Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 26:1 - ພຣະຄຳພີສັກສິ

1 “ສຳລັບ​ຂ້າງ​ໃນ​ຂອງ​ຫໍເຕັນ​ສັກສິດ​ບ່ອນ​ຢູ່​ຂອງເຮົາ​ນັ້ນ ຈົ່ງ​ເຮັດ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ສິບ​ຜືນ​ຕໍ່າ​ໃສ່​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ. ຈົ່ງ​ແສ່ວ​ເຄຣຸບ​ໃສ່​ຜ້າ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 26:1
29 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ກໍໄດ້​ເວົ້າ​ກັບ​ຜູ້ທຳນວາຍ​ນາທານ​ວ່າ, “ເບິ່ງດູ ເຮົາ​ເອງ​ຢູ່​ໃນ​ເຮືອນ​ທີ່​ສ້າງ​ດ້ວຍ​ໄມ້ແປກ, ແຕ່​ຫີບ​ຂອງ​ພຣະເຈົ້າ​ພັດ​ຢູ່​ໃນ​ຫໍເຕັນ.”


ຝາ​ຫ້ອງ​ໂຖງ​ກັບ​ຫ້ອງ​ຊັ້ນໃນ​ທັງໝົດ​ໃນ​ພຣະວິຫານ​ໄດ້​ແກະສະຫລັກ​ເປັນ​ຮູບ​ເຄຣຸບ, ຮູບ​ຕົ້ນ​ຕານ ແລະ​ຮູບ​ດອກໄມ້.


ບັດນີ້ ກະສັດ​ດາວິດ​ໄດ້​ອາໄສ​ຢູ່​ໃນ​ວັງ​ແລ້ວ. ມື້​ໜຶ່ງ​ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້ທຳນວາຍ​ນາທານ​ເຂົ້າ​ມາ​ພົບ ແລະ​ເວົ້າ​ວ່າ, “ເຮົາ​ຢູ່​ໃນ​ວັງ​ທີ່​ສ້າງ​ດ້ວຍ​ໄມ້​ສົນສີດາ, ແຕ່​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຍັງ​ຖືກ​ຮັກສາ​ໄວ້​ຢູ່​ໃນ​ຫໍເຕັນ.”


ໃນ​ເວລາ​ນັ້ນ ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຊຶ່ງ​ໂມເຊ​ໄດ້​ສ້າງ​ຂຶ້ນ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ແທ່ນບູຊາ​ທີ່​ໃຊ້​ເພື່ອ​ຖວາຍ​ເຄື່ອງ​ເຜົາບູຊາ ກໍ​ຍັງ​ຢູ່​ໃນ​ສະຖານທີ່​ສູງ​ທີ່​ກີເບໂອນ;


ແລ້ວ​ເຈົ້າ​ຈົ່ງ​ເອົາ​ຄຳ​ມາ​ຫລໍ່​ເຄຣຸບ ສອງ​ຕົນ​ຕິດ​ໃສ່​ກັບ​ແຕ່ລະ​ສົ້ນ​ຂອງ​ຝາອັດ​ຫີບ​ນັ້ນ. ຈົ່ງ​ເຮັດ​ໃຫ້​ມັນ​ເປັນ​ເນື້ອ​ດຽວ​ກັບ​ຝາອັດ​ຫີບ.


ຜ້າປ່ານ​ເນື້ອລະອຽດ​ດີ, ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


ຊາວ​ອິດສະຣາເອນ​ຕ້ອງ​ສ້າງ​ຫໍເຕັນ​ສັກສິດ​ສຳລັບ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ.


ຜ້າ​ແຕ່ລະ​ຜືນ​ນັ້ນ​ໃຫ້​ມີ​ຂະໜາດ​ເທົ່າ​ກັນ ຄື: ຍາວ​ສິບສອງ​ແມັດ​ແລະ​ກວ້າງ​ສອງ​ແມັດ.


ຈົ່ງ​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ ທີ່​ຕໍ່າ​ດ້ວຍ​ດ້າຍ​ເປັນ​ສີຟ້າ, ສີມ່ວງ, ສີແດງ​ເຂັ້ມ ແລະ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ. ຈົ່ງ​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ຜືນ​ນັ້ນ.


ສຳລັບ​ທາງ​ເຂົ້າ​ຫໍເຕັນ​ນັ້ນ ຈົ່ງ​ເຮັດ​ຜ້າກັ້ງ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ຕໍ່າ​ສັບ​ກັນ​ກັບ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງ ພ້ອມ​ທັງ​ຕົບແຕ່ງ​ໂດຍ​ຜ້າ​ຫຍິບແສ່ວ​ດ້ວຍ.


ຫໍເຕັນ​ບ່ອນ​ຊຸມນຸມ, ຫີບ​ພັນທະສັນຍາ​ພ້ອມ​ທັງ​ຝາອັດ, ເຄື່ອງ​ປະກອບ​ທຸກໆ​ຊະນິດ​ຂອງ​ຫໍເຕັນ,


ຫໍເຕັນ​ສັກສິດ, ຜ້າ​ຄຸມເຕັນ ແລະ​ຜ້າ​ປົກເຕັນ​ຊັ້ນນອກ, ຂໍເກາະ, ຮ່າງ​ຂອບໄມ້, ຄານ, ເສົາ ແລະ​ຕີນຮອງເສົາ​ຂອງ​ຫໍເຕັນ,


ພຣະອົງ​ຍັງ​ໃຫ້​ພວກເຂົາ​ມີ​ສະຕິປັນຍາ ແລະ​ຄວາມ​ສາມາດ​ໃນ​ວຽກງານ​ຫລາຍ​ຢ່າງ​ຄື: ວຽກງານ​ຂອງ​ນັກ​ແກະສະຫລັກ, ນັກ​ອອກແບບ, ນັກ​ຫຍິບປັກ​ຖັກແສ່ວ​ຜ້າປ່ານ​ເນື້ອລະອຽດ​ດີ; ຕໍ່າ​ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ ແລະ​ການ​ຕໍ່າ​ຜ້າ​ຊະນິດ​ອື່ນໆ​ອີກ​ດ້ວຍ. ພວກເຂົາ​ມີ​ຄວາມ​ສາມາດ​ເຮັດ​ວຽກ​ຊ່າງສີມື​ໄດ້​ທຸກຢ່າງ ແລະ​ເປັນ​ຊ່າງ​ທີ່​ຊຳນິ​ຊຳນານ​ໃນ​ການ​ອອກແບບ​ເຊັ່ນກັນ.”


ຜ້າປ່ານ​ເນື້ອລະອຽດ​ດີ; ຜ້າ​ຂົນແກະ​ສີຟ້າ, ສີມ່ວງ ແລະ​ສີແດງ; ຜ້າ​ທີ່​ເຮັດ​ດ້ວຍ​ຂົນແບ້;


ພວກເຂົາ​ໄດ້​ເຮັດ​ຜ້າກັ້ງ​ຜືນ​ໜຶ່ງ​ທີ່​ຕໍ່າ​ດ້ວຍ​ຜ້າປ່ານ​ເນື້ອລະອຽດ​ດີ ປົນ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ ແລະ​ໄດ້​ແສ່ວ​ຮູບ​ເຄຣຸບ​ໃສ່​ຜ້າ​ນັ້ນ.


ພວກເຂົາ​ໄດ້​ຕີ​ຄຳ​ໃຫ້​ແບນ​ອອກ​ເປັນ​ແຜ່ນ​ບາງໆ ແລະ​ໄດ້​ຕັດ​ເປັນ​ເສັ້ນ​ນ້ອຍໆ ເພື່ອ​ຕໍ່າ​ເຂົ້າ​ກັນ​ກັບ​ຜ້າປ່ານ​ເນື້ອລະອຽດ​ດີ ແລະ​ຜ້າ​ຂົນແກະ​ເປັນ​ສີຟ້າ, ສີມ່ວງ ແລະ​ສີແດງເຂັ້ມ.


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ພວກ​ເກໂຊນ​ຮັບຜິດຊອບ​ຫໍເຕັນ​ບ່ອນ​ຊຸມນຸມ​ທີ່​ເປັນ​ຫໍເຕັນ​ສັກສິດ, ຜ້າປົກ​ເຕັນ​ດ້ານໃນ, ຜ້າປົກ​ເຕັນ​ດ້ານນອກ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,


ຜ້າກັ້ງ​ຂອງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ, ຜ້າ​ປົກຄຸມ​ຊັ້ນໃນ, ຜ້າ​ປົກຄຸມ​ຊັ້ນນອກ, ໜັງ​ຢ່າງດີ​ເພື່ອ​ໃຊ້​ປົກ​ຍອດ​ຫໍເຕັນ, ຜ້າກັ້ງ​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ,


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພຣະວິຫານ​ທີ່​ພຣະເຢຊູເຈົ້າ​ກ່າວ​ເຖິງ​ນັ້ນ ແມ່ນ​ຮ່າງກາຍ​ຂອງ​ພຣະອົງ​ເອງ.


ພຣະອົງ​ບົວລະບັດ​ຮັບໃຊ້​ເປັນ​ມະຫາ​ປະໂຣຫິດ​ຢູ່​ໃນ​ສະຖານທີ່​ສັກສິດ​ທີ່ສຸດ ຄື​ຢູ່​ໃນ​ຫໍເຕັນ​ສັກສິດ​ອັນ​ແທ້ຈິງ ຊຶ່ງ​ບໍ່ແມ່ນ​ມະນຸດ​ເປັນ​ຜູ້​ຕັ້ງ​ຂຶ້ນ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ຕັ້ງ​ໄວ້.


ດ້ວຍວ່າ, ມີ​ຫໍເຕັນ​ສັກສິດ​ທີ່​ຈັດຕັ້ງ​ຂຶ້ນ​ແລ້ວ ຄື​ຫ້ອງ​ຊັ້ນນອກ ຊຶ່ງ​ມີ​ຫລັກ​ຕະກຽງ ມີ​ໂຕະ ແລະ​ມີ​ເຂົ້າຈີ່​ທີ່​ຕັ້ງ​ຖວາຍ​ໄວ້ ຫ້ອງ​ທຳອິດ​ນີ້​ເອີ້ນ​ວ່າ, ສະຖານທີ່​ສັກສິດ.


ຫ້ອງ​ຊັ້ນນອກ​ນັ້ນ ເປັນ​ເຄື່ອງໝາຍ​ເຖິງ​ສະໄໝ​ປັດຈຸບັນ ຄື​ໝາຍຄວາມວ່າ​ການ​ຖວາຍ​ຂອງ​ທານ ແລະ​ເຄື່ອງ​ບູຊາ​ຕາມ​ແບບ​ນີ້ ຈະ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ຜູ້​ຖວາຍ​ນັ້ນ​ບໍ່ໄດ້.


ແລະ​ຊົງ​ໂຜດ​ໃຫ້​ເຈົ້າສາວ​ນັ້ນ ນຸ່ງ​ຫົ່ມ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ​ແລະ​ບໍຣິສຸດ.” (ເພາະ​ຜ້າປ່ານ​ເນື້ອ​ດີ​ນັ້ນ ໄດ້​ແກ່​ການ​ປະຕິບັດ​ອັນ​ຊອບທຳ​ແຫ່ງ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ.)


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka