ອົບພະຍົບ 24:3 - ພຣະຄຳພີສັກສິ3 ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະກົດຕ່າງໆຂອງພຣະເຈົ້າຢາເວໄປບອກປະຊາຊົນ ແລະປະຊາຊົນທຸກຄົນໄດ້ຕອບພ້ອມກັນວ່າ, “ພວກເຮົາຈະເຮັດທຸກໆສິ່ງຕາມທີ່ພຣະເຈົ້າຢາເວໄດ້ກ່າວ.” Uka jalj uñjjattʼäta |
ມັນແມ່ນພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບບັນພະບຸລຸດຂອງພວກເຂົາ ສະໄໝທີ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບ ຄືດິນແດນ ຊຶ່ງເປັນດັ່ງເຕົາຫລອມເຫຼັກສຳລັບພວກເຂົາ. ເຮົາໄດ້ບອກພວກເຂົາໃຫ້ເຊື່ອຟັງເຮົາ ແລະໃຫ້ກະທຳທຸກຢ່າງທີ່ເຮົາໄດ້ສັ່ງ. ເຮົາໄດ້ບອກພວກເຂົາວ່າຖ້າພວກເຂົາເຊື່ອຟັງ ພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ແລະເຮົາກໍຈະເປັນພຣະເຈົ້າຂອງພວກເຂົາ.
ແມ່ນຫລັງຈາກທີ່ພວກເຂົາໄດ້ອອກມາຈາກປະເທດເອຢິບ ແລະຢູ່ໃນຮ່ອມພູທາງທິດຕາເວັນອອກຂອງແມ່ນໍ້າຈໍແດນ ກົງກັນຂ້າມກັບເມືອງເບັດເປອໍ ທີ່ເພິ່ນໄດ້ມອບກົດບັນຍັດເຫຼົ່ານີ້ໃຫ້ພວກເຂົາ. ເມືອງເບັດເປອໍນີ້ຢູ່ໃນເຂດແດນຂອງເຈົ້າສີໂຫນ ກະສັດຂອງຊາວອາໂມ ຜູ້ທີ່ໄດ້ປົກຄອງຢູ່ໃນນະຄອນເຮັດຊະໂບນ. ໂມເຊກັບປະຊາຊົນອິດສະຣາເອນໄດ້ຊະນະເພິ່ນ ເມື່ອພວກເຂົາອອກມາຈາກປະເທດເອຢິບ.