Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 27:19 - ພຣະຄຳພີສັກສິ

19 ເຄື່ອງໃຊ້​ທັງໝົດ​ປະຈຳ​ຫໍເຕັນ​ພ້ອມ​ທັງ​ຫລັກ​ສຽບ​ຂອງ​ຫໍເຕັນ ແລະ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງສິ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 27:19
14 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ມີ​ພຣະຄຸນ​ຕໍ່​ພວກ​ຂ້ານ້ອຍ​ທີ່ສຸດ ພຣະອົງ​ໃຫ້​ພວກ​ຂ້ານ້ອຍ​ບາງຄົນ​ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້ ແລະ​ດຳເນີນ​ຊີວິດ​ຢ່າງ​ປອດໄພ​ຢູ່​ໃນ​ບ່ອນ​ສັກສິດ​ນີ້. ພຣະອົງ​ໄດ້​ໂຜດ​ໃຫ້​ພວກ​ຂ້ານ້ອຍ ໜີ​ພົ້ນ​ຈາກ​ການ​ເປັນ​ທາດຮັບໃຊ້​ມາ​ໄດ້ ແລະ​ທັງ​ໃຫ້​ພວກ​ຂ້ານ້ອຍ​ມີ​ຊີວິດ​ໃໝ່.


ຜ້າກັ້ງ​ອ້ອມຮອບ​ໃຫ້​ຍາວ 44 ແມັດ, ກວ້າງ 22 ແມັດ ແລະ​ສູງ 2,2 ແມັດ. ສ່ວນ​ຜ້າກັ້ງ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ແລະ​ຕີນຮອງເສົາ​ນັ້ນ​ກໍ​ໃຫ້​ເຮັດ​ດ້ວຍ​ທອງສຳຣິດ.


ຈົ່ງ​ສັ່ງ​ປະຊາຊົນ​ອິດສະຣາເອນ​ໃຫ້​ນຳ​ນໍ້າມັນ​ໝາກກອກເທດ​ອັນ​ດີທີ່ສຸດ ມາ​ໃຫ້​ເຈົ້າ​ສຳລັບ​ໄຕ້​ຕະກຽງ​ໃນ​ເວລາ​ກາງຄືນ ເພື່ອ​ມັນ​ຈະ​ສ່ອງ​ແສງ​ສະຫວ່າງ​ຢູ່​ສະເໝີ.


ຈົ່ງ​ເຮັດ​ໝໍ້​ໃສ່​ຂີ້ເຖົ່າ​ຂອງ​ໄຂມັນ, ເຮັດ​ຊ້ວນ, ຖ້ວຍ, ຂໍເກາະ ແລະ​ຖາດ​ຮອງ​ຖ່ານໄຟ. ເຄື່ອງໃຊ້​ເຫຼົ່ານີ້ ຈົ່ງ​ເຮັດ​ດ້ວຍ​ທອງສຳຣິດ​ທັງໝົດ.


ຫລັກປັກ, ເຊືອກເນັ່ງ​ຂອງຫໍ​ເຕັນ​ແລະ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ;


ຫລັກ​ສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຂອງ​ຜ້າກັ້ງ​ອ້ອມຮອບ​ຫໍເຕັນ​ສັກສິດ ແມ່ນເຮັດ​ດ້ວຍ​ທອງສຳຣິດ.


ຕີນຮອງເສົາ​ສຳລັບ​ຜ້າ​ອ້ອມຮອບ ແລະ​ຕີນຮອງເສົາ​ສຳລັບ​ປະຕູ​ເຂົ້າ​ຜ້າ​ອ້ອມຮອບ​ຫໍເຕັນ ຫລັກສຽບ​ທັງໝົດ​ຂອງ​ຫໍເຕັນ​ສັກສິດ ແລະ​ຫລັກສຽບ​ທັງໝົດ​ຂອງ​ຜ້າ​ອ້ອມຮອບ​ເດີ່ນ​ຫໍເຕັນ.


ຜ້າກັ້ງ​ສຳລັບ​ອ້ອມຮອບ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ ພ້ອມ​ທັງ​ເສົາ ແລະ​ຕີນຮອງເສົາ; ຜ້າກັ້ງ​ສຳລັບ​ປະຕູ​ທາງ​ເຂົ້າ ແລະ​ເຊືອກເນັ່ງ, ຫລັກສຽບ​ຂອງ​ຫໍເຕັນ, ອຸປະກອນ​ທັງໝົດ​ທີ່​ໃຊ້​ປະຈຳ​ຫໍເຕັນ;


ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນ​ດັ່ງ​ໄມ້ເທົ້າ​ອັນ​ແຫລມຄົມ ທີ່​ຄົນລ້ຽງແກະ​ໃຊ້​ເພື່ອ​ນຳພາ​ຝູງແກະ ແລະ​ສຸພາສິດ​ທີ່​ເພິ່ນ​ໄດ້​ຮວບຮວມ​ໄວ້​ຈະ​ດຳລົງ​ຢູ່​ຕໍ່ໄປ ດັ່ງ​ຕະປູ​ຕອກ​ລົງ​ໃນ​ແປ້ນ​ຢ່າງ​ໜັກແໜ້ນ ສິ່ງ​ເຫຼົ່ານີ້ ແມ່ນ​ຖືກ​ມອບໝາຍ​ໃຫ້​ໂດຍ​ພຣະເຈົ້າ ພຣະຜູ້ລ້ຽງ​ອົງດຽວ​ຂອງ​ພວກເຮົາ​ທຸກຄົນ.


ເບິ່ງ​ທີ່​ພູເຂົາ​ຊີໂອນ​ພຸ້ນດູ ນະຄອນ​ທີ່​ພວກເຮົາ​ສະຫລອງ​ເທດສະການ​ຕ່າງໆ. ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນດູ ຊ່າງ​ເປັນ​ບ່ອນ​ປອດໄພ​ທີ່​ໜ້າຢູ່​ແທ້ໆ ເປັນ​ດັ່ງ​ຜ້າເຕັນ​ທີ່​ຈະ​ບໍ່​ຖືກ​ຍົກຍ້າຍ​ຈັກເທື່ອ ຊຶ່ງ​ຫລັກສຽບ​ບໍ່ເຄີຍ​ຖອນ​ອອກ ແລະ​ເຊືອກເໜັ່ງ​ກໍ​ບໍ່ເຄີຍ​ຂາດ.


ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.


ພວກເຂົາ​ຍັງ​ຮັບຜິດຊອບ​ສິ່ງ​ຕໍ່ໄປນີ້​ຄື: ເສົາ, ຕີນຮອງເສົາ, ຫລັກ​ສຽບ ແລະ​ເຊືອກ​ສຳລັບ​ເດີ່ນ​ນອກ​ຂອງ​ຫໍເຕັນ.


ແລະ​ຫລັກ​ຂອງເຕັນ, ຕີນ​ຮອງຫລັກ, ຫລັກສຽບ, ຕະຫລອດ​ທັງ​ເຊືອກ​ສຳລັບ​ອ້ອມ​ເດີ່ນ ແລະ​ເຄື່ອງ​ປະກອບ​ໃນ​ການ​ຕິດຕັ້ງ​ທັງໝົດ​ດ້ວຍ. ແຕ່ລະຄົນ​ຈະ​ຮັບຜິດຊອບ ແບກຫາມ​ສິ່ງ​ຂອງ​ແຕ່ລະ​ຢ່າງ​ໂດຍ​ສະເພາະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka