36 ສຳລັບທາງເຂົ້າຫໍເຕັນນັ້ນ ຈົ່ງເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງໂດຍຜ້າຫຍິບແສ່ວດ້ວຍ.
ນັບແຕ່ເວລາທີ່ເຮົາໄດ້ນຳປະຊາຊົນອິດສະຣາເອນ ອອກມາຈາກປະເທດເອຢິບຈົນເຖິງດຽວນີ້ ເຮົາບໍ່ໄດ້ຢູ່ໃນວິຫານເລີຍ. ເຮົາໄດ້ເດີນທາງໄປມາເລື້ອຍໂດຍອາໄສຢູ່ໃນຫໍເຕັນແລະຫໍເຕັນສັກສິດ.
ພຣະອົງຍັງໄດ້ປະຖິ້ມຫໍເຕັນທີ່ເມືອງຊີໂລ ຊຶ່ງເປັນທີ່ປະທັບຂອງພຣະອົງໃນທ່າມກາງພວກເຂົາ.
ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍດ້າຍເປັນສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອລະອຽດດີ. ຈົ່ງແສ່ວຮູບເຄຣຸບໃສ່ຜ້າຜືນນັ້ນ.
ທີ່ທາງປະຕູເຂົ້ານັ້ນ ຈົ່ງໃຫ້ມີຜ້າກັ້ງເກົ້າແມັດ ຊຶ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ຕໍ່າສັບກັນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ ພ້ອມທັງຕົບແຕ່ງດ້ວຍການຫຍິບແສ່ວ. ຜ້າກັ້ງຜືນນີ້ ຈົ່ງໃຫ້ມີເສົາສີ່ເສົາແລະມີຕີນຮອງເສົາສີ່ຕີນຈັ້ງໄວ້.
“ຈົ່ງເຮັດແຜ່ນປົກເອິກໃຫ້ປະໂຣຫິດ ເພື່ອໃຊ້ໃນການຕັດສິນພຣະປະສົງຂອງພຣະເຈົ້າ. ໃຫ້ໃຊ້ຜ້າແບບດຽວກັນກັບຜ້າທີ່ເຮັດເສື້ອຄຸມສັ້ນເອໂຟດ ພ້ອມກັບຕົບແຕ່ງຢ່າງດຽວກັນດ້ວຍ.
ຈົ່ງຫຍິບເສື້ອຄຸມຍາວມີແຂນຂອງອາໂຣນດ້ວຍຜ້າປ່ານເນື້ອລະອຽດດີ ແລະໝວກສຸບກໍໃຫ້ເຮັດດ້ວຍຜ້າປ່ານເນື້ອລະອຽດດີຄືກັນ. ສ່ວນສາຍແອວນັ້ນກໍເຊັ່ນດຽວກັນ ຈົ່ງຕົບແຕ່ງດ້ວຍການຫຍິບແສ່ວຢ່າງສວຍງາມ.
ຫໍເຕັນສັກສິດ, ຜ້າຄຸມເຕັນ ແລະຜ້າປົກເຕັນຊັ້ນນອກ, ຂໍເກາະ, ຮ່າງຂອບໄມ້, ຄານ, ເສົາ ແລະຕີນຮອງເສົາຂອງຫໍເຕັນ,
ແທ່ນສຳລັບເຜົາເຄື່ອງຫອມແລະຄານຫາມ; ນໍ້າມັນເຈີມສັກສິດ; ເຄື່ອງຫອມເພື່ອເຜົາບູຊາ ຜ້າກັ້ງປະຕູເຂົ້າຫໍເຕັນສັກສິດ;
ສຳລັບປະຕູຫໍເຕັນນັ້ນ ພວກເຂົາໄດ້ເຮັດຜ້າກັ້ງດ້ວຍຜ້າປ່ານເນື້ອລະອຽດດີ ທີ່ຕໍ່າປົນຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ພ້ອມທັງໄດ້ຕົບແຕ່ງດ້ວຍການຫຍິບແສ່ວຢ່າງລະອຽດດີດ້ວຍ.
ສຳລັບຜ້າກັ້ງທາງປະຕູເຂົ້ານັ້ນເຮັດດ້ວຍຜ້າປ່ານເນື້ອລະອຽດດີ ປົນກັບຜ້າຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມພ້ອມທັງໄດ້ຫຍິບແສ່ວຢ່າງຈົບດີ. ຜ້າກັ້ງນັ້ນຍາວເກົ້າແມັດ ແລະສູງສອງແມັດ ເທົ່າກັນກັບຜ້າກັ້ງອ້ອມຮອບຫໍເຕັນສັກສິດ.
ແລະສາຍແອວ ດ້ວຍຜ້າປ່ານເນື້ອລະອຽດດີຕໍ່າປົນກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງເຂັ້ມ ໂດຍຕົບແຕ່ງດ້ວຍການຫຍິບແສ່ວຢ່າງງາມ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ;
ຈົ່ງຕັ້ງແທ່ນຄຳສຳລັບເຜົາເຄື່ອງຫອມໄວ້ຕໍ່ໜ້າຫີບພັນທະສັນຍາ ແລະກາງຜ້າກັ້ງໃສ່ທາງປະຕູເຂົ້າຫໍເຕັນສັກສິດ.
ເຮົາໄດ້ນຸ່ງເຄື່ອງທີ່ປັກແສ່ວຢ່າງດີໃຫ້ເຈົ້າ ແລະສຸບເກີບທີ່ເຮັດດ້ວຍໜັງຢ່າງດີທີ່ສຸດໃຫ້ເຈົ້າ ມັດຜ້າຄຽນຫົວທີ່ເປັນປ່ານ ແລະໃສ່ເສື້ອຄຸມທີ່ເປັນໄໝໃຫ້ເຈົ້າ.
ພວກເກໂຊນຮັບຜິດຊອບຫໍເຕັນບ່ອນຊຸມນຸມທີ່ເປັນຫໍເຕັນສັກສິດ, ຜ້າປົກເຕັນດ້ານໃນ, ຜ້າປົກເຕັນດ້ານນອກ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ,
ໃນມື້ຕັ້ງຫໍເຕັນສັກສິດ, ໄດ້ມີເມກມາປົກຄຸມຫໍເຕັນສັກສິດ, ຫໍເຕັນແຫ່ງພັນທະສັນຍາ. ແຕ່ຕອນກາງຄືນເມກໄດ້ປົກຄຸມຫໍເຕັນສັກສິດຈົນເຖິງຕອນເຊົ້າ. ແລະກາງຄືນເບິ່ງຄືໄຟ.
ເຮົານີ້ແຫຼະ ເປັນປະຕູ ຜູ້ໃດກໍຕາມທີ່ເຂົ້າມາທາງເຮົາກໍຈະໄດ້ພົ້ນ ແລ້ວຈະເຂົ້າມາແລະອອກໄປ ທັງຈະພົບອາຫານດ້ວຍ.
ພຣະເຢຊູເຈົ້າຕອບເພິ່ນວ່າ, “ເຮົານີ້ແຫຼະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງເຮົາ.