Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 26:30 - ພຣະຄຳພີສັກສິ

30 ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ຕາມ​ແບບ ຊຶ່ງ​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູເຂົາ​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 26:30
14 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ເວົ້າ​ວ່າ, “ທັງໝົດ​ນັ້ນ​ມີ​ຢູ່​ໃນ​ແຜນຜັງ​ຕາມ​ຄຳແນະນຳ ທີ່​ພຣະເຈົ້າຢາເວ​ເອງ​ໄດ້​ບອກ​ພໍ່​ປະຕິບັດ​ໃຫ້​ສຳເລັດ.”


ຈົ່ງ​ເອົາໃຈໃສ່​ເຮັດ​ສິ່ງ​ເຫຼົ່ານີ້ ຕາມ​ແບບແຜນ​ທີ່​ເຮົາ​ໄດ້​ສຳແດງ​ຕໍ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ຈົ່ງ​ເຮັດ​ຫໍເຕັນ​ສັກສິດ​ແລະ​ເຄື່ອງ​ປະກອບ​ນັ້ນ ຕາມ​ແບບແຜນ​ທີ່​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເບິ່ງ.


ຈົ່ງ​ໂອບ​ຮ່າງ​ຂອບ​ໄມ້​ນັ້ນ​ດ້ວຍ​ຄຳ ແລະ​ເຮັດ​ຫູ​ຂອງ​ຮ່າງ​ຂອບ​ນັ້ນ​ດ້ວຍ​ຄຳ​ຄື​ກັນ ເພື່ອ​ຈັບ​ຂາງ​ໃຫ້​ແໜ້ນ​ເຂົ້າ​ກັນ ສ່ວນ​ຂາງ​ນັ້ນ​ກໍ​ຈົ່ງ​ໂອບ​ດ້ວຍ​ຄຳ​ຄື​ກັນ.


ສ່ວນ​ແທ່ນ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ໄມ້​ກະດານ​ແລະ​ຄວັດ​ລົງ​ເປັນ​ໝົ້ງ ຕາມ​ແຜນ​ທີ່​ເຮົາ​ໄດ້​ສຳແດງ​ໃຫ້​ເຈົ້າ​ເບິ່ງ​ທີ່​ເທິງ​ພູເຂົາ​ນັ້ນ.


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ແລ້ວ​ຊາວ​ເລວີ​ໃນ​ຕະກຸນ​ໂກຮາດ​ທີ່​ເປັນ​ພວກ​ແບກຫາມ​ເຄື່ອງ​ສັກສິດ ກໍ​ເລີ່ມ​ອອກ​ເດີນທາງ. ເມື່ອ​ພວກ​ນີ້​ໄດ້​ເດີນທາງ​ໄປ​ຮອດ​ຄ້າຍພັກ​ໃໝ່​ແລ້ວ ພວກ​ອື່ນໆ​ທີ່​ໄປ​ກ່ອນ​ກໍໄດ້​ຕັ້ງ​ຫໍເຕັນ​ສັກສິດ​ຂຶ້ນ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.


ແລະ​ຫລັກ​ຕະກຽງ​ນັ້ນ ແຕ່​ລຸ່ມ​ຂຶ້ນ​ເທິງ​ແມ່ນ​ເຮັດ​ດ້ວຍ​ຄຳ​ທີ່​ຕີ​ເປັນ​ລວດລາຍ ຕາມ​ແບບ​ທີ່​ພຣະເຈົ້າຢາເວ​ໄດ້​ສຳແດງ​ໃຫ້​ແກ່​ໂມເຊ.


ເມື່ອ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ມີ​ຜ້າເຕັນ​ແຫ່ງ​ຄຳ​ພະຍານ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ໄດ້​ເຮັດ​ຫໍເຕັນ ຕາມ​ທີ່​ພຣະເຈົ້າ​ໄດ້​ບອກ​ໂມເຊ​ໃຫ້​ເຮັດ​ຕາມ​ແບບ​ແຜນ​ທີ່​ພຣະເຈົ້າ​ໄດ້​ສຳແດງ​ໃຫ້​ໂມເຊ​ຮູ້.


ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.


ປະການ​ໜຶ່ງ ປະໂຣຫິດ​ເຫຼົ່ານັ້ນ​ບົວລະບັດ​ເປັນ​ພຽງແຕ່​ແບບ​ແລະ​ເງົາ​ແຫ່ງ​ສະຖານທີ່​ສັກສິດ​ໃນ​ສະຫວັນ. ເໝືອນ​ໂມເຊ, ເມື່ອ​ເພິ່ນ​ຈະ​ຕັ້ງ​ຫໍເຕັນ​ສັກສິດ​ນັ້ນ ພຣະເຈົ້າ​ໄດ້​ຊົງ​ເຕືອນ​ສະຕິ​ເພິ່ນ​ວ່າ, “ເຈົ້າ​ຕ້ອງ​ເຮັດ​ທຸກສິ່ງ ຕາມ​ແບບຢ່າງ​ທີ່​ເຮົາ​ໄດ້​ສຳແດງ​ແກ່​ເຈົ້າ​ທີ່​ເທິງ​ພູ​ນັ້ນ.”


ເພາະ​ສະນັ້ນ ສິ່ງຂອງ​ໃນ​ໂລກນີ້​ທີ່​ສ້າງ​ຂຶ້ນ​ຕາມ​ແບບ​ຢ່າງ​ໃນ​ສະຫວັນ ຈຳເປັນ​ຕ້ອງ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ໂດຍ​ເຄື່ອງ​ບູຊາ​ອັນ​ປະເສີດ​ຫລາຍກວ່າ​ອີກ.


ຫລັງຈາກ​ທີ່​ພວກ​ອິດສະຣາເອນ​ຢຶດຄອງ​ດິນແດນ​ໄດ້​ແລ້ວ ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີໂລ ແລະ​ຕັ້ງ​ຫໍເຕັນ​ບ່ອນ​ຊຸມນຸມ​ໃນທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka