5 ຕໍ່ມາ ເພິ່ນໄດ້ໃຊ້ພວກຄົນໜຸ່ມອິດສະຣາເອນ ເຜົາເຄື່ອງບູຊາຖວາຍແລະເຜົາງົວທັງໂຕ ຖວາຍເພື່ອຄວາມສາມັກຄີທຳແກ່ພຣະເຈົ້າຢາເວ.
ພຣະອົງຊົງກ່າວວ່າ, “ຈົ່ງທ້ອນໂຮມເອົາພວກຄົນສັດຊື່ຕໍ່ເຮົາ ແລະນຳພວກເຂົາໃຫ້ມາຫາເຮົາພີ້ ຄືຜູ້ທີ່ໄດ້ຕົກລົງເຮັດພັນທະສັນຍາກັບເຮົາ ໂດຍການຖວາຍເຄື່ອງບູຊານັ້ນ.”
ແລ້ວເຢທະໂຣກໍຂ້າສັດເຜົາທັງໂຕ ແລະເອົາເຄື່ອງບູຊາອື່ນໆຖວາຍແກ່ພຣະເຈົ້າ; ຝ່າຍອາໂຣນ ແລະພວກຜູ້ນຳກໍໄດ້ໄປຮ່ວມກິນເຂົ້າຈີ່ຮ່ວມກັບພໍ່ເຖົ້າຂອງໂມເຊ ເພື່ອເປັນການນະມັດສະການພຣະເຈົ້າ.
ແມ່ນແຕ່ພວກປະໂຣຫິດທີ່ເຂົ້າມາໃກ້ພຣະເຈົ້າຢາເວກໍດີ ຕ້ອງຊຳລະຕົນ ຫລືຈະໃຫ້ພຣະເຈົ້າຢາເວລົງໂທດພວກເຂົາ.”
ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ.