Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:7 - ພຣະຄຳພີສັກສິ

7 ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 24:7
17 Jak'a apnaqawi uñst'ayäwi  

ໃນ​ຫີບ​ພັນທະສັນຍາ​ນັ້ນ​ມີ​ແຕ່​ຫີນ​ສອງ​ແຜ່ນ ຊຶ່ງ​ໂມເຊ​ໄດ້​ໃສ່​ໄວ້​ໃນ​ນັ້ນ​ຄາວ​ຢູ່​ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ເຮັດ​ພັນທະສັນຍາ​ກັບ​ປະຊາຊົນ​ອິດສະຣາເອນ ໃນ​ຂະນະທີ່​ພວກເຂົາ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ພວກເຂົາ​ພາກັນ​ກ່າວ​ຄຳ​ສາບານ​ໂດຍ​ພຣະເຈົ້າຢາເວ​ດ້ວຍ​ສຽງດັງ​ວ່າ​ຈະ​ເຮັດ​ຕາມ​ພັນທະສັນຍາ​ນັ້ນ ແລ້ວ​ພວກເຂົາ​ກໍໄດ້​ໂຮຮ້ອງ, ເປົ່າແກ ແລະ​ເປົ່າເຂົາສັດ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ທ້ອນໂຮມ​ເອົາ​ພວກ​ຄົນ​ສັດຊື່​ຕໍ່​ເຮົາ ແລະ​ນຳ​ພວກເຂົາ​ໃຫ້​ມາ​ຫາ​ເຮົາ​ພີ້ ຄື​ຜູ້​ທີ່​ໄດ້​ຕົກລົງ​ເຮັດ​ພັນທະສັນຍາ​ກັບ​ເຮົາ ໂດຍ​ການຖວາຍ​ເຄື່ອງ​ບູຊາ​ນັ້ນ.”


ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ເປັນ​ຄຳຕົວະ​ທັງໝົດ ບໍ່ມີ​ຄຳເວົ້າ​ຄຳ​ໃດໆ​ທີ່​ເປັນ​ຄຳຈິງ​ຈັກຢ່າງ.


ປະຊາຊົນ​ທັງໝົດ​ຈຶ່ງ​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.” ແລ້ວ​ໂມເຊ​ກໍ​ຂຶ້ນ​ໄປ​ແຈ້ງ​ຕໍ່​ພຣະເຈົ້າຢາເວ ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ນັ້ນ.


“ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ກ່າວ​ວ່າ: ເຮົາ​ໄດ້​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ໄດ້ນຳ​ພວກເຂົາ​ອອກ​ມາ​ຈາກ​ດິນແດນ​ເອຢິບ ແລະ​ໄດ້​ປົດປ່ອຍ​ພວກເຂົາ​ອອກ​ມາ​ຈາກ​ການ​ເປັນ​ທາດຮັບໃຊ້. ເຮົາ​ໄດ້​ບອກ​ພວກເຂົາ​ວ່າ


ເຖິງ​ແມ່ນ​ວ່າ​ຂໍ້ຄຳສັ່ງ​ນັ້ນ​ຈະ​ພໍໃຈ​ພວກເຮົາ ຫລື​ບໍ່​ກໍຕາມ ພວກເຮົາ​ກໍ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຄື​ອົງ​ທີ່​ພວກເຮົາ​ກຳລັງ​ຂໍຮ້ອງ​ທ່ານ​ໃຫ້​ພາວັນນາ​ອະທິຖານ​ຫາ​ນັ້ນ. ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຮົາ ຖ້າ​ພວກເຮົາ​ເຊື່ອຟັງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.”


ແລ້ວ​ເຮົາ​ກໍໄດ້​ຍ່າງ​ກາຍໄປ​ອີກ ເຮົາ​ໄດ້​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ມີ​ຄວາມຮັກ. ເຮົາ​ໄດ້​ເອົາ​ເສື້ອຄຸມ​ຂອງເຮົາ​ປົກ​ຮ່າງ​ທີ່​ເປືອຍກາຍ​ນັ້ນ ແລະ​ສັນຍາ​ວ່າ​ຈະ​ຮັກ​ເຈົ້າ. ແມ່ນແທ້ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຕ່ງງານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ?


ຫລັງຈາກ​ການ​ອ່ານ​ກົດບັນຍັດ​ຂອງ​ໂມເຊ ແລະ​ໜັງສື​ຂອງ​ບັນດາ​ຜູ້ທຳນວາຍ​ສິ້ນສຸດ​ແລ້ວ ຜູ້​ປົກຄອງ​ທຳມະສາລາ ກໍ​ໃຊ້​ຄົນ​ໄປ​ບອກ​ບາຣະນາບາ​ກັບ​ໂປໂລ​ວ່າ, “ພີ່ນ້ອງ​ເອີຍ, ຖ້າ​ພວກທ່ານ​ມີ​ຄຳ​ໜູນໃຈ​ແກ່​ປະຊາຊົນ​ເຫຼົ່ານີ້​ເຊີນ​ກ່າວ​ໄດ້.”


ເມື່ອ​ພວກເຈົ້າ​ອ່ານ​ຈົດໝາຍ​ສະບັບ​ນີ້​ແລ້ວ ກະລຸນາ​ສົ່ງ​ຕໍ່​ໃຫ້​ບັນດາ​ພີ່ນ້ອງ​ທີ່​ເຊື່ອ ໃນ​ເມືອງ​ລາວດີເກອາ​ອ່ານ​ເໝືອນກັນ ຝ່າຍ​ພວກເຈົ້າ​ເອງ ກໍ​ຈົ່ງ​ອ່ານ​ຈົດໝາຍ​ທີ່​ສົ່ງ​ມາ​ຈາກ​ພີ່ນ້ອງ​ທີ່​ເມືອງ​ລາວດີເກອາ​ເໝືອນກັນ.


ເຮົາ​ຮ້ອງຂໍ​ນຳ​ພວກເຈົ້າ​ຕື່ມ​ອີກ ໃນ​ນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຈົ່ງ​ອ່ານ​ຈົດໝາຍ​ສະບັບ​ນີ້ ສູ່​ພີ່ນ້ອງ​ຄົນ​ທີ່​ເຊື່ອ​ທັງໝົດ​ຟັງ.


ແລ້ວ​ປະຊາຊົນ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka