1 ແລ້ວພຣະເຈົ້າຢາເວກໍໄດ້ສັ່ງໂມເຊໄວ້ວ່າ,
ແລ້ວກະສັດໂຢອາດກໍໄດ້ເອີ້ນພວກປະໂຣຫິດມາພົບ ແລະໄດ້ສັ່ງພວກເຂົາໃຫ້ທ້ອນໂຮມເອົາເງິນ ທີ່ຄົນໄດ້ຈ່າຍຄ່າເຄື່ອງຖວາຍບູຊາໃນວິຫານຂອງພຣະເຈົ້າຢາເວຕາມທຳນຽມ ພ້ອມທັງຈ່າຍຄ່າເຄື່ອງຖວາຍບູຊາເປັນປະຈຳ ແລະເງິນທີ່ປະຊາຊົນໄດ້ນຳມາຖວາຍຕາມໃຈສະໝັກໃນວິຫານຂອງພຣະເຈົ້າຢາເວ.
ໂມເຊໄດ້ຍ່າງຂຶ້ນໄປເທິງພູເຂົາ ແລະເຂົ້າໄປໃນເມກນັ້ນ. ເພິ່ນໄດ້ຢູ່ໃນທີ່ນັ້ນເປັນເວລາສີ່ສິບວັນ ແລະສີ່ສິບຄືນ.
“ຈົ່ງບອກຊາວອິດສະຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບຂອງຖວາຍຈາກທຸກໆຄົນທີ່ເຕັມໃຈໃຫ້.
ແລ້ວໂມເຊກໍເອີ້ນປະຊາຊົນອິດສະຣາເອນທັງໝົດມາປະຊຸມ. ເພິ່ນໄດ້ບອກພວກເຂົາວ່າ, “ຕໍ່ໄປນີ້ ແມ່ນຄຳສັ່ງຂອງພຣະເຈົ້າຢາເວທີ່ໃຫ້ພວກເຈົ້າປະຕິບັດ:
ໂມເຊໄດ້ກ່າວຕໍ່ປະຊາຊົນອິດສະຣາເອນທັງໝົດວ່າ, “ຕໍ່ໄປນີ້ ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ສັ່ງໄວ້:
ຈົ່ງນຳສິ່ງຂອງມາຖວາຍແກ່ພຣະເຈົ້າຢາເວ. ຜູ້ໃດທີ່ເຕັມໃຈໃຫ້ ຈົ່ງນຳສິ່ງດັ່ງຕໍ່ໄປນີ້ມາຄື: ຄຳ, ເງິນ, ທອງສຳຣິດ;
ນໍ້າມັນໄຕ້ຕະກຽງ; ເຄື່ອງຫອມເພື່ອປຸງນໍ້າມັນເຈີມສັກສິດ ແລະເຄື່ອງຫອມສຳລັບເຜົາບູຊາ,
ໃນທີ່ສຸດ ການສ້າງຫໍເຕັນສັກສິດ, ຫໍເຕັນບ່ອນຊຸມນຸມ ກໍສຳເລັດລົງທຸກຢ່າງ. ຊາວອິດສະຣາເອນໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
ພວກເຂົາໄດ້ນຳເອົາຫໍເຕັນສັກສິດພ້ອມທັງເຄື່ອງໃຊ້ທັງໝົດປະຈຳຫໍເຕັນ ມາໃຫ້ໂມເຊເບິ່ງເຊັ່ນ: ຂໍເກາະ, ຮ່າງຂອບໄມ້, ໄມ້ຂາງ, ເສົາ ແລະຕີນຮອງເສົາ;
ຊາວອິດສະຣາເອນໄດ້ເຮັດວຽກທຸກຢ່າງ ຕາມທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ກັບໂມເຊທຸກປະການ.
“ຈົ່ງຮັບເອົາຂອງຖວາຍເຫຼົ່ານີ້ໄວ້ໃຊ້ໃນວຽກງານຂອງຫໍເຕັນບ່ອນຊຸມນຸມ ແລ້ວຈົ່ງມອບຕໍ່ໃຫ້ຊາວເລວີຕາມວຽກງານທີ່ພວກເຂົາຮັບຜິດຊອບນັ້ນ.”