ອົບພະຍົບ 27:1 - ພຣະຄຳພີສັກສິ1 “ຈົ່ງເຮັດແທ່ນບູຊາດ້ວຍໄມ້ກະຖິນເທດ. ສ່ວນແທ່ນນັ້ນ ຈົ່ງໃຫ້ເປັນຮູບສີ່ຫລ່ຽມດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະສູງ 1,3 ແມັດ. Uka jalj uñjjattʼäta |
ອາໂຣນແລະເຊື້ອສາຍຂອງຕົນເປັນຜູ້ເຜົາເຄື່ອງຫອມ ແລະເຜົາເຄື່ອງບູຊາຕ່າງໆເທິງແທ່ນບູຊາ. ພວກເຂົາຮັບຜິດຊອບຕໍ່ການນະມັດສະການທຸກຢ່າງໃນບ່ອນສັກສິດທີ່ສຸດ ແລະສຳລັບການຖວາຍບູຊາຕ່າງໆເພື່ອພຣະເຈົ້າຈະຍົກບາບໃຫ້ແກ່ຊາດອິດສະຣາເອນ ພວກເຂົາໄດ້ເຮັດສິ່ງທັງໝົດນີ້ຕາມຄຳແນະນຳຂອງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ.
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.