8 ສ່ວນແທ່ນນັ້ນ ຈົ່ງເຮັດດ້ວຍໄມ້ກະດານແລະຄວັດລົງເປັນໝົ້ງ ຕາມແຜນທີ່ເຮົາໄດ້ສຳແດງໃຫ້ເຈົ້າເບິ່ງທີ່ເທິງພູເຂົານັ້ນ.
ກະສັດດາວິດໄດ້ມອບແຜນຜັງການກໍ່ສ້າງພຣະວິຫານທັງໝົດໃຫ້ແກ່ໂຊໂລໂມນຄື: ແຜນຜັງຫ້ອງຕ່າງໆ, ຫ້ອງໄວ້ເຄື່ອງ ແລະຫ້ອງຊັ້ນເທິງ ແລະຫ້ອງຊັ້ນໃນ ແລະຫ້ອງສັກສິດທີ່ສຸດຄືຫ້ອງພຣະທີ່ນັ່ງແຫ່ງພຣະຄຸນ.
ກະສັດດາວິດໄດ້ເວົ້າວ່າ, “ທັງໝົດນັ້ນມີຢູ່ໃນແຜນຜັງຕາມຄຳແນະນຳ ທີ່ພຣະເຈົ້າຢາເວເອງໄດ້ບອກພໍ່ປະຕິບັດໃຫ້ສຳເລັດ.”
ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ.”
ຈົ່ງເຮັດຫໍເຕັນສັກສິດແລະເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ.
ການທີ່ພວກເຂົານະມັດສະການເຮົານັ້ນ ເປັນການໄຮ້ປະໂຫຍດ ເພາະພວກເຂົາເອົາຄຳສັ່ງສອນ ຕາມທຳນຽມຂອງມະນຸດ ມາຕູ່ຫາວ່າເປັນຄຳສັ່ງສອນຂອງເຮົາ.”’
ເມື່ອຢູ່ໃນຖິ່ນແຫ້ງແລ້ງກັນດານນັ້ນ ບັນພະບຸລຸດຂອງພວກເຮົາໄດ້ມີຜ້າເຕັນແຫ່ງຄຳພະຍານ ບ່ອນທີ່ພຣະເຈົ້າສະຖິດຢູ່ນຳພວກເຂົາ ພວກເຂົາໄດ້ເຮັດຫໍເຕັນ ຕາມທີ່ພຣະເຈົ້າໄດ້ບອກໂມເຊໃຫ້ເຮັດຕາມແບບແຜນທີ່ພຣະເຈົ້າໄດ້ສຳແດງໃຫ້ໂມເຊຮູ້.
ປະການໜຶ່ງ ປະໂຣຫິດເຫຼົ່ານັ້ນບົວລະບັດເປັນພຽງແຕ່ແບບແລະເງົາແຫ່ງສະຖານທີ່ສັກສິດໃນສະຫວັນ. ເໝືອນໂມເຊ, ເມື່ອເພິ່ນຈະຕັ້ງຫໍເຕັນສັກສິດນັ້ນ ພຣະເຈົ້າໄດ້ຊົງເຕືອນສະຕິເພິ່ນວ່າ, “ເຈົ້າຕ້ອງເຮັດທຸກສິ່ງ ຕາມແບບຢ່າງທີ່ເຮົາໄດ້ສຳແດງແກ່ເຈົ້າທີ່ເທິງພູນັ້ນ.”