Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 28:11 - ພຣະຄຳພີສັກສິ

11 ຈົ່ງ​ໃຫ້​ຊ່າງ​ແກະສະຫລັກ​ຜູ້​ທີ່​ຊຳນິ​ຊຳນານ ຈາລຶກ​ຊື່​ລູກຊາຍ​ສິບສອງ​ຄົນ​ຂອງ​ຢາໂຄບ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ເຮັດ​ຂອບ​ຄຳ​ໃສ່​ແຜ່ນ​ຫີນ​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 28:11
16 Jak'a apnaqawi uñst'ayäwi  

ຫລື​ໃຊ້​ປາກກາ​ສະຫລັກ​ຄຳເວົ້າ​ຂອງຂ້ອຍ​ໄວ້​ສືບໄປ ແລະ​ຂຽນ​ໄວ້​ທີ່​ໂງ່ນຫີນ​ໃຫ້​ຄົງ​ມີ​ໄປ​ຕະຫລອດ.


ຕາມ​ລຳດັບ​ການ​ເກີດ ໂດຍ​ຫົກ​ຊື່​ທຳອິດ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ໜຶ່ງ ແລະ​ອີກ​ຫົກ​ຊື່​ຫລັງ​ນັ້ນ​ໃຫ້​ຈາລຶກ​ໃສ່​ແກ້ວ​ຫີນ​ແຜ່ນ​ທີ​ສອງ.


ຫີນ​ສອງ​ແຜ່ນ​ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ ຈົ່ງ​ໃຫ້​ຕິດ​ໃສ່​ໄວ້​ກັບ​ເສື້ອຄຸມ​ສັ້ນ​ເອໂຟດ​ເລີຍ​ທີ່​ເທິງ​ບ່າໄຫລ່. ດ້ວຍເຫດນີ້ ອາໂຣນ​ຈຶ່ງ​ຈະ​ຖື​ຊື່​ຂອງ​ພວກເຂົາ​ໄວ້​ເທິງ​ບ່າໄຫລ່​ຂອງຕົນ ເພື່ອ​ເປັນ​ທີ່ລະນຶກ​ຕໍ່ໜ້າ​ພຣະເຈົ້າຢາເວ.


ແກ້ວ​ແຕ່ລະ​ຢ່າງ​ໃນ​ຈຳນວນ​ສິບສອງ​ຊະນິດ​ນັ້ນ ຈົ່ງ​ໃຫ້​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ໃສ່ ຊຶ່ງ​ໝາຍເຖິງ​ສິບສອງ​ເຜົ່າ​ຂອງ​ຊາດ​ອິດສະຣາເອນ.


ປາຍ​ສາຍສ້ອຍ​ອີກ​ສອງ​ຂ້າງ ໃຫ້​ມັດ​ຕິດ​ກັບ​ກະໂບກ​ຄຳ. ດ້ວຍ​ວິທີ​ນີ້ ມັນ​ຈຶ່ງ​ຖືກ​ມັດ​ຕິດ​ໄວ້​ທາງ​ໜ້າ​ກັບ​ສາຍ​ຮັດ​ເສື້ອຄຸມ​ສັ້ນ​ເອໂຟດ ທັງສອງ​ເບື້ອງ​ທີ່​ບ່າໄຫລ່​ໄດ້.


ຈົ່ງ​ເຮັດ​ເຄື່ອງ​ປະດັບ​ດ້ວຍ​ຄຳສົດ ແລະ​ຈາລຶກ​ຊື່​ໃສ່​ວ່າ ‘ອຸທິດ​ຖວາຍ​ແດ່​ອົງພຣະ​ຜູ້​ເປັນເຈົ້າ.’


ແລະ​ໃນ​ແຖວ​ທີ​ສີ່​ໄດ້​ຝັງ​ເພທາຍ, ພອຍສີແດງໃສ ແລະ​ມະນີໂຊດ.


ແລະ​ມັດ​ສົ້ນ​ສາຍ​ສ້ອຍ​ຄຳ​ສອງ​ສາຍ​ອີກ ໃສ່​ກັບ​ແຜ່ນ​ປົກເອິກ ເພື່ອ​ໃຫ້​ຮັດ​ເອິກ​ຕິດ​ກັບ​ບ່າ ແລະ​ຕິດ​ກັບ​ແຖບ​ເສື້ອຄຸມສັ້ນ​ເອໂຟດ​ໄດ້.


ພວກເຂົາ​ໄດ້​ຝັງ​ແກ້ວໂກເມນ​ໃສ່​ກະໂບກ​ຄຳ​ຢ່າງ​ຊຳນິ​ຊຳນານ ພ້ອມ​ທັງ​ຈາລຶກ​ຊື່​ລູກຊາຍ​ຂອງ​ຢາໂຄບ​ສິບສອງ​ຄົນ​ໃສ່​ດ້ວຍ.


ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ເຢໂຮຍອາກິນ ລູກຊາຍ​ຂອງ​ກະສັດ​ເຢໂຮຍອາກິມ​ແຫ່ງ​ຢູດາຍ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່​ຢ່າງ​ແນ່ແທ້​ສັນໃດ ເຖິງ​ແມ່ນ​ເຈົ້າ​ເປັນ​ແຫວນ​ສຸບ​ຢູ່​ໃນ​ມື​ຂວາ​ຂອງເຮົາ ເຮົາ​ກໍ​ຈະ​ດຶງ​ເຈົ້າ​ອອກ​ໄປ​ສັນນັ້ນ


ເຮົາ​ກຳລັງ​ວາງ​ຫີນ​ກ້ອນ​ໜຶ່ງ ທີ່​ມີ​ເຈັດ​ຫລ່ຽມ​ຢູ່​ຕໍ່ໜ້າ​ເຢຊູອາ. ເຮົາ​ຈະ​ສະຫລັກ​ຕົວໜັງສື​ໄວ້​ເທິງ​ນັ້ນ ແລະ​ເຮົາ​ຈະ​ຍົກ​ເອົາ​ບາບ​ຂອງ​ດິນແດນ​ນີ້​ໄປ​ໃນ​ວັນ​ດຽວ​ເທົ່ານັ້ນ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນັ້ນແຫຼະ.


ພວກເຈົ້າ​ກໍ​ເໝືອນກັນ ເມື່ອ​ໄດ້​ຟັງ​ຂ່າວ​ຄວາມຈິງ ຄື​ຂ່າວປະເສີດ​ເລື່ອງ​ຄວາມພົ້ນ​ຂອງ​ພວກເຈົ້າ​ນັ້ນ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ. ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ປະທັບຕາ​ໝາຍ​ພວກເຈົ້າ​ໄວ້ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ ປາກົດ​ຂຶ້ນ​ຈາກ​ທິດ​ຕາເວັນອອກ ຖື​ຕາປະທັບ​ຂອງ​ພຣະເຈົ້າ​ອົງ​ຊົງພຣະຊົນ​ຢູ່. ເທວະດາ​ຕົນ​ນັ້ນ ໄດ້​ຮ້ອງ​ສຽງດັງ​ໃສ່​ເທວະດາ​ທັງ​ສີ່ ຜູ້​ທີ່​ພຣະເຈົ້າ​ໃຫ້​ມີ​ສິດ​ອຳນາດ​ທຳລາຍ​ແຜ່ນດິນ​ໂລກ​ແລະ​ທະເລ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka