Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 25:2 - ພຣະຄຳພີສັກສິ

2 “ຈົ່ງ​ບອກ​ຊາວ​ອິດສະຣາເອນ​ໃຫ້​ນຳ​ສິ່ງຂອງ​ມາ​ຖວາຍ​ແກ່​ເຮົາ. ຈົ່ງ​ຮັບ​ຂອງ​ຖວາຍ​ຈາກ​ທຸກໆ​ຄົນ​ທີ່​ເຕັມໃຈ​ໃຫ້.

Uka jalj uñjjattʼäta Copia luraña




ອົບພະຍົບ 25:2
16 Jak'a apnaqawi uñst'ayäwi  

ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.


ເມື່ອ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ກັບຄືນ​ມາ​ສູ່​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ມີ​ຫົວໜ້າ​ບາງຄົນ​ຖວາຍ​ເຄື່ອງ​ບູຊາ​ຕາມ​ໃຈ​ສະໝັກ ເພື່ອ​ຊ່ວຍ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ບ່ອນ​ເດີມ​ຂຶ້ນ​ໃໝ່.


ນອກຈາກນີ້​ແລ້ວ ພວກເຂົາ​ກໍ​ຍັງ​ໄດ້​ຖວາຍ​ເຄື່ອງ​ບູຊາ​ເປັນ​ປະຈຳ​ດັ່ງນີ້: ການ​ບູຊາ​ເຜົາ​ທັງໝົດ ແລະ​ຖວາຍ​ເຄື່ອງ​ບູຊາ​ໃນ​ມື້​ເດືອນ​ອອກ​ໃໝ່ ແລະ​ຕາມ​ລະບຽບ​ຂອງ​ເທດສະການ​ທຸກຄັ້ງ​ທີ່​ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ໃຫ້​ນະມັດສະການ ຕະຫລອດ​ທັງ​ເຄື່ອງ​ບູຊາ​ທັງໝົດ​ທີ່​ຖວາຍ​ແກ່​ພຣະເຈົ້າຢາເວ ຕາມ​ໃຈ​ສະໝັກ​ຂອງ​ໃຜ​ລາວ.


ສ່ວນ​ເງິນ​ແລະ​ຄຳ​ທັງໝົດ​ທີ່​ທ່ານ​ຮວບຮວມ​ມາ​ໄດ້​ຈາກ​ທົ່ວ​ແຂວງ​ບາບີໂລນ ແລະ​ເຄື່ອງ​ຖວາຍ​ຊຶ່ງ​ຊາວ​ອິດສະຣາເອນ ແລະ​ບັນດາ​ປະໂຣຫິດ​ຂອງ​ພວກເຂົາ ໄດ້​ຖວາຍ​ແກ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ ກໍ​ໃຫ້​ທ່ານ​ເອົາ​ໄປ​ນຳ​ຄືກັນ.


ປະຊາຊົນ​ໄດ້​ຍ້ອງຍໍ​ຜູ້​ທີ່​ອາສາ​ສະໝັກ​ເຂົ້າ​ໄປ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ໄວ້​ວ່າ,


ຂອງ​ຖວາຍ​ນັ້ນ​ຈະ​ຕ້ອງ​ແມ່ນ: ຄຳ, ເງິນ, ທອງສຳຣິດ;


ເພາະ​ເຮົາ​ໄດ້​ຍົກ​ໜຶ່ງສ່ວນສິບ​ຂອງ​ການ​ຖວາຍ​ພິເສດ ທີ່​ຊາວ​ອິດສະຣາເອນ​ໄດ້​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ ໃຫ້​ເປັນ​ກຳມະສິດ​ຂອງ​ພວກເຂົາ. ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ວ່າ​ພວກເຂົາ​ຈະ​ບໍ່ມີ​ຊັບສົມບັດ​ອັນ​ຖາວອນ​ໃດໆ ຢູ່​ໃນ​ດິນແດນ​ອິດສະຣາເອນ.”


ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.


ຈິດໃຈ​ຂອງຂ້ອຍ​ແມ່ນ​ຢູ່​ນຳ​ພວກ​ບັນຊາການ ທະຫານ​ແລະ​ປະຊາຊົນ​ອິດສະຣາເອນ​ພຸ້ນ ຄື​ພວກ​ທີ່​ອາສາ​ສະໝັກ​ສູ້ຮົບ​ດ້ວຍ​ຄວາມ​ຍິນດີ ຈົ່ງ​ຍ້ອງຍໍ​ສັນລະເສີນ ພຣະເຈົ້າຢາເວ​ເຖີດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka