Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:8 - ພຣະຄຳພີສັກສິ

8 ແລ້ວ​ໂມເຊ​ກໍໄດ້​ເອົາ​ເລືອດ​ໃນ​ຊາມ​ຊິດ​ໃສ່​ປະຊາຊົນ ແລະ​ກ່າວ​ວ່າ, “ອັນ​ນີ້​ແມ່ນ​ເລືອດ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ຕັ້ງ​ໄວ້​ກັບ​ພວກເຈົ້າ ເມື່ອ​ພຣະອົງ​ມອບ​ພັນທະສັນຍາ​ນີ້​ໃຫ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 24:8
23 Jak'a apnaqawi uñst'ayäwi  

ຂ້າພະເຈົ້າ​ຍັງ​ໄດ້​ຈັດ​ບ່ອນ​ໃນ​ພຣະວິຫານ​ໄວ້​ສຳລັບ​ຫີບ​ພັນທະສັນຍາ ຊຶ່ງ​ບັນຈຸ​ແຜ່ນ​ຫີນ​ແຫ່ງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ມີ​ໄວ້​ກັບ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ ຄື​ເມື່ອ​ພຣະອົງ​ໄດ້​ນຳພາ​ພວກເພິ່ນ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ.”


ໃນ​ຫີບ​ພັນທະສັນຍາ​ນັ້ນ​ມີ​ແຕ່​ຫີນ​ສອງ​ແຜ່ນ ຊຶ່ງ​ໂມເຊ​ໄດ້​ໃສ່​ໄວ້​ໃນ​ນັ້ນ​ຄາວ​ຢູ່​ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ ໃນ​ຂະນະທີ່​ພວກເຂົາ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.


ໂມເຊ​ໄດ້​ແບ່ງ​ເລືອດ​ສັດ​ທີ່​ຂ້າ​ນັ້ນ​ໃສ່​ໄວ້​ໃນ​ຊາມ​ເຄິ່ງ​ໜຶ່ງ ແລະ​ອີກ​ເຄິ່ງ​ໜຶ່ງ​ເພິ່ນ​ໄດ້​ຊິດ​ໃສ່​ແທ່ນບູຊາ.


ແຕ່​ບັດນີ້​ຫລາຍ​ຊົນຊາດ​ຈະ​ງຶດງໍ້​ອັດສະຈັນໃຈ ພວກ​ກະສັດ​ກໍ​ຈະ​ອັດສະຈັນໃຈ​ຈົນ​ປາກ​ບໍ່ອອກ. ພວກເຂົາ​ຈະ​ຮູ້ເຫັນ​ແລະ​ທັງ​ຈະ​ເຂົ້າໃຈ ບາງ​ສິ່ງ​ທີ່​ພວກເຂົາ​ບໍ່ເຄີຍ​ຮູ້ເຫັນ​ຈັກເທື່ອ.”


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແລ້ວ​ເຮົາ​ກໍໄດ້​ຍ່າງ​ກາຍໄປ​ອີກ ເຮົາ​ໄດ້​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ມີ​ຄວາມຮັກ. ເຮົາ​ໄດ້​ເອົາ​ເສື້ອຄຸມ​ຂອງເຮົາ​ປົກ​ຮ່າງ​ທີ່​ເປືອຍກາຍ​ນັ້ນ ແລະ​ສັນຍາ​ວ່າ​ຈະ​ຮັກ​ເຈົ້າ. ແມ່ນແທ້ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຕ່ງງານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ໂມເຊ​ໄດ້​ເອົາ​ນໍ້າມັນ​ສັກສິດ​ແລະ​ເລືອດ​ບາງ​ສ່ວນ​ທີ່​ແທ່ນບູຊາ​ນັ້ນ ຊິດ​ໃສ່​ອາໂຣນ​ກັບ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຊິດ​ໃສ່​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ. ໃນ​ທຳນອງນີ້ ເພິ່ນ​ໄດ້​ອຸທິດ​ຖວາຍ​ພວກເຂົາ​ພ້ອມ​ທັງ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ພວກເຂົາ.


ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.


ເພາະ​ພັນທະສັນຍາ​ທີ່​ເຮົາ​ມີ​ໄວ້​ກັບ​ພວກເຈົ້າ ທີ່​ຖືກ​ປະທັບຕາ​ໂດຍ​ເລືອດ​ສຳລັບ​ຖວາຍບູຊາ​ນັ້ນ ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໃຫ້​ເປັນ​ເສລີ ເປັນ​ອິດສະຫລະ​ຈາກ​ທີ່​ຄຸມຂັງ​ໃນ​ຫລຸມເລີກ​ທີ່​ບໍ່ມີ​ນໍ້າ.


ນີ້​ແຫຼະ ແມ່ນ​ເລືອດ​ຂອງເຮົາ ຊຶ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ​ຂອງ​ພຣະເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳລັບ​ຄົນ​ຈຳນວນ​ຫລາຍ ເພື່ອ​ຄວາມ​ຜິດບາບ​ຈະ​ໄດ້​ຮັບ​ການອະໄພ.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ນີ້​ແຫຼະ ຄື​ເລືອດ​ຂອງເຮົາ ແມ່ນ​ເລືອດ​ຂອງ​ພັນທະສັນຍາ​ໃໝ່ ທີ່​ຫລັ່ງໄຫລ​ອອກ​ສຳລັບ​ຄົນ​ທັງຫລາຍ.


ເມື່ອ​ຮັບປະທານ​ອາຫານ​ແລ້ວ ພຣະອົງ​ກໍ​ຊົງ​ຈັບ​ເອົາ​ຈອກ​ຂຶ້ນ​ມາ ແລະ​ເຮັດ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້​ເປັນ​ພັນທະສັນຍາ​ໃໝ່​ໃນ​ເລືອດ​ຂອງເຮົາ ທີ່​ຖອກ​ອອກ​ສຳລັບ​ເຈົ້າ​ທັງຫລາຍ.


ເມື່ອ​ຮັບປະທານ​ເຂົ້າ​ແລງ​ແລ້ວ ພຣະອົງ​ໄດ້​ຊົງ​ຈັບ​ເອົາ​ຈອກ​ດ້ວຍ​ອາການ​ຢ່າງ​ດຽວກັນ ໂດຍ​ຊົງ​ກ່າວ​ວ່າ, “ຈອກ​ນີ້ ຄື​ພັນທະສັນຍາ​ໃໝ່​ໂດຍ​ເລືອດ​ຂອງເຮົາ ເມື່ອ​ເຈົ້າ​ດື່ມ​ຈາກ​ຈອກ​ນີ້​ເວລາ​ໃດ ຈົ່ງ​ດື່ມ​ເປັນ​ທີ່​ລະນຶກເຖິງ​ເຮົາ.”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.


ທີ່​ພູເຂົາ​ຊີນາຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ຕັ້ງ​ພັນທະສັນຍາ​ນີ້


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ພັນທະສັນຍາ​ສຳລັບ ພວກເຂົາ​ໃນ​ມື້​ນັ້ນ ແລະ​ເພິ່ນ​ໄດ້​ມອບ​ກົດບັນຍັດ​ກັບ​ກົດລະບຽບ​ຕ່າງໆ ໃຫ້​ແກ່​ພວກເຂົາ​ທີ່​ເມືອງ​ຊີເຄມ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka