ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະຖ້ວຍ. ລາວສ້າງທຸກສິ່ງ ສຳລັບວິຫານຂອງພຣະເຈົ້າຢາເວໃຫ້ກະສັດໂຊໂລໂມນເປັນທີ່ສຳເລັດ. ລາວໄດ້ສ້າງສິ່ງດັ່ງຕໍ່ໄປນີ້: ເສົາສອງຕົ້ນ ຫົວເສົາຮັບເພດານສອງອັນທີ່ເປັນຮູບຖ້ວຍ ສາຍສ້ອຍທີ່ຖັກເປັນລາຍຮູບໂສ້ຂອງແຕ່ລະເສົາ ຮູບໝາກພິລາທອງສຳຣິດສີ່ຮ້ອຍໜ່ວຍ ແຖວລະຮ້ອຍໜ່ວຍເປັນສອງແຖວອ້ອມແຕ່ລະເສົາ ກວຽນສິບລຳ ອ່າງສິບໜ່ວຍ ຂັນໃຫຍ່ ຮູບງົວສິບສອງໂຕສຳລັບຄໍ້າຂັນໃຫຍ່ ໝໍ້, ຊ້ວານ ແລະຖ້ວຍ. ເຄື່ອງທຸກຢ່າງສຳລັບພຣະວິຫານຂອງພຣະເຈົ້າຢາເວທີ່ຮູຣາມໄດ້ເຮັດໃຫ້ກະສັດໂຊໂລໂມນນັ້ນ ເປັນທອງສຳຣິດທີ່ຂັດຢ່າງດີທັງນັ້ນ.