ອົບພະຍົບ 26:33 - ພຣະຄຳພີສັກສິ33 ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ. Uka jalj uñjjattʼäta |
ໃຫ້ອາໂຣນ ແລະພວກລູກຊາຍຂອງລາວ ເປັນຜູ້ບົວລະບັດຮັກສາຕະກຽງ ຢູ່ຊ້ອງໜ້າເຮົາໃນຫໍເຕັນບ່ອນຊຸມນຸມເບື້ອງນອກ ຄືຢູ່ນອກຜ້າກັ້ງທາງໜ້າຂອງຫີບພັນທະສັນຍາ. ຈົ່ງໄຕ້ຕະກຽງແຕ່ຕອນຄໍ່າຈົນເຖິງຕອນຮຸ່ງເຊົ້າຢູ່ຊ້ອງໜ້າພຣະເຈົ້າຢາເວ. ຈົ່ງໃຫ້ຊາວອິດສະຣາເອນກັບເຊື້ອສາຍຂອງພວກເຂົາ ຕັ້ງໃຈໃສ່ປະຕິບັດຕາມຄຳສັ່ງນີ້ຕະຫລອດໄປ.”
ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງບອກອາໂຣນອ້າຍຂອງເຈົ້າວ່າ ລາວຈະເຂົ້າໄປເບື້ອງຫລັງຜ້າກັ້ງຕໍ່ໜ້າພຣະທີ່ນັ່ງແຫ່ງພຣະຄຸນໃນເວລາກຳນົດໃຫ້ເທົ່ານັ້ນຄື: ໃນບ່ອນສັກສິດທີ່ສຸດ; ເພາະວ່າທີ່ນັ້ນແມ່ນບ່ອນທີ່ເຮົາປາກົດໃນເມກ ເໜືອຝາອັດຫີບພັນທະສັນຍາ. ຖ້າລາວບໍ່ເຊື່ອຟັງ ລາວຈະຕ້ອງຕາຍ.