32 ຈົ່ງແຂວນຜ້າກັ້ງຜືນນັ້ນໄວ້ ໂດຍໃຊ້ຂໍເກາະໃສ່ກັບເສົາໄມ້ກະຖິນເທດສີ່ເສົາ ຊຶ່ງໂອບດ້ວຍຄຳ ແລະຕັ້ງໃສ່ຕີນຮອງເສົາເປັນເງິນສີ່ຕີນ.
ເດີ່ນຫຍ້າກໍຖືກຕົບແຕ່ງດ້ວຍຜ້າກັ້ງຝ້າຍສີຟ້າແລະສີຂາວ ຊຶ່ງໃຊ້ເຊືອກຜ້າປ່ານສີມ່ວງເກາະໃສ່ເສົາຫີນອ່ອນດ້ວຍຮ່ວງເງິນ. ມີຕັ່ງນວມຍາວທີ່ເຮັດດ້ວຍເງິນແລະຄຳ ຕັ້ງໄວ້ຕາມເດີ່ນ ຊຶ່ງປູດ້ວຍຫີນອ່ອນສີຂາວ, ຫີນມຸກສີແດງທີ່ເຫລື້ອມໃສ ແລະເພັດສີຟ້າ.
ໜັງແກະເຖິກຍ້ອມສີແດງ; ໜັງສັດທີ່ລະອຽດດີ; ໄມ້ກະຖິນເທດ;
ຈົ່ງເຮັດຜ້າກັ້ງຜືນໜຶ່ງ ທີ່ຕໍ່າດ້ວຍດ້າຍເປັນສີຟ້າ, ສີມ່ວງ, ສີແດງເຂັ້ມ ແລະດ້ວຍຜ້າປ່ານເນື້ອລະອຽດດີ. ຈົ່ງແສ່ວຮູບເຄຣຸບໃສ່ຜ້າຜືນນັ້ນ.
ຈົ່ງໃຊ້ຂໍເກາະແຂວນຜ້າກັ້ງຢ່ອນລົງມາແຕ່ເພດານຂອງຫໍເຕັນ ແລ້ວຈົ່ງວາງຫີບພັນທະສັນຍາທີ່ໃຊ້ບັນຈຸຫີນສອງແຜ່ນນັ້ນ ໄວ້ທາງດ້ານຫລັງຂອງຜ້າກັ້ງ. ຜ້າກັ້ງນັ້ນຈະແຍກບ່ອນສັກສິດຈາກບ່ອນສັກສິດທີ່ສຸດ.
ສຳລັບຜ້າກັ້ງນັ້ນ ຈົ່ງເຮັດເສົາດ້ວຍໄມ້ກະຖິນເທດຫ້າເສົາໂອບດ້ວຍຄຳ ແລະມີຂໍຄຳເກາະຜ້າກັ້ງໄວ້; ຈົ່ງຫລໍ່ຕີນຮອງເສົາເປັນທອງສຳຣິດຫ້າຕີນສຳລັບຕັ້ງເສົາ.”
ສຳລັບຜ້າກັ້ງນັ້ນ ພວກເຂົາໄດ້ເຮັດເສົາຫ້າເສົາຕິດໃສ່ກັບຂໍເກາະ ແລະໃຊ້ຄຳໂອບທັງເສົາແລະເຊືອກທີ່ຫ້ອຍຜ້າກັ້ງນັ້ນດ້ວຍ. ສ່ວນຕີນຮອງເສົາຫ້າອັນນັ້ນ ແມ່ນໄດ້ເຮັດດ້ວຍທອງສຳຣິດ.