Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 27:16 - ພຣະຄຳພີສັກສິ

16 ທີ່​ທາງ​ປະຕູເຂົ້າ​ນັ້ນ ຈົ່ງ​ໃຫ້​ມີ​ຜ້າກັ້ງ​ເກົ້າ​ແມັດ ຊຶ່ງ​ເຮັດ​ດ້ວຍ​ຜ້າ​ປ່ານເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ. ຜ້າກັ້ງ​ຜືນ​ນີ້ ຈົ່ງ​ໃຫ້​ມີ​ເສົາ​ສີ່​ເສົາ​ແລະ​ມີ​ຕີນຮອງເສົາ​ສີ່​ຕີນ​ຈັ້ງ​ໄວ້.

Uka jalj uñjjattʼäta Copia luraña




ອົບພະຍົບ 27:16
10 Jak'a apnaqawi uñst'ayäwi  

ນາງ​ໄດ້​ຖືກ​ນຳ​ໄປ​ຫາ​ກະສັດ ໃນ​ຊຸດ​ຫຍິບແສ່ວ​ເປັນ​ເສື້ອຄຸມ​ຫລາຍ​ສີ ແລະ​ຕິດຕາມ​ໄປ​ດ້ວຍ​ພວກ​ເພື່ອນ​ເຈົ້າສາວ ແລະ​ພວກ​ນາງ​ກໍ​ຖືກ​ນຳ​ເຂົ້າ​ໄປ​ເຝົ້າ​ກະສັດ​ເໝືອນກັນ.


ຈົ່ງ​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ ທີ່​ຕໍ່າ​ດ້ວຍ​ດ້າຍ​ເປັນ​ສີຟ້າ, ສີມ່ວງ, ສີແດງ​ເຂັ້ມ ແລະ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ. ຈົ່ງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ຜືນ​ນັ້ນ.


ສຳລັບ​ທາງ​ເຂົ້າ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ໂດຍ​ຜ້າ​ຫຍິບແສ່ວ​ດ້ວຍ.


ຄັນ​ສອດ​ຜ້າກັ້ງ​ທີ່​ເປັນ​ເງິນ​ນັ້ນ ຈົ່ງ​ຕໍ່​ເຂົ້າ​ກັນ​ກັບ​ເສົາ​ທັງໝົດ​ຂອງ​ຜ້າກັ້ງ​ທີ່​ອ້ອມຮອບ​ຫໍເຕັນ ໂດຍ​ມີ​ຂໍເກາະ​ເປັນ​ເງິນ ແລະ​ຕີນຮອງເສົາ​ເປັນ​ທອງສຳຣິດ.


ຈົ່ງ​ຫຍິບ​ເສື້ອຄຸມ​ຍາວ​ມີ​ແຂນ​ຂອງ​ອາໂຣນ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ໝວກ​ສຸບ​ກໍ​ໃຫ້​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຄື​ກັນ. ສ່ວນ​ສາຍແອວ​ນັ້ນ​ກໍ​ເຊັ່ນດຽວ​ກັນ ຈົ່ງ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ສວຍງາມ.


ສຳລັບ​ປະຕູ​ຫໍເຕັນ​ນັ້ນ ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ທີ່​ຕໍ່າ​ປົນ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ພ້ອມ​ທັງ​ໄດ້​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ລະອຽດ​ດີດ້ວຍ.


ແລະ​ສາຍແອວ ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ​ຕໍ່າ​ປົນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ໂດຍ​ຕົບແຕ່ງ​ດ້ວຍ​ການ​ຫຍິບແສ່ວ​ຢ່າງ​ງາມ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


ຜ້າກັ້ງ​ອ້ອມ​ເດີ່ນ​ທີ່​ລ້ອມ​ທັງ​ຫໍເຕັນ​ແລະ​ແທ່ນບູຊາ ແລະ​ຜ້າກັ້ງ​ທາງເຂົ້າ​ເດີ່ນ​ຂອງ​ຫໍເຕັນ​ສັກສິດ. ພວກເຂົາ​ຮັບຜິດຊອບ​ວຽກງານ​ທຸກຢ່າງ​ທີ່​ກ່ຽວຂ້ອງ​ກັບ​ສິ່ງ​ເຫຼົ່ານີ້.


ວ່າ, ‘ພວກເຂົາ​ພວມ​ຮິບໂຮມ​ເອົາ​ເຄື່ອງ​ມາ​ແບ່ງປັນ​ກັນ ມີ​ຜູ້​ສາວ​ໜຶ່ງ​ຫລື​ສອງ​ຄົນ​ຕໍ່​ທະຫານ​ຜູ້ໜຶ່ງ ມີ​ເສື້ອຜ້າ​ລາຄາ​ແພງໆ​ອີກ​ເພື່ອ​ໃຫ້​ສີເສຣາ ທັງ​ຜ້າ​ຫຍິບແສ່ວ​ງາມໆ​ຄ້ອງຄໍ​ຣາຊີນີ​ດ້ວຍ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka