9 ໂມເຊ, ອາໂຣນ, ນາດາບ, ອາບີຮູ ແລະບັນດາຫົວໜ້າເຈັດສິບຄົນຂອງຊາດອິດສະຣາເອນ ຈຶ່ງພາກັນຂຶ້ນໄປເທິງພູ;
ແລະມີກາອີຢາໄດ້ກ່າວວ່າ, “ສະນັ້ນ ຂໍຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວເຖີດ ຂ້ານ້ອຍໄດ້ເຫັນພຣະເຈົ້າຢາເວນັ່ງຢູ່ເທິງພຣະບັນລັງຂອງພຣະອົງໃນສະຫວັນ ແລະເທວະດາທັງໝົດກໍກຳລັງຢືນຢູ່ອ້ອມຂ້າງພຣະອົງ.
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປນຳເອົາອາໂຣນຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສຳລັບພວກປະໂຣຫິດ ແລະປະຊາຊົນອິດສະຣາເອນນັ້ນ ຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາຢ່າງເດັດຂາດ ຫລືຈະໃຫ້ເຮົາລົງໂທດພວກເຂົາ.”
ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ.
“ຈົ່ງເອີ້ນອາໂຣນ ອ້າຍຂອງເຈົ້າແລະພວກລູກຊາຍຂອງລາວມາເຊັ່ນວ່າ: ນາດາບ, ອາບີຮູ, ເອເລອາຊາ ແລະອີທາມາ. ຈົ່ງແຍກພວກເຂົາຢູ່ຕ່າງຫາກ ຈາກປະຊາຊົນອິດສະຣາເອນ ເພື່ອວ່າພວກເຂົາຈະບົວລະບັດຮັບໃຊ້ເຮົາໃນຖານະປະໂຣຫິດ.
ເຈົ້າຈະບໍ່ເຫັນໜ້າເຮົາ ເພາະວ່າບໍ່ມີຜູ້ໃດທີ່ໄດ້ເຫັນໜ້າເຮົາແລ້ວມີຊີວິດຢູ່.”
ໃນປີທີ່ກະສັດອຸດຊີຢາຕາຍໄປນັ້ນ ໃນນິມິດຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວ ກຳລັງນັ່ງຢູ່ເທິງບັນລັງອັນສູງສົ່ງຂອງພຣະອົງ ແລະເຄື່ອງນຸ່ງຂອງພຣະອົງກໍຄຸມຢູ່ເຕັມພຣະວິຫານ.
ແຕ່ເຈົ້າຊາຍທີ່ປົກຄອງອາດເຂົ້າໄປທາງປະຕູນີ້ໄດ້ ເພື່ອກິນອາຫານອັນສັກສິດຢູ່ຕໍ່ໜ້າພຣະເຈົ້າຢາເວ. ລາວຈະເຂົ້າ ແລະຈະອອກຜ່ານປະຕູນີ້ໄປສູ່ຫ້ອງໂຖງທີ່ສົ້ນສຸດ.”
ນາດາບແລະອາບີຮູລູກຊາຍອາໂຣນ ຕ່າງກໍໄດ້ນຳໝໍ້ຂາງຂອງຕົນມາ ແລະເອົາຖ່ານໄຟທີ່ກຳລັງລຸກຢູ່ໃສ່ໃນນັ້ນ. ພວກເຂົາໄດ້ເອົາກຳຍານໂຮຍໃສ່ຕື່ມ ແລະນຳໄປຖວາຍຕໍ່ໜ້າພຣະເຈົ້າຢາເວ. ແຕ່ໄຟທີ່ຖວາຍນີ້ບໍ່ບໍຣິສຸດ ເພາະວ່າພຣະອົງບໍ່ໄດ້ສັ່ງພວກເຂົາໃຫ້ຖວາຍຢ່າງນັ້ນ.
ດັ່ງນັ້ນ ພຣະເຈົ້າຢາເວໄດ້ກ່າວແກ່ໂມເຊວ່າ, “ຈົ່ງນັດປະຊຸມຫົວໜ້າເຈັດສິບຄົນທີ່ປະຊາຊົນເຄົາຣົບນັບຖື ແລະພາພວກເຂົາມາຫາເຮົາທີ່ຫໍເຕັນບ່ອນຊຸມນຸມ ແລະບອກພວກເຂົາໃຫ້ຢືນຢູ່ໃກ້ເຈົ້າ.
ແລ້ວມາໂນອາກໍໄດ້ເວົ້າກັບເມຍຂອງຕົນວ່າ, “ພວກເຮົາຕ້ອງຕາຍເປັນແນ່ ເພາະພວກເຮົາໄດ້ເຫັນພຣະເຈົ້າ.”