2 ຜ້າແຕ່ລະຜືນນັ້ນໃຫ້ມີຂະໜາດເທົ່າກັນ ຄື: ຍາວສິບສອງແມັດແລະກວ້າງສອງແມັດ.
ແລ້ວກະສັດກໍໄດ້ເວົ້າກັບຜູ້ທຳນວາຍນາທານວ່າ, “ເບິ່ງດູ ເຮົາເອງຢູ່ໃນເຮືອນທີ່ສ້າງດ້ວຍໄມ້ແປກ, ແຕ່ຫີບຂອງພຣະເຈົ້າພັດຢູ່ໃນຫໍເຕັນ.”
ບັດນີ້ ກະສັດດາວິດໄດ້ອາໄສຢູ່ໃນວັງແລ້ວ. ມື້ໜຶ່ງເພິ່ນໄດ້ສັ່ງໃຫ້ຜູ້ທຳນວາຍນາທານເຂົ້າມາພົບ ແລະເວົ້າວ່າ, “ເຮົາຢູ່ໃນວັງທີ່ສ້າງດ້ວຍໄມ້ສົນສີດາ, ແຕ່ຫີບພັນທະສັນຍາຂອງພຣະເຈົ້າຢາເວຍັງຖືກຮັກສາໄວ້ຢູ່ໃນຫໍເຕັນ.”
“ສຳລັບຂ້າງໃນຂອງຫໍເຕັນສັກສິດບ່ອນຢູ່ຂອງເຮົານັ້ນ ຈົ່ງເຮັດດ້ວຍຜ້າປ່ານເນື້ອລະອຽດດີ ສິບຜືນຕໍ່າໃສ່ກັບຂົນແກະເປັນສີຟ້າ, ສີມ່ວງ ແລະສີແດງ. ຈົ່ງແສ່ວເຄຣຸບໃສ່ຜ້າເຫຼົ່ານັ້ນ.
ຈົ່ງຫຍິບຜ້າຫ້າຜືນໃຫ້ຕໍ່ກັນເປັນຜືນດຽວ ແລະອີກຫ້າຜືນນັ້ນກໍໃຫ້ຫຍິບເປັນຜືນດຽວຄືກັນ.
ຜ້າກັ້ງຂອງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ, ຜ້າປົກຄຸມຊັ້ນໃນ, ຜ້າປົກຄຸມຊັ້ນນອກ, ໜັງຢ່າງດີເພື່ອໃຊ້ປົກຍອດຫໍເຕັນ, ຜ້າກັ້ງທາງເຂົ້າຫໍເຕັນບ່ອນຊຸມນຸມ,