Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 27:2 - ພຣະຄຳພີສັກສິ

2 ຈົ່ງ​ເຮັດ​ຍອດ​ແທ່ນ​ເປັນ​ຮູບ​ເຂົາ​ສັດ​ໄວ້​ທັງ​ສີ່​ແຈ ແລະ​ໃຫ້​ເປັນ​ເນື້ອ​ດຽວກັນ​ກັບ​ແທ່ນບູຊາ; ຈົ່ງ​ໂອບ​ແທ່ນ​ນັ້ນ​ດ້ວຍ​ທອງສຳຣິດ.

Uka jalj uñjjattʼäta Copia luraña




ອົບພະຍົບ 27:2
19 Jak'a apnaqawi uñst'ayäwi  

ອາໂດນີຢາ​ເກີດ​ຢ້ານ​ກະສັດ​ໂຊໂລໂມນ​ຫລາຍ ຈຶ່ງ​ລຸກຂຶ້ນ​ໄປ ແລະ​ຈັບ​ທີ່​ແຈ​ຂອງ​ແທ່ນບູຊາ.


ເມື່ອ​ໂຢອາບ​ໄດ້ຍິນ​ເຖິງ​ເລື່ອງ​ທີ່​ເກີດຂຶ້ນ. (ເຖິງ​ແມ່ນ​ວ່າ​ລາວ​ບໍ່ໄດ້​ສະໜັບ​ສະໜູນ​ອັບຊາໂລມ, ແຕ່​ລາວ​ໄດ້​ສະໜັບ​ສະໜູນ​ອາໂດນີຢາ.) ດັ່ງນັ້ນ ລາວ​ຈຶ່ງ​ປົບໜີໄປ​ທີ່​ຫໍເຕັນ​ຂອງ​ພຣະເຈົ້າຢາເວ ແລະ​ຈັບ​ແຈ​ຂອງ​ແທ່ນບູຊາ.


ໃນ​ວັນ​ດຽວກັນ​ນັ້ນ ເພິ່ນ​ຍັງ​ໄດ້​ຖວາຍ​ສ່ວນ​ທາງ​ກາງ​ເດີ່ນ​ຫຍ້າ ຄື​ເຂດ​ທາງ​ໜ້າ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ແລ້ວ​ໃນ​ທີ່ນັ້ນ​ເພິ່ນ​ໄດ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ, ຖວາຍ​ພືດຜົນ​ເປັນເມັດ ແລະ​ຖວາຍ​ໄຂມັນ​ຂອງ​ສັດ ໃຫ້​ເປັນ​ເຄື່ອງ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ເພິ່ນ​ໄດ້​ເຮັດ​ດັ່ງນີ້​ກໍ​ເພາະ​ແທ່ນບູຊາ​ທອງສຳຣິດ​ນ້ອຍ​ໂພດ​ສຳລັບ​ເຄື່ອງ​ຖວາຍ​ເຫຼົ່ານີ້​ທັງໝົດ​ຕໍ່ໜ້າ​ພຣະເຈົ້າຢາເວ.


ສ່ວນ​ແທ່ນບູຊາ​ທອງສຳຣິດ​ທີ່​ຖືກ​ອຸທິດ​ຖວາຍ​ແກ່​ພຣະເຈົ້າຢາເວ ແມ່ນ​ຕັ້ງ​ຢູ່​ລະຫວ່າງ​ແທ່ນບູຊາ​ຂອງເພິ່ນ​ແລະ​ວິຫານ​ຂອງ​ພຣະເຈົ້າຢາເວ; ສະນັ້ນ ກະສັດ​ອາຮາດ​ຈຶ່ງ​ໄດ້​ຍ້າຍ​ແທນ​ບູຊາ​ນັ້ນ ໄປ​ຕັ້ງ​ໄວ້​ຢູ່​ທາງ​ຂ້າງເໜືອ​ຂອງ​ແທນ​ບູຊາ​ຂອງເພິ່ນ.


ກະສັດ​ໂຊໂລໂມນ​ມີ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ເຮັດ​ດ້ວຍ​ທອງສຳຣິດ ຊຶ່ງ​ແຕ່ລະ​ຂ້າງ​ແທກ​ໄດ້​ເກົ້າ​ແມັດ ແລະ​ສູງ​ສີ່​ແມັດ​ເຄິ່ງ.


ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ພຣະອົງ​ດີ​ຕໍ່​ພວກເຮົາ. ຈົ່ງ​ຖື​ກິ່ງໄມ້ ແລະ​ເລີ່ມ​ສະຫລອງ​ເທດສະການ ຈົ່ງ​ພາກັນ​ຍ່າງ​ເປັນ​ຂະບວນ​ອ້ອມ​ແທ່ນບູຊາ​ເຖີດ.


ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.


ເຈົ້າ​ຈົ່ງ​ເອົາ​ເລືອດ​ງົວ​ບາງ​ສ່ວນ​ແລະ​ໃຊ້​ມື​ຂອງ​ເຈົ້າ ຈຸ່ມ​ລົງ​ໃນ​ເລືອດ​ທາ​ໃສ່​ຍອດ​ແທ່ນ. ແລ້ວ​ຈົ່ງ​ຖອກ​ສ່ວນ​ທີ່​ເຫຼືອ​ໃສ່​ພື້ນ​ຂອງ​ແທ່ນບູຊາ.


ທອງສຳຣິດ​ຈຳນວນ​ນີ້​ໄດ້​ເອົາ​ເຮັດ​ຕີນຮອງເສົາ​ທາງ​ປະຕູເຂົ້າ​ຜ້າ​ອ້ອມ​ຫໍເຕັນ​ບ່ອນ​ຊຸມນຸມ, ເຮັດ​ແທ່ນບູຊາ ແລະ​ຕະຂ່າຍ​ຂອງ​ແທ່ນ, ເຄື່ອງໃຊ້​ປະຈຳ​ແທ່ນ,


ຕອນ​ເທິງ​ນີ້​ທີ່​ເປັນ​ບ່ອນ​ເຜົາ​ເຄື່ອງ​ບູຊາ ສູງ​ສອງ​ແມັດ​ເຊັ່ນກັນ. ຈອມ​ທີ່​ແຈ​ທັງ​ສີ່​ນັ້ນ ສູງ​ກວ່າ​ບ່ອນ​ຕ່າງໆ.


ເພິ່ນ​ຕ້ອງ​ອອກ​ມາ​ຂ້າງ​ນອກ​ທີ່​ແທ່ນບູຊາ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ເຜົາ​ເຄື່ອງ​ຖວາຍ​ແລະ​ຊຳລະ​ແທ່ນ​ນັ້ນ​ໃຫ້​ໝົດ​ມົນທິນ. ເພິ່ນ​ຈະ​ເອົາ​ເລືອດ​ງົວເຖິກໜຸ່ມ ແລະ​ເລືອດ​ແບ້​ບາງ​ສ່ວນ ທາ​ໃສ່​ເຂົາ​ທີ່​ແຈ​ຂອງ​ແທ່ນບູຊາ.


ເພິ່ນ​ຈະ​ຕ້ອງ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ທັງຫລາຍ​ຂອງ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ຖອກ​ເລືອດ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາບູຊາ. ແທ່ນ​ນີ້​ຢູ່​ທາງ​ປະຕູເຂົ້າ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ປະໂຣຫິດ​ຈະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ນັ້ນ ແລະ​ທາ​ມັນ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ຂອງ​ແທ່ນບູຊາ ສ່ວນ​ເລືອດ​ທີ່​ເຫຼືອ ໃຫ້​ເພິ່ນ​ຖອກ​ໃສ່​ຕີນ​ແທ່ນ​ນັ້ນ.


ແລ້ວ​ເພິ່ນ​ກໍ​ຈະ​ເອົາ​ເລືອດ​ບາງ​ສ່ວນ ທາ​ໃສ່​ເຂົາ​ຂອງ​ແຈ​ແທ່ນ​ທີ່​ໃຊ້​ເຜົາ​ເຄື່ອງຫອມ​ຢູ່​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ​ຕໍ່ໜ້າ​ພຣະເຈົ້າຢາເວ. ສ່ວນ​ເລືອດ​ທີ່​ເຫຼືອ​ນັ້ນ ເພິ່ນ​ຈະ​ຖອກ​ໃສ່​ຕີນ​ແທ່ນ​ທີ່​ໃຊ້​ເຜົາ​ຖວາຍບູຊາ ແທ່ນ​ນີ້​ຢູ່​ໃກ້​ປະຕູເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ໂມເຊ​ໄດ້​ຂ້າປາດຄໍ​ງົວ​ໂຕ​ນັ້ນ​ແລະ​ເອົາ​ເລືອດ​ບາງ​ສ່ວນ​ມາ ແລະ​ຈຸ່ມ​ນິ້ວ​ມື​ລົງ​ໃນ​ເລືອດ​ແລະ​ທາ​ໃສ່​ເຂົາ​ຂອງ​ແທ່ນ​ທີ່​ແຈ​ແທ່ນບູຊາ​ເພື່ອ​ອຸທິດ​ຖວາຍ. ແລ້ວ​ເພິ່ນ​ກໍ​ຖອກ​ເລືອດ​ສ່ວນ​ທີ່​ເຫຼືອ​ນັ້ນ​ໃສ່​ຕີນ​ແທ່ນ ເພື່ອ​ຊຳລະ​ໃຫ້​ສັກສິດ​ບໍຣິສຸດ ແລະ​ອຸທິດ​ຖວາຍ​ແທ່ນບູຊາ​ນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ປົກປ້ອງ ປະຊາຊົນ​ຂອງ​ພຣະອົງ ພວກເຂົາ​ຈະ​ທຳລາຍ​ສັດຕູ​ໃຫ້​ກ້ຽງ. ພວກເຂົາ​ຈະ​ຮ້ອງໂຮ​ໃນ​ສະໜາມຮົບ​ດັ່ງ​ຄົນ​ມືນເມົາ ແລະ​ຈະ​ເຮັດ​ໃຫ້​ສັດຕູ​ເລືອດ​ໄຫລຫລັ່ງ​ຍ້ອຍ; ມັນ​ຈະ​ໄຫລຫລັ່ງ​ຍ້ອຍ​ດັ່ງ​ເລືອດ​ທີ່​ຈະ​ນຳ​ໄປ​ຖວາຍ ຖອກ​ໃສ່​ແທ່ນບູຊາ ຈາກ​ຖ້ວຍ​ໃບ​ໜຶ່ງ.


ພວກ​ໂກຮາດ​ຮັບຜິດຊອບ​ຫີບ​ພັນທະສັນຍາ, ໂຕະ, ຫລັກ​ຕະກຽງ, ແທ່ນບູຊາ, ພາຊະນະ​ຕ່າງໆ​ທີ່​ປະໂຣຫິດ​ໃຊ້​ໃນ​ບ່ອນ​ສັກສິດ ແລະ​ຜ້າກັ້ງ​ປະຕູ​ເຂົ້າ​ບ່ອນ​ສັກສິດ​ທີ່ສຸດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka