Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 24:14 - ພຣະຄຳພີສັກສິ

14 ໂມເຊ​ໄດ້​ກ່າວ​ແກ່​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ວ່າ, “ຈົ່ງ​ຄອຍ​ຖ້າ​ພວກເຮົາ​ຢູ່​ທີ່​ຄ້າຍພັກ​ນີ້ ຈົນກວ່າ​ພວກເຮົາ​ກັບ​ມາ. ອາໂຣນ​ກັບ​ຮູເຣ​ຈະ​ຢູ່​ທີ່​ນີ້​ກັບ​ພວກເຈົ້າ. ຖ້າ​ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ກໍ​ໃຫ້​ໄປ​ຫາ​ທ່ານ​ທັງສອງ​ນີ້​ໄກ່​ເກ່ຍ​ໃຫ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 24:14
8 Jak'a apnaqawi uñst'ayäwi  

ແລ້ວ​ເພິ່ນ​ກໍ​ກ່າວ​ແກ່​ຄົນ​ຮັບໃຊ້​ວ່າ, “ພວກເຈົ້າ​ກັບ​ລໍ ຈົ່ງ​ຖ້າ​ຂ້ອຍ​ຢູ່​ທີ່​ນີ້. ຂ້ອຍ​ກັບ​ລູກ​ຈະ​ຂຶ້ນ​ໄປ​ນະມັດສະການ​ພຣະເຈົ້າ​ຢູ່​ເທິງ​ພຸ້ນ ແລະ​ຈະ​ກັບ​ມາ​ຫາ​ພວກເຈົ້າ.”


ໂຢຊວຍ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ​ຕົນ ແລະ​ນຳ​ຊາວ​ອິດສະຣາເອນ ອອກ​ໄປ​ສູ້ຮົບ​ກັບ​ທະຫານ​ອາມາເຫຼັກ ໃນຂະນະ​ດຽວກັນ​ນັ້ນ ໂມເຊ​ກັບ​ອາໂຣນ ແລະ​ຮູເຣ​ກໍ​ໄດ້ຂຶ້ນ​ໄປ​ຢູ່​ເທິງ​ເນີນພູ.


ເມື່ອ​ເຫັນ​ແຂນ​ຂອງ​ໂມເຊ​ອ່ອນ​ລົງ​ເພາະ​ຄວາມ​ອິດເມື່ອຍ ອາໂຣນ​ກັບ​ຮູເຣ​ກໍໄດ້​ຫາ​ກ້ອນຫີນ​ມາ​ໃຫ້​ໂມເຊ​ນັ່ງ; ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ຢືນ​ຈັບ​ແຂນ​ໂມເຊ​ຍົກ​ຂຶ້ນ​ຈົນກວ່າ​ຕາເວັນ​ຕົກ​ດິນ.


ເມື່ອ​ມີ​ສອງ​ຄົນ​ໂຕ້ຖຽງ​ກັນ ພວກເຂົາ​ກໍ​ມາ​ຫາ​ຂ້ອຍ ແລະ​ຂ້ອຍ​ຕ້ອງ​ຕັດສິນ​ໃຫ້ ລະຫວ່າງ​ເຂົາ​ທັງສອງ​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ຖືກ ແລະ​ພ້ອມ​ດຽວກັນ​ນັ້ນ​ຂ້ອຍ​ກໍ​ຕ້ອງ​ສັ່ງສອນ​ພວກເຂົາ ໃຫ້​ຮູ້​ເຖິງ​ກົດເກນ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າ.”


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ເຈົ້າ​ຈະ​ໄປ​ທີ່​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກິນການ​ກ່ອນ​ຂ້ອຍ ແລະ​ຂ້ອຍ​ຈະ​ໄປ​ພົບ​ເຈົ້າ​ຢູ່​ທີ່​ນັ້ນ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ກັບ​ຖວາຍບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ຈົ່ງ​ຄອຍຖ້າ​ຢູ່​ທີ່​ນັ້ນ​ເຈັດ​ວັນ ຈົນກວ່າ​ຂ້ອຍ​ຈະ​ມາ ແລະ​ບອກ​ເຈົ້າ​ວ່າ​ຄວນ​ເຮັດ​ຢ່າງໃດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka