Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:18 - ພຣະຄຳພີສັກສິ

18 ໂມເຊ​ໄດ້​ຍ່າງ​ຂຶ້ນ​ໄປ​ເທິງ​ພູເຂົາ ແລະ​ເຂົ້າ​ໄປ​ໃນ​ເມກ​ນັ້ນ. ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ເປັນ​ເວລາ​ສີ່ສິບ​ວັນ ແລະ​ສີ່ສິບ​ຄືນ.

Uka jalj uñjjattʼäta Copia luraña




ອົບພະຍົບ 24:18
18 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ຕໍ່​ເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ​ເທິງ​ຈອມ​ພູ​ນີ້ ແລ້ວ​ພຣະເຈົ້າຢາເວ​ຈະ​ກາຍ​ໄປ.” ກ່ອນ​ໜ້າ​ພຣະເຈົ້າຢາເວ​ສະເດັດ​ໄປ​ກໍ​ເກີດ​ມີ​ລົມ​ພະຍຸ​ຮ້າຍ​ຈົນ​ເຮັດ​ໃຫ້​ພູເຂົາ​ຍະ​ອອກ ແລະ​ເຮັດ​ໃຫ້​ກ້ອນຫີນ​ແຕກ​ເປັນ​ກ້ອນໆ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ລົມ​ນັ້ນ. ຫລັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວ, ແຕ່​ພຣະເຈົ້າຢາເວ​ບໍ່ໄດ້​ຢູ່​ໃນ​ແຜ່ນດິນ​ໄຫວ​ນີ້.


ເອລີຢາ​ກໍ​ລຸກ​ຂຶ້ນ​ກິນ​ແລະ​ດື່ມ; ດ້ວຍ​ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ເຫື່ອແຮງ​ຍ່າງ​ໄດ້​ສີ່ສິບ​ວັນ ໄປ​ສູ່​ພູເຂົາ​ຊີນາຍ ພູ​ຂອງ​ພຣະເຈົ້າ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ.


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ສັ່ງ​ໂມເຊ​ໄວ້​ວ່າ,


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ໂມເຊ​ໄດ້​ຢູ່​ທີ່​ນັ້ນ​ກັບ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ເພິ່ນ​ໄດ້​ຂຽນ​ຖ້ອຍຄຳ​ຕ່າງໆ​ຂອງ​ພັນທະສັນຍາ​ໃສ່​ລົງ​ໃນ​ແຜ່ນຫີນ ຄື​ຂຽນ​ຂໍ້ຄຳສັ່ງ​ສິບ​ປະການ.


ໂມເຊ​ຈຶ່ງ​ບອກ​ກະສັດ​ຟາໂຣ​ວ່າ, “ເມື່ອ​ຂ້ານ້ອຍ​ອອກ​ໄປ​ຈາກ​ເມືອງ​ນີ້​ແລ້ວ ຂ້ານ້ອຍ​ຈະ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ​ຈະ​ຢຸດ​ແລະ​ໝາກເຫັບ​ກໍ​ຈະ​ບໍ່ມີ​ອີກ ເພື່ອ​ທ່ານ​ຈະ​ໄດ້​ຮູ້​ວ່າ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງ​ພຣະເຈົ້າຢາເວ.


ໂມເຊ​ຈຶ່ງ​ອຳລາ​ກະສັດ​ຟາໂຣ​ໄປ. ຫລັງຈາກ​ອອກ​ຈາກ​ຕົວເມືອງ​ແລ້ວ ເພິ່ນ​ກໍໄດ້​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ. ສຽງ​ຟ້າຮ້ອງ, ໝາກເຫັບ ແລະ​ຝົນ​ຈຶ່ງ​ເຊົາ​ຕົກ.


ຄົນຊົ່ວຮ້າຍ​ແລ່ນ​ໜີໄປ​ໂດຍ​ບໍ່ມີ​ໃຜ​ໄລ່​ຕາມ, ແຕ່​ຄົນ​ສັດຊື່​ກ້າຫານ​ດັ່ງ​ສິງ​ໂຕໜຶ່ງ.


ຫລັງຈາກ​ອົດ​ອາຫານ​ໄດ້​ສີ່ສິບ​ວັນ​ສີ່ສິບ​ຄືນ​ແລ້ວ ພຣະເຢຊູເຈົ້າ​ກໍ​ຢາກ​ອາຫານ.


ບ່ອນ​ທີ່​ພຣະອົງ​ຖືກ​ມານຊາຕານ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ພຣະອົງ​ຢູ່​ທ່າມກາງ​ເຫຼົ່າ​ສັດຮ້າຍ, ແຕ່​ມີ​ພວກ​ເທວະດາ​ໄດ້​ມາ​ບົວລະບັດ​ພຣະອົງ.


ໃນ​ທີ່ນັ້ນ ພຣະອົງ​ໄດ້​ຖືກ​ມານຮ້າຍ​ທົດລອງ​ເປັນ​ເວລາ​ສີ່ສິບ​ວັນ ໃນ​ວັນ​ເຫຼົ່ານັ້ນ ພຣະອົງ​ບໍ່ໄດ້​ກິນ​ຫຍັງ​ເລີຍ ເມື່ອ​ວັນ​ເຫຼົ່ານັ້ນ​ຜ່ານ​ພົ້ນ​ໄປ​ແລ້ວ ພຣະອົງ​ກໍ​ຢາກ​ອາຫານ.


“ຂ້າພະເຈົ້າ​ໄດ້​ພັກ​ຢູ່​ເທິງ​ພູ ເໝືອນ​ດັ່ງ​ຄາວ​ກ່ອນ​ສີ່ສິບ​ວັນ​ສີ່ສິບ​ຄືນ. ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ໄດ້​ຟັງ​ຂ້າພະເຈົ້າ ແລະ​ພຣະເຈົ້າຢາເວ​ກໍ​ໄດ້​ຕົກລົງ​ໃຈ​ບໍ່​ທຳລາຍ​ພວກເຈົ້າ.


ແຕ່​ສຳລັບ​ເຈົ້າ ໂມເຊ​ເອີຍ ຈົ່ງ​ຢູ່​ທີ່​ນີ້​ກັບ​ເຮົາ ແລະ​ເຮົາ​ຈະ​ມອບ​ກົດບັນຍັດ​ແລະ​ຄຳສັ່ງ​ທຸກ​ຂໍ້​ຂອງເຮົາ​ໃຫ້​ເຈົ້າ. ຈົ່ງ​ສັ່ງສອນ​ສິ່ງ​ນີ້​ໃຫ້​ປະຊາຊົນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນຮູ້ ແລະ​ປະຕິບັດ​ຕາມ​ສິ່ງ​ນັ້ນ ຢູ່​ໃນ​ດິນແດນ​ທີ່​ເຮົາ​ຈະ​ມອບ​ໃຫ້​ພວກເຂົາ​ຄອບຄອງ.’


ແລ້ວ​ອີກເທື່ອໜຶ່ງ ຂ້າພະເຈົ້າ​ໄດ້​ໝູບ​ໜ້າ​ລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ເປັນ​ເວລາ​ສີ່ສິບ​ວັນ​ສີ່ສິບ​ຄືນ​ໂດຍ​ບໍ່ໄດ້​ກິນ​ແລະ​ບໍ່ໄດ້​ດື່ມ​ຫຍັງ. ຂ້າພະເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເພາະວ່າ ພວກເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ແລະ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ.


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໄດ້​ກົ້ມ​ຂາບລົງ​ຊ້ອງໜ້າ​ພຣະເຈົ້າຢາເວ​ສີ່ສິບ​ວັນ​ສີ່ສິບ​ຄືນ ເພາະ​ຂ້າພະເຈົ້າ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ຕົກລົງ​ໃຈ​ທີ່​ຈະ​ທຳລາຍ​ພວກເຈົ້າ.


ຂ້າພະເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ ເພື່ອ​ຮັບ​ເອົາ​ແຜ່ນຫີນ ຊຶ່ງ​ເປັນ​ແຜ່ນຫີນ​ແຫ່ງ​ພັນທະສັນຍາ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ. ຂ້າພະເຈົ້າ​ໄດ້​ຢູ່​ທີ່​ນັ້ນ​ສີ່ສິບ​ວັນ​ສີ່ສິບ​ຄືນ ໂດຍ​ບໍ່ໄດ້​ກິນ​ແລະ​ດື່ມ​ຫຍັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka