Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 26:7 - ພຣະຄຳພີສັກສິ

7 ຈົ່ງ​ເຮັດ​ຜ້າ​ປົກຄຸມ​ຫໍເຕັນ​ສັກສິດ​ສິບເອັດ​ຜືນ​ດ້ວຍ​ຂົນແບ້.

Uka jalj uñjjattʼäta Copia luraña




ອົບພະຍົບ 26:7
18 Jak'a apnaqawi uñst'ayäwi  

ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.


ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


“ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.


ແລ້ວ​ຈົ່ງ​ຫ້ອຍ​ຜ້າ​ເຄິ່ງ​ຜືນ​ທີ່​ເຫຼືອ​ນັ້ນ​ທາງ​ຂ້າງ​ຫລັງ​ຂອງ​ຫໍເຕັນ​ສັກສິດ.


ຈົ່ງ​ເຮັດ​ສິ່ງ​ປົກຄຸມ​ອີກ​ສອງ​ຜືນ ຜ້າ​ຜືນ​ທຳອິດ​ໃຫ້​ເຮັດ​ດ້ວຍ​ໜັງ​ແກະເຖິກ​ຍ້ອມ​ສີແດງ ແລະ​ຜ້າ​ຜືນ​ອື່ນ​ໃຫ້​ເຮັດ​ດ້ວຍ​ໜັງ​ສັດ​ທີ່​ລະອຽດ​ດີ​ເພື່ອ​ໃຊ້​ປົກຄຸມ​ຊັ້ນນອກ.


ຈົ່ງ​ເຮັດ​ຂໍ​ຄຳ​ຫ້າສິບ​ອັນ ສຳລັບ​ເກາະ​ຜ້າກັ້ງ​ໃຫ້​ເປັນ​ຫໍເຕັນ​ສັກສິດ​ດຽວກັນ.


ແຕ່ລະ​ຜືນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສາມ​ແມັດ ແລະ​ກວ້າງ​ສອງ​ແມັດ.


ໃຫ້​ຫຍິບ​ຜ້າກັ້ງ​ຫ້າ​ຜືນ​ຕໍ່​ກັນ​ເປັນ​ຜ້າປົກ​ໜຶ່ງ​ຊຸດ ແລະ​ຫຍິບ​ຫົກ​ຜືນ​ເປັນ​ອີກ​ຊຸດ​ໜຶ່ງ. ສ່ວນ​ຜືນ​ທີ​ຫົກ​ນັ້ນ​ໃຫ້​ຢ່ອນ​ລົງ​ມາ​ທາງ​ໜ້າ​ເຕັນ.


ຜູ້​ທີ່​ມີ​ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ໜັງ​ແກະເຖິກ​ຍ້ອມ​ສີແດງ​ຫລື​ໜັງ​ສັດ​ລະອຽດ​ດີ ກໍໄດ້​ນຳ​ເອົາ​ຂອງ​ເຫຼົ່ານັ້ນ​ມາ​ຖວາຍ.


ພວກເຂົາ​ໄດ້​ເຮັດ​ເສັ້ນດ້າຍ​ດ້ວຍ​ຂົນແບ້​ມາ​ຖວາຍ​ຄືກັນ.


ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.


ພວກ​ເກໂຊນ​ຮັບຜິດຊອບ​ຫໍເຕັນ​ບ່ອນ​ຊຸມນຸມ​ທີ່​ເປັນ​ຫໍເຕັນ​ສັກສິດ, ຜ້າປົກ​ເຕັນ​ດ້ານໃນ, ຜ້າປົກ​ເຕັນ​ດ້ານນອກ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,


ໃຫ້​ຊຳລະ​ເສື້ອຜ້າ​ທຸກໆ​ໂຕ ແລະ ທຸກໆ​ສິ່ງ​ທີ່​ເຮັດ​ດ້ວຍ​ໜັງສັດ, ຂົນແບ້ ແລະ​ໄມ້.”


ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ, ຜ້າ​ປົກຄຸມ​ຊັ້ນໃນ, ຜ້າ​ປົກຄຸມ​ຊັ້ນນອກ, ໜັງ​ຢ່າງດີ​ເພື່ອ​ໃຊ້​ປົກ​ຍອດ​ຫໍເຕັນ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,


ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka