນ ບໍ່ມີ​ການ​ປ່ຽນແປງ ແລະ​ບໍ່ມີ​ເງົາ​ເນື່ອງ​ຈາກ​ການ​ຊົງ​ໝູນວຽນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka