ອົບພະຍົບ 27:21 - ພຣະຄຳພີສັກສິ21 ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.” Uka jalj uñjjattʼäta |
ທຸກເຊົ້າແລະທຸກແລງ ພວກເຂົາໄດ້ຖວາຍເຄື່ອງຫອມ ແລະຂ້າສັດເຜົາທັງໂຕບູຊາແກ່ພຣະເຈົ້າຢາເວ. ພວກເຂົາຖວາຍເຂົ້າຈີ່ທີ່ເທິງໂຕະ ຊຶ່ງຖືກຊຳລະໃຫ້ໝົດມົນທິນແລ້ວຕາມພິທີ ແລະທຸກແລງພວກເຂົາໄດ້ໄຕ້ຕະກຽງເທິງຫລັກຮອງຕະກຽງທີ່ເຮັດດ້ວຍຄຳ. ພວກເຮົາປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ.
ອາໂຣນກັບພວກລູກຊາຍຂອງລາວຕ້ອງນຸ່ງສົ້ງຂາສັ້ນຢູ່ປະຈຳ ເມື່ອພວກເຂົາເຂົ້າມາຫໍເຕັນບ່ອນຊຸມນຸມ ຫລືເຂົ້າມາໃກ້ແທ່ນບູຊາເວລາບົວລະບັດຮັບໃຊ້ເຮົາ ໃນຖານະປະໂຣຫິດທີ່ບ່ອນສັກສິດ ເພື່ອພວກເຂົາຈະບໍ່ຕາຍຍ້ອນວ່າບໍ່ປົກປິດຕົນຕົວ. ອັນນີ້ແມ່ນກົດເກນອັນຖາວອນ ຊຶ່ງອາໂຣນແລະເຊື້ອສາຍຂອງລາວ ຈະຕ້ອງປະຕິບັດຕະຫລອດໄປ.”