24 ສ່ວນແຈຂອງຮ່າງຂອບໄມ້ ຈົ່ງຕໍ່ເຂົ້າກັນທາງຂ້າງລຸ່ມ ແລະເລີຍໄປຮອດຂ້າງເທິງ. ແຈຮ່າງຂອບໄມ້ສອງອັນ ຈົ່ງເຮັດດັ່ງທີ່ກ່າວມານີ້.
ແລະຮ່າງຂອບໄມ້ສອງຮ່າງສຳລັບແຈຂອງຫໍເຕັນສັກສິດ.
ດັ່ງນັ້ນ ເມື່ອລວມກັນແລ້ວກໍຈະມີຮ່າງຂອບໄມ້ຫໍເຕັນແປດຮ່າງ ແລະມີຕີນຮອງທີ່ເຮັດດ້ວຍເງິນ 16 ຕີນ ຄືແຕ່ລະຮ່າງຂອບໄມ້ມີຕີນຮອງສອງຕີນ.
ພີ່ນ້ອງທັງຫລາຍເອີຍ, ໂດຍສິດອຳນາດຂອງພຣະນາມອົງພຣະເຢຊູຄຣິດເຈົ້າຂອງພວກເຮົາ ເຮົາຂໍຮ້ອງພວກເຈົ້າທຸກຄົນ ໃຫ້ພວກເຈົ້າກ່າວຄວາມດຽວກັນ ແລະບໍ່ໃຫ້ຖືພັກຖືພວກ ແຕ່ຈົ່ງຮ່ວມເຂົ້າກັນເປັນນໍ້າໜຶ່ງໃຈດຽວ ແລະມີຈຸດປະສົງຢ່າງດຽວກັນ.
ພວກເຈົ້າບໍ່ຮູ້ບໍວ່າ, ພວກເຈົ້າເປັນວິຫານຂອງພຣະເຈົ້າ ແລະພຣະວິນຍານຂອງພຣະເຈົ້າ ກໍສະຖິດຢູ່ໃນພວກເຈົ້າ.
ເຈົ້າທັງຫລາຍກໍເປັນເໝືອນຫີນທີ່ມີຊີວິດຢູ່ ພວກເຈົ້າຈົ່ງຍອມໃຫ້ພຣະເຈົ້າຊົງກໍ່ຂຶ້ນເປັນວິຫານຝ່າຍວິນຍານ ເປັນປະໂຣຫິດບໍຣິສຸດ ເພື່ອຖວາຍເຄື່ອງບູຊາຝ່າຍວິນຍານ ຊຶ່ງພໍພຣະໄທຂອງພຣະເຈົ້າ ໂດຍທາງພຣະເຢຊູຄຣິດເຈົ້າ.